Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 2:18 - ພຣະຄຳພີສັກສິ

18 ວຽກ​ທີ່​ຂ້າພະເຈົ້າ​ໄດ້​ເຮັດ​ຢູ່ໃຕ້​ດວງຕາເວັນ​ກັບ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ມາ​ນັ້ນ ບໍ່ມີ​ຄວາມໝາຍ​ຫຍັງ​ເລີຍ​ຕໍ່​ຂ້າພະເຈົ້າ ເພາະ​ຂ້າພະເຈົ້າ​ຮູ້ຈັກ​ວ່າ ຂ້າພະເຈົ້າ​ຕ້ອງ​ປະ​ສິ່ງ​ເຫຼົ່ານີ້​ໄວ້​ໃຫ້​ຜູ້​ທີ່​ສືບແທນ​ຂ້າພະເຈົ້າ

Uka jalj uñjjattʼäta Copia luraña




ປັນຍາຈານ 2:18
19 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນ​ເຫຼົ່ານີ້ ຄື​ຈາກ​ມະນຸດ​ທີ່​ເຫັນແກ່ໄດ້ ໃນ​ຊີວິດ​ນີ້​ພວກເຂົາ​ເອົາ​ໄດ້​ທຸກສິ່ງ​ທີ່​ພວກເຂົາ​ຕ້ອງການ. ໂຜດ​ລົງໂທດ​ພວກເຂົາ​ໃຫ້​ທົນທຸກ​ໂດຍ​ໂທດກຳ ທີ່​ພວກເຂົາ​ໄດ້​ສະສົມ​ໄວ້​ນັ້ນ. ຂໍ​ໃຫ້​ພວກ​ລູກຫລານ​ຂອງ​ເຂົາເຈົ້າ ໄດ້​ຮັບ​ໂທດກຳ​ນັ້ນ​ຈົນ​ທົນ​ບໍ່​ໄຫວ ທັງ​ປະ​ໄວ້​ໃຫ້​ຫລານ​ເຫຼັນ​ຫລ້ອນ ຂອງ​ພວກເຂົາ​ເຊັ່ນ​ຕໍ່ໆ​ໄປ​ອີກ​ດ້ວຍ.


ບໍ່ມີ​ຫຍັງ​ດີ​ລື່ນ​ເພາະ​ເປັນ​ພຽງແຕ່​ເງົາ ພວກເຂົາ​ສະສົມ​ຊັບສິນ ແຕ່​ບໍ່​ຮູ້​ວ່າ​ຜູ້ໃດ​ຈະ​ໄດ້​ສິ່ງນັ້ນ.


ໃຜໆ​ກໍ​ເຫັນ​ໄດ້​ວ່າ​ມະນຸດ​ທຸກຄົນ​ຕ້ອງຕາຍ ທັງ​ຄົນໂງ່ຈ້າ​ເບົາປັນຍາ​ແລະ​ນັກປາດ​ດ້ວຍ. ພວກເຂົາ​ໄດ້​ປະ​ຄວາມ​ຄູນຮັ່ງຄູນມີ​ໄວ້​ໃຫ້​ຜູ້ໃດ ກໍ​ໃຫ້​ລູກຫລານ​ຂອງ​ເຂົາເຈົ້າ.


ຂ້າພະເຈົ້າ​ໄດ້​ຕັ້ງໃຈ​ພິຈາລະນາ​ແລະ​ສຶກສາ​ເບິ່ງ ສິ່ງ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ໃນ​ໂລກນີ້. ພຣະເຈົ້າ​ໄດ້​ກຳນົດ​ຊາຕາກຳ​ອັນ​ແສນ​ລຳບາກ​ເໜືອ​ມະນຸດ.


ທ່ານ​ເຮັດ​ວຽກ​ທຳງານ​ຢູ່ໃຕ້​ດວງຕາເວັນ ແລະ​ທ່ານ​ໄດ້​ຮັບ​ຫຍັງ​ແດ່​ຈາກ​ສິ່ງ​ເຫຼົ່ານັ້ນ?


ແລ້ວ​ຂ້າພະເຈົ້າ​ກໍ​ຕຶກຕອງ​ເບິ່ງ​ສິ່ງ​ທັງໝົດ ແລະ​ເຫື່ອແຮງ​ທີ່​ໄດ້​ທຸ້ມເທ​ເຮັດ​ສິ່ງ​ເຫຼົ່ານັ້ນ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເຫັນ​ໄດ້​ຢ່າງ​ຈະແຈ້ງ​ວ່າ ສິ່ງ​ນັ້ນ​ບໍ່ມີ​ຄວາມໝາຍ​ຫຍັງ​ເລີຍ. ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ ຄື​ທຸກສິ່ງ​ຢູ່ໃຕ້​ດວງຕາເວັນ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ທ່ານ​ທຸ່ມເທ​ປັນຍາ, ຄວາມຮູ້ ແລະ​ຄວາມ​ຊຳນິ​ຊຳນານ​ທັງໝົດ ສຳລັບ​ສິ່ງໃດສິ່ງໜຶ່ງ, ແຕ່​ແລ້ວ​ທ່ານ​ຕ້ອງ​ປະ​ສິ່ງ​ທັງໝົດ​ນັ້ນ​ໄວ້​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ ທີ່​ບໍ່ໄດ້​ເຮັດ​ວຽກ​ສຳລັບ​ສິ່ງ​ນັ້ນໆ. ຊ່າງ​ອະນິຈັງ​ແລະ​ບໍ່​ຖືກຕ້ອງ​ເສຍ​ເລີຍ


ພຣະເຈົ້າ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມສຸກ​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ແຕ່​ພຣະອົງ​ເຮັດ​ໃຫ້​ຄົນບາບ​ເຮັດ​ວຽກ​ໜັກ, ຫາຢູ່​ຫາກິນ ແລະ​ທ້ອນໂຮມ​ໄວ້ ເພື່ອ​ວ່າ​ພຣະອົງ​ຈະ​ເອົາ​ສິ່ງ​ທີ່​ລາວ​ຫາ​ມາ​ໄດ້​ນັ້ນ ໃຫ້​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ສຳນຶກ​ໄດ້​ວ່າ ສິ່ງ​ດີທີ່ສຸດ​ທີ່​ມະນຸດ​ເຮັດ​ໄດ້ ແມ່ນ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້ ເຂົາ​ເຮັດ​ສິ່ງໃດ​ບໍ່ໄດ້​ອີກ​ແລ້ວ. ບໍ່ມີ​ທາງ​ທີ່​ມະນຸດ​ຈະ​ຮູ້​ໄດ້​ວ່າ ມີ​ສິ່ງໃດ​ແດ່​ຈະ​ເກີດຂຶ້ນ​ຫລັງຈາກ​ຕົນ​ຕາຍໄປ​ແລ້ວ.


ແຕ່​ດີກວ່າ​ທັງສອງ​ຢ່າງ​ນັ້ນ ແມ່ນ​ຜູ້​ທີ່​ຍັງ​ບໍ່​ທັນ​ໄດ້​ເກີດ​ມາ ຄື​ຜູ້​ທີ່​ບໍ່ເຄີຍ​ໄດ້​ເຫັນ​ຄວາມ​ຊົ່ວຮ້າຍ​ຢູ່ໃຕ້​ດວງຕາເວັນ.


ອັນນີ້ ແມ່ນ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ຄົ້ນພົບ​ຄື: ສິ່ງ​ດີທີ່ສຸດ​ທີ່​ຜູ້ໃດໆ​ກໍ​ເຮັດ​ໄດ້ ແມ່ນ​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້ ໃນ​ຊີວິດ​ອັນ​ສັ້ນໆ​ທີ່​ພຣະເຈົ້າ​ໂຜດ​ໃຫ້ ອັນນີ້ ແມ່ນ​ຊາຕາກຳ​ຂອງ​ມະນຸດ​ຢູ່ໃຕ້​ດວງຕາເວັນ.


ຈົ່ງ​ໃຫ້​ຊີວິດ​ຂອງ​ເຈົ້າ​ສະໜຸກ​ຢູ່​ກັບ​ຍິງ​ທີ່​ເຈົ້າ​ຮັກ ເມື່ອໃດ​ທີ່​ເຈົ້າ​ມີ​ຊີວິດ​ອັນ​ອະນິຈັງ​ທີ່​ພຣະເຈົ້າ​ໂຜດ​ໃຫ້​ຢູ່ໃຕ້​ດວງຕາເວັນ. ຈົ່ງ​ສະໜຸກ​ຢູ່​ກັບ​ມື້​ອັນ​ອະນິຈັງ ເພາະ​ລ້ວນແລ້ວແຕ່​ເປັນ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ ເນື່ອງ​ຈາກ​ຄວາມ​ລຳບາກ​ທັງໝົດ​ຂອງເຈົ້າ​ນັ້ນ.


ແຕ່​ພຣະເຈົ້າ​ກ່າວ​ແກ່​ລາວ​ວ່າ, ‘ຄົນ​ໂງ່​ເອີຍ ໃນ​ຄືນ​ນີ້​ແຫຼະ ຊີວິດ​ຂອງ​ເຈົ້າ​ຈະ​ດັບ​ໄປ​ຈາກ​ເຈົ້າ, ສ່ວນ​ສິ່ງຂອງ​ທີ່​ເຈົ້າ​ໄດ້​ຫາ​ມາ​ໄວ້​ນັ້ນ ຈະ​ຕົກ​ເປັນ​ຂອງ​ຜູ້ໃດ?’


ໂດຍ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ເຮົາ​ນັ້ນ, ເຮົາ​ໄດ້​ວາງ​ຮາກ​ລົງ​ເໝືອນ​ນາຍຊ່າງ​ຜູ້​ຊຳນານ ແລະ​ຄົນອື່ນ​ກໍ​ມາ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ, ແຕ່​ທຸກຄົນ ຈົ່ງ​ລະວັງ​ໃຫ້​ດີ​ວ່າ​ຈະ​ກໍ່​ຂຶ້ນ​ຢ່າງ​ໃດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka