16 ບໍ່ມີຜູ້ໃດຈື່ຈຳຄົນມີປັນຍາ ແລະບໍ່ມີຜູ້ໃດຈື່ຈຳຄົນໂງ່ຈ້າ. ໃນມື້ທີ່ຈະມາເຖິງນັ້ນ ຄົນຈະລືມໄລພວກເຂົາໄປໝົດ. ພວກເຮົາທຸກຄົນຕ້ອງຕາຍ ຄືທັງຄົນມີປັນຍາແລະຄົນໂງ່ຈ້າດ້ວຍ.
ກະສັດດາວິດໄດ້ຮ້ອງເພງໄວ້ອາໄລໃຫ້ອັບເນດັ່ງນີ້: “ເປັນຫຍັງອັບເນຈຶ່ງຕາຍດັ່ງຄົນໂງ່ຈ້ານໍ? ມືລາວບໍ່ໄດ້ຖືກມັດແຕ່ປະການໃດທັງສິ້ນ ແລະຕີນລາວນັ້ນກໍບໍ່ໄດ້ຖືກລ່າມໂສ້ໃສ່; ລາວຕາຍຖິ້ມລ້າໆດ້ວຍສີມືຄາດຕະກອນ.” ແລະປະຊາຊົນທັງຫລາຍຕ່າງກໍຮ້ອງໄຫ້ຫາອັບເນອີກ.
ແລ້ວລົມກໍພັດແລະເຮັດໃຫ້ສູນຫາຍໄປ ບໍ່ມີຜູ້ໃດເຫັນຮ່ອງຮອຍມັນຕໍ່ໄປອີກ.
ໃຜໆກໍເຫັນໄດ້ວ່າມະນຸດທຸກຄົນຕ້ອງຕາຍ ທັງຄົນໂງ່ຈ້າເບົາປັນຍາແລະນັກປາດດ້ວຍ. ພວກເຂົາໄດ້ປະຄວາມຄູນຮັ່ງຄູນມີໄວ້ໃຫ້ຜູ້ໃດ ກໍໃຫ້ລູກຫລານຂອງເຂົາເຈົ້າ.
ພວກເຂົາເຫັນສິ່ງອັດສະຈັນທີ່ພຣະອົງໄດ້ຊົງກະທຳ ໃນບ່ອນແຫ່ງຄວາມມືດໄດ້ຫລື? ຫລືພຣະຄຸນຄວາມດີໃນແດນຖືກລືມໄລໄດ້ຫລືບໍ່?
ຫຼັງຈາກນັ້ນ ໂຢເຊັບກັບພວກອ້າຍນ້ອງ ແລະບັນດາຄົນໃນລຸ້ນດຽວກັນກໍໄດ້ຕາຍໄປ
ຕໍ່ມາ ໄດ້ມີກະສັດຟາໂຣຄົນໃໝ່ຂຶ້ນປົກຄອງປະເທດເອຢິບ. ກະສັດຟາໂຣຜູ້ນີ້ບໍ່ຮູ້ເລື່ອງຫຍັງກ່ຽວກັບໂຢເຊັບເລີຍ.
ປັນຍາຂອງຄົນຮອບຄອບແມ່ນເຂົ້າໃຈທາງເດີນຂອງຕົນ, ແຕ່ຄວາມໂງ່ຈ້າຂອງຄົນເບົາປັນຍາ ຄິດເອົາເອງວ່າຕົນຮູ້ຈັກທຸກຢ່າງ.
ບໍ່ມີຜູ້ໃດຈື່ໄດ້ວ່າ ມີຫຍັງແດ່ໄດ້ເກີດຂຶ້ນໃນອະດີດ ແລະບໍ່ມີຜູ້ໃດໃນອະນາຄົດຈະຈື່ຈຳໄດ້ວ່າ ມີຫຍັງແດ່ເກີດຂຶ້ນລະຫວ່າງຊ່ວງນີ້ແລະຊ່ວງຕໍ່ໄປ.
ຄົນມີປັນຍາຮູ້ຈັກບ່ອນທີ່ຕົນກຳລັງໄປໄດ້ ແລະຄົນໂງ່ຈ້າບໍ່ອາດຮູ້ໄດ້ເລີຍ.” ແຕ່ຂ້າພະເຈົ້າຮູ້ຄືກັນວ່າ ຊາຕາກຳຢ່າງດຽວກັນນັ້ນກຳລັງລໍຄອຍທຸກຄົນຢູ່.
ຂ້າພະເຈົ້ານຶກໃນໃຈວ່າ, “ສິ່ງທີ່ເກີດຂຶ້ນກັບຄົນໂງ່ຈ້ານັ້ນ ກໍຈະເກີດຂຶ້ນກັບຂ້າພະເຈົ້າຄືກັນ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ຫຍັງແດ່ ທີ່ເປັນຄົນມີປັນຍາຫຼາຍທີ່ສຸດ?” ຂ້າພະເຈົ້າຕອບວ່າ, “ບໍ່ໄດ້ຫຍັງເລີຍ ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ.”
ຄົນມີປັນຍາດີກວ່າຄົນໂງ່ຈ້າຢ່າງໃດແດ່? ເປັນການດີຫຍັງແດ່ທີ່ຄົນຍາກຈົນຮູ້ຈັກປະເຊີນໜ້າກັບຊີວິດ?
ໄປເຮືອນທີ່ມີການໄວ້ທຸກກໍດີກວ່າໄປເຮືອນທີ່ມີການກິນລ້ຽງ ເພາະຜູ້ທີ່ຍັງມີຊີວິດຢູ່ຈະໄດ້ສຳນຶກສະເໝີວ່າ ຄວາມຕາຍພວມລໍຖ້າທຸກຄົນຢູ່.
ແມ່ນແລ້ວ ຂ້າພະເຈົ້າໄດ້ເຫັນພວກຄົນຊົ່ວຖືກຝັງໄວ້ໃນຂຸມຝັງສົບ, ແຕ່ເວລາກັບຈາກປ່າຊ້າ ຄົນຕ່າງກໍຍົກຍ້ອງພວກເຂົາໃນທຸກເມືອງ ທີ່ພວກເຂົາໄດ້ເຮັດການຊົ່ວນັ້ນ ຊ່າງອະນິຈັງແທ້.
ມີຊາຍຍາກຈົນຄົນໜຶ່ງທີ່ອາໄສຢູ່ໃນເມືອງນີ້. ລາວເປັນຄົນມີປັນຍາຈົນຊ່ວຍເມືອງນີ້ໄວ້ໄດ້, ແຕ່ບໍ່ມີຜູ້ໃດຄິດເຖິງລາວເລີຍ.
ແມ່ນແລ້ວ ຜູ້ທີ່ມີຊີວິດຢູ່ກໍຮູ້ວ່າຕົນຈະຕາຍໄປ; ແຕ່ຜູ້ທີ່ຕາຍໄປແລ້ວກໍບໍ່ຮູ້ຫຍັງເລີຍ. ພວກເຂົາບໍ່ມີບຳເໜັດໃນພາຍໜ້າ ພວກເຂົາຖືກລືມໄລໄປຢ່າງໝົດສິ້ນ.
ແລ້ວຄົນຢຳເກງພຣະເຈົ້າຢາເວກໍໄດ້ເວົ້າຕໍ່ກັນແລະກັນ; ພຣະເຈົ້າຢາເວກໍໄດ້ຍິນ ແລະໄດ້ຟັງສິ່ງທີ່ພວກເຂົາໄດ້ເວົ້ານັ້ນ. ຊ້ອງໜ້າຂອງພຣະອົງ ມີໜັງສືເຫຼັ້ມໜຶ່ງຊຶ່ງບັນທຶກຊື່ຄົນທີ່ຢຳເກງພຣະເຈົ້າຢາເວ ແລະເຄົາຣົບນັບຖືພຣະນາມຂອງພຣະອົງ.
ມະນຸດທຸກຄົນຖືກຊົງກຳນົດໄວ້ແລ້ວວ່າ, ຈະຕ້ອງຕາຍເທື່ອດຽວ ແລະຫລັງຈາກນັ້ນຈະຖືກມີການພິພາກສາສັນໃດ