Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 2:14 - ພຣະຄຳພີສັກສິ

14 ຄົນມີ​ປັນຍາ​ຮູ້ຈັກ​ບ່ອນ​ທີ່​ຕົນ​ກຳລັງ​ໄປ​ໄດ້ ແລະ​ຄົນໂງ່ຈ້າ​ບໍ່​ອາດ​ຮູ້​ໄດ້​ເລີຍ.” ແຕ່​ຂ້າພະເຈົ້າ​ຮູ້​ຄືກັນ​ວ່າ ຊາຕາກຳ​ຢ່າງ​ດຽວກັນ​ນັ້ນ​ກຳລັງ​ລໍຄອຍ​ທຸກຄົນ​ຢູ່.

Uka jalj uñjjattʼäta Copia luraña




ປັນຍາຈານ 2:14
16 Jak'a apnaqawi uñst'ayäwi  

ເປັນ​ສິ່ງ​ທີ່​ປາຖະໜາ​ຫລາຍກວ່າ​ຄຳ​ບໍຣິສຸດ ມັນ​ຫວານຊື່ນ​ຫລາຍກວ່າ​ຢອດ​ນໍ້າເຜິ້ງ​ທີ່​ຍ້ອຍ​ລົງ​ຈາກ​ຮັງ.


ໃຜໆ​ກໍ​ເຫັນ​ໄດ້​ວ່າ​ມະນຸດ​ທຸກຄົນ​ຕ້ອງຕາຍ ທັງ​ຄົນໂງ່ຈ້າ​ເບົາປັນຍາ​ແລະ​ນັກປາດ​ດ້ວຍ. ພວກເຂົາ​ໄດ້​ປະ​ຄວາມ​ຄູນຮັ່ງຄູນມີ​ໄວ້​ໃຫ້​ຜູ້ໃດ ກໍ​ໃຫ້​ລູກຫລານ​ຂອງ​ເຂົາເຈົ້າ.


ຂຸມຝັງສົບ ເປັນ​ບ້ານ​ເຮືອນ​ຂອງ​ເຂົາ​ຕະຫຼອດໄປ ແມ່ນ​ວ່າ​ຄັ້ງ​ໜຶ່ງ​ພວກເຂົາ​ມີ​ທີ່ດິນ​ເປັນ​ຂອງ​ຕົນເອງ​ກໍຕາມ.


ປັນຍາ​ຂອງ​ຄົນ​ຮອບຄອບ​ແມ່ນ​ເຂົ້າໃຈ​ທາງເດີນ​ຂອງຕົນ, ແຕ່​ຄວາມ​ໂງ່ຈ້າ​ຂອງ​ຄົນ​ເບົາປັນຍາ ຄິດ​ເອົາເອງ​ວ່າ​ຕົນ​ຮູ້ຈັກ​ທຸກຢ່າງ.


ຄົນ​ທີ່​ມີ​ປັນຍາ​ແນ​ເປົ້າໝາຍ​ໃສ່​ການກະທຳ​ທີ່​ມີ​ປັນຍາ ແຕ່​ຄົນໂງ່ຈ້າ​ເຮັດ​ໄປ​ຢ່າງ​ບໍ່ມີ​ຈຸດໝາຍ.


ບໍ່ມີ​ຜູ້ໃດ​ຈື່ຈຳ​ຄົນມີ​ປັນຍາ ແລະ​ບໍ່ມີ​ຜູ້ໃດ​ຈື່ຈຳ​ຄົນໂງ່ຈ້າ. ໃນ​ມື້​ທີ່​ຈະ​ມາ​ເຖິງ​ນັ້ນ ຄົນ​ຈະ​ລືມໄລ​ພວກເຂົາ​ໄປ​ໝົດ. ພວກເຮົາ​ທຸກຄົນ​ຕ້ອງ​ຕາຍ ຄື​ທັງ​ຄົນມີ​ປັນຍາ​ແລະ​ຄົນໂງ່ຈ້າ​ດ້ວຍ.


ແລ້ວ​ຊາຕາກຳ​ຢ່າງ​ດຽວກັນ​ກໍ​ລໍຄອຍ​ທັງ​ຄົນ ແລະ​ສັດ​ຢູ່​ຄື: ຕ່າງ​ກໍ​ຕ້ອງ​ຕາຍໄປ​ທັງໝົດ ຕ່າງ​ກໍ​ຖືກ​ສ້າງ​ຂຶ້ນ​ມາ​ຄືກັນ ແລະ​ມະນຸດ​ຄົນໜຶ່ງ​ບໍ່ໄດ້​ດີ​ໄປ​ກວ່າ​ສັດ​ໂຕໜຶ່ງ ເພາະ​ທຸກສິ່ງ​ແມ່ນ​ອະນິຈັງ.


ຄື​ໄດ້​ພັກຜ່ອນ​ຫລາຍກວ່າ​ຄົນ​ທີ່​ບໍ່ເຄີຍ​ມີ​ຄວາມ​ສະໜຸກ​ຢູ່​ໃນ​ຊີວິດ ເຖິງ​ແມ່ນ​ວ່າ​ລາວ​ອາດ​ຈະ​ມີ​ຊີວິດ​ຢູ່​ຮອດ​ສອງພັນ​ປີ​ກໍຕາມ. ໃນ​ທີ່ສຸດ​ຄົນ​ທັງສອງ​ກໍ​ຕ້ອງ​ໄປ​ສູ່​ບ່ອນ​ດຽວກັນ.


ຄົນມີ​ປັນຍາ​ດີກວ່າ​ຄົນໂງ່ຈ້າ​ຢ່າງໃດ​ແດ່? ເປັນ​ການດີ​ຫຍັງ​ແດ່​ທີ່​ຄົນ​ຍາກຈົນ​ຮູ້ຈັກ​ປະເຊີນ​ໜ້າ​ກັບ​ຊີວິດ?


ໄປ​ເຮືອນ​ທີ່​ມີ​ການ​ໄວ້ທຸກ​ກໍດີກວ່າ​ໄປ​ເຮືອນ​ທີ່​ມີ​ການ​ກິນລ້ຽງ ເພາະ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ຈະ​ໄດ້​ສຳນຶກ​ສະເໝີ​ວ່າ ຄວາມຕາຍ​ພວມ​ລໍ​ຖ້າ​ທຸກຄົນ​ຢູ່.


ຄົນມີ​ປັນຍາ​ເທົ່ານັ້ນ​ຈຶ່ງ​ຈະ​ຮູ້​ໄດ້​ວ່າ ສິ່ງ​ນັ້ນ​ໝາຍເຖິງ​ຫຍັງ​ແທ້. ປັນຍາ​ເຮັດ​ໃຫ້​ລາວ​ຍິ້ມແຍ້ມ​ແຈ່ມໃສ ແລະ​ໃຫ້​ສີໜ້າ​ບູດບຶ້ງ​ຂອງ​ລາວ​ຫາຍໄປ.


ຂ້າພະເຈົ້າ​ຍັງ​ເຫັນ​ຫລາຍໆ​ສິ່ງ​ອີກ​ຢູ່ໃຕ້​ດວງຕາເວັນ. ນັກແລ່ນ​ໄວ​ບໍ່ແມ່ນ​ຈະ​ໄດ້​ຊະນະ​ໃນ​ການ​ແຂ່ງຂັນ​ສະເໝີ​ໄປ ແລະ​ຄົນ​ກ້າຫານ​ຫລາຍ​ບໍ່ແມ່ນ​ຈະ​ຕີ​ຊະນະ​ໃນ​ສະໜາມຮົບ​ສະເໝີ​ໄປ. ຄົນມີ​ປັນຍາ​ບໍ່ແມ່ນ​ຈະ​ທຳມາ​ຫາກິນ​ລ້ຽງຊີບ​ຢ່າງ​ສະດວກ​ສະບາຍ​ສະເໝີ​ໄປ; ຄົນສະຫລາດ​ບໍ່ແມ່ນ​ຈະ​ຮັ່ງມີ​ເປັນດີ​ສະເໝີ​ໄປ ແລະ​ຄົນ​ທີ່​ມີ​ຄວາມ​ສາມາດ​ບໍ່ແມ່ນ​ຈະ​ໄດ້​ຂຶ້ນ​ສູ່​ຕຳແໜ່ງ​ສູງ​ສະເໝີ​ໄປ. ແຕ່​ກຳນົດ​ເວລາ​ແລະ​ໂອກາດ​ເກີດຂຶ້ນ​ກັບ​ທຸກໆ​ຄົນ.


ຂ້າພະເຈົ້າ​ເຄີຍ​ເວົ້າ​ຢູ່​ສະເໝີ​ວ່າ​ປັນຍາ​ດີກວ່າ​ກຳລັງ, ແຕ່​ເມື່ອ​ຄົນມີ​ປັນຍາ​ຜູ້ໜຶ່ງ​ຍາກຈົນ ຄົນ​ກໍ​ຈະ​ດູຖູກ​ລາວ ແລະ​ບໍ່​ເຊື່ອຟັງ​ຄຳແນະນຳ​ຂອງ​ລາວ.


ແຕ່​ຜູ້​ທີ່​ກຽດຊັງ​ພີ່ນ້ອງ​ຂອງຕົນ ກໍ​ຍັງ​ຢູ່​ໃນ​ຄວາມມືດ ແລະ​ທຽວ​ໄປ​ໃນ​ຄວາມມືດ ແລ້ວ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ຈະ​ໄປ​ໃສ ເພາະ​ຄວາມມືດ​ໄດ້​ເຮັດ​ໃຫ້​ຕາ​ຂອງຕົນ​ບອດ​ເສຍ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka