13 ແນ່ນອນ ຂ້າພະເຈົ້າຮູ້ໄດ້ວ່າ, “ປັນຍາກໍດີກວ່າຄວາມໂງ່ຈ້າ ແລະແຈ້ງກໍດີກວ່າມືດ.
ຖ້ອຍຄຳຂອງພຣະອົງເປັນແສງໂຄມນຳທາງໃຫ້ຂ້ານ້ອຍ ແລະແສງແຈ້ງສຳລັບທາງເດີນໃຫ້ຂ້ານ້ອຍ.
ການອະທິບາຍຂໍ້ຄຳສັ່ງສອນຂອງພຣະອົງໃຫ້ແສງສະຫວ່າງ ແລະນຳປັນຍາໃຫ້ແກ່ພວກຄົນໂງ່ຈ້າດ້ວຍ.
ປັນຍາຂອງຄົນຮອບຄອບແມ່ນເຂົ້າໃຈທາງເດີນຂອງຕົນ, ແຕ່ຄວາມໂງ່ຈ້າຂອງຄົນເບົາປັນຍາ ຄິດເອົາເອງວ່າຕົນຮູ້ຈັກທຸກຢ່າງ.
ມີປັນຍາແລະຄວາມຮູ້ ກໍດີກວ່າມີເງິນຄຳຕັ້ງຫລວງຫລາຍ.
ຖ້າຂວານຂອງເຈົ້າປູ້ ແລະບໍ່ຝົນໃຫ້ຄົມ ເຈົ້າຈະຕ້ອງໃຊ້ແຮງຫລາຍເມື່ອເຈົ້າຟັນໄມ້. ສະນັ້ນ ປັນຍາຈຶ່ງເປັນບໍ່ເກີດແຫ່ງຄວາມສຳເລັດ.
ແສງແຈ້ງໃນຕອນກາງເວັນ ພາໃຫ້ເປັນທີ່ໜ້າຊົມແລະໜ້າຢູ່.
ປັນຍາເຮັດໃຫ້ຄົນສະຫລາດຜູ້ໜຶ່ງມີອຳນາດລື່ນກວ່າຜູ້ປົກຄອງສິບຄົນທີ່ຢູ່ໃນເມືອງໜຶ່ງ.
ຂ້າພະເຈົ້າເຄີຍເວົ້າຢູ່ສະເໝີວ່າປັນຍາດີກວ່າກຳລັງ, ແຕ່ເມື່ອຄົນມີປັນຍາຜູ້ໜຶ່ງຍາກຈົນ ຄົນກໍຈະດູຖູກລາວ ແລະບໍ່ເຊື່ອຟັງຄຳແນະນຳຂອງລາວ.
ປັນຍາດີກວ່າອາວຸດ, ແຕ່ຄົນບາບຜູ້ໜຶ່ງທຳລາຍຄວາມດີໄດ້ຢ່າງຫລວງຫລາຍ.
ອີກເທື່ອໜຶ່ງ ປະຊາຊົນຂອງເຮົາຈະເຫັນຄວາມແຕກຕ່າງລະຫວ່າງສິ່ງທີ່ເກີດຂຶ້ນຕໍ່ຄົນຊອບທຳແລະຄົນອະທຳ ແລະລະຫວ່າງສິ່ງທີ່ເກີດຂຶ້ນຕໍ່ຜູ້ທີ່ຮັບໃຊ້ພຣະເຈົ້າ ແລະຕໍ່ຜູ້ທີ່ບໍ່ຮັບໃຊ້ພຣະອົງ.”
ແຕ່ຖ້າຕາຂອງເຈົ້າບໍ່ດີ ຮ່າງກາຍທຸກສ່ວນກໍຈະຢູ່ໃນຄວາມມືດ. ດັ່ງນັ້ນ ຖ້າຄວາມສະຫວ່າງໃນຕົວຂອງເຈົ້າມືດໄປ ຄວາມມືດນັ້ນກໍຈະໜາເທົ່າໃດໜໍ.”
ເມື່ອກ່ອນພວກເຈົ້າເຄີຍຢູ່ໃນຄວາມມືດ ແຕ່ເນື່ອງຈາກວ່າພວກເຈົ້າໄດ້ກາຍເປັນໄພ່ພົນຂອງອົງພຣະຜູ້ເປັນເຈົ້າ ພວກເຈົ້າຈຶ່ງຢູ່ໃນຄວາມສະຫວ່າງ. ດັ່ງນັ້ນ ພວກເຈົ້າຈົ່ງດຳເນີນຊີວິດ ເໝືອນດັ່ງຄົນທີ່ຢູ່ຝ່າຍຄວາມສະຫວ່າງແລ້ວ.