Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 2:10 - ພຣະຄຳພີສັກສິ

10 ຂ້າພະເຈົ້າ​ປາຖະໜາ​ສິ່ງໃດ ຂ້າພະເຈົ້າ​ກໍໄດ້​ສິ່ງນັ້ນ. ຂ້າພະເຈົ້າ​ບໍ່ໄດ້​ຫັກຫ້າມ​ຈິດໃຈ​ຂອງ​ຂ້າພະເຈົ້າ​ຈາກ​ຄວາມ​ສະໜຸກ​ໃດໆ​ທັງສິ້ນ. ຂ້າພະເຈົ້າ​ພູມໃຈ​ຕໍ່​ວຽກການ​ງານ​ຕ່າງໆ​ທີ່​ຂ້າພະເຈົ້າ​ໄດ້​ເຮັດ ແລະ​ທັງໝົດ​ນັ້ນ​ແມ່ນ​ບຳເໜັດ​ຂອງ​ຂ້າພະເຈົ້າ.

Uka jalj uñjjattʼäta Copia luraña




ປັນຍາຈານ 2:10
21 Jak'a apnaqawi uñst'ayäwi  

ຜູ້ຍິງ​ເຫັນ​ວ່າ ຕົ້ນໄມ້​ນັ້ນ​ຊ່າງ​ງາມ​ແທ້ ແລະ​ໝາກໄມ້​ກໍ​ເປັນ​ຕາ​ຢາກ​ກິນ​ອີຫລີ ທັງ​ຄິດ​ວ່າ ຖ້າ​ຕົນ​ສະຫລາດ​ຂຶ້ນ​ອີກ​ກໍ​ຄົງ​ດີ​ຫລາຍ. ດັ່ງນັ້ນ ນາງ​ຈຶ່ງ​ປິດ​ເອົາ​ໝາກໄມ້​ມາ​ກິນ ແລ້ວ​ກໍ​ຍື່ນໃຫ້​ຜົວ​ຂອງຕົນ​ກິນ​ນຳ​ດ້ວຍ ລາວ​ກໍໄດ້​ກິນ.


ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ເຫັນ​ວ່າ​ຍິງ​ສາວ​ເຫຼົ່ານີ້​ງາມ​ຫລາຍ. ສະນັ້ນ ຈຶ່ງ​ພາກັນ​ຫາ​ເລືອກ​ເອົາ​ເປັນ​ເມຍ​ຕາມ​ໃຈ​ມັກ.


ຂ້ອຍ​ໄດ້​ເຮັດ​ສັນຍາ​ຢ່າງ​ໜຶ່ງ​ໜັກແໜ້ນ​ຈິງໃຈ ຄື​ບໍ່​ແນມເບິ່ງ​ຜູ້ຍິງ​ດ້ວຍ​ຕັນຫາ​ຄວາມຢາກ.


ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ບໍ່​ໃຫ້​ເອົາໃຈໃສ່​ຕໍ່​ສິ່ງ​ອະນິຈັງ ຂໍ​ຊົງ​ໂຜດ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ຕາມ​ພຣະທຳ​ຂອງ​ພຣະອົງ.


ເຈົ້າ​ຈະ​ທຳມາ​ຫາກິນ​ດ້ວຍ​ເຫື່ອແຮງ​ຂອງເຈົ້າ ເຈົ້າ​ຈະ​ມີ​ຄວາມສຸກ​ແລະ​ມີ​ຄວາມ​ຈະເລີນ​ຂຶ້ນ.


ເພາະວ່າ​ເງິນ​ຂອງ​ເຈົ້າ​ອາດ​ສູນເສຍ​ໄປ​ໃນ​ພັບຕາ​ດຽວ​ກໍໄດ້ ເໝືອນ​ກັບ​ວ່າ​ມັນ​ມີ​ປີກ​ບິນ​ໄປ​ສູ່​ຟ້າ​ອາກາດ​ໄດ້​ດັ່ງ​ນົກອິນຊີ.


ຄົນໜຸ່ມ​ເອີຍ ຈົ່ງ​ສະໜຸກ​ຢູ່​ໃນ​ຄວາມ​ໜຸ່ມແໜ້ນ​ຂອງເຈົ້າ. ຈົ່ງ​ຫາ​ຄວາມສຸກ​ເມື່ອ​ເຈົ້າ​ຍັງ​ໜຸ່ມແໜ້ນ​ຢູ່ ຈົ່ງ​ເຮັດ​ທຸກສິ່ງ​ທີ່​ເຈົ້າ​ຕ້ອງການ​ຢາກ​ເຮັດ ແລະ​ທຸກສິ່ງ​ທີ່​ເຈົ້າ​ພໍໃຈ​ເຮັດ​ດ້ວຍ. ແຕ່​ຈົ່ງ​ຈຳ​ໄວ້​ວ່າ ພຣະເຈົ້າ​ຈະ​ຕັດສິນ​ທຸກໆສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.


ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ເຮັດ​ໃຫ້​ຕົນເອງ​ມີ​ຄວາມ​ພໍໃຈ ແລະ​ຊອກຫາ​ວ່າ​ຄວາມສຸກ​ນັ້ນ​ຄື​ຫຍັງ. ແຕ່​ຂ້າພະເຈົ້າ​ໄດ້​ພົບ​ວ່າ ເລື່ອງ​ນີ້​ກໍ​ອະນິຈັງ​ເໝືອນກັນ.


ມະນຸດ​ເຮັດ​ວຽກ​ໜັກ​ທັງ​ວິຕົກ​ກັງວົນ​ຕະຫລອດ​ຊີວິດ ແລະ​ມີ​ສິ່ງໃດ​ແດ່​ທີ່​ມະນຸດ​ພໍ​ຈະ​ນຳ​ມາ​ອວດອ້າງ​ໄດ້?


ຄວາມສຸກ​ຢ່າງ​ດຽວ​ຂອງ​ມະນຸດ​ກໍ​ຄື​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້. ຢ່າງໃດ​ກໍຕາມ ຂ້າພະເຈົ້າ​ຍັງ​ສຳນຶກ​ໄດ້​ວ່າ ສິ່ງ​ເຫຼົ່ານີ້​ແມ່ນ​ລ້ວນແຕ່​ມາ​ຈາກ​ພຣະເຈົ້າ​ທັງສິ້ນ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ສຳນຶກ​ໄດ້​ວ່າ ສິ່ງ​ດີທີ່ສຸດ​ທີ່​ມະນຸດ​ເຮັດ​ໄດ້ ແມ່ນ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້ ເຂົາ​ເຮັດ​ສິ່ງໃດ​ບໍ່ໄດ້​ອີກ​ແລ້ວ. ບໍ່ມີ​ທາງ​ທີ່​ມະນຸດ​ຈະ​ຮູ້​ໄດ້​ວ່າ ມີ​ສິ່ງໃດ​ແດ່​ຈະ​ເກີດຂຶ້ນ​ຫລັງຈາກ​ຕົນ​ຕາຍໄປ​ແລ້ວ.


ຖ້າ​ເຈົ້າ​ຮັກ​ເງິນ ເຈົ້າ​ກໍ​ຈະ​ບໍ່​ຮູ້​ເມື່ອ​ພໍ​ຈັກເທື່ອ ຖ້າ​ເຈົ້າ​ຢາກ​ຮັ່ງມີ ເຈົ້າ​ກໍ​ຈະ​ບໍ່ໄດ້​ທຸກສິ່ງ​ທີ່​ຕ້ອງການ​ຈັກເທື່ອ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ພວກເຮົາ​ຕ້ອງ​ໃຊ້​ຊີວິດ​ຢູ່​ໃນ​ຄວາມ​ມືດມົນ​ແລະ​ຄວາມ​ໂສກເສົ້າ ຄວາມ​ວິຕົກ​ກັງວົນ, ຄວາມ​ໂກດຮ້າຍ ແລະ​ຄວາມ​ເຈັບປ່ວຍ.


ອັນນີ້ ແມ່ນ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ຄົ້ນພົບ​ຄື: ສິ່ງ​ດີທີ່ສຸດ​ທີ່​ຜູ້ໃດໆ​ກໍ​ເຮັດ​ໄດ້ ແມ່ນ​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້ ໃນ​ຊີວິດ​ອັນ​ສັ້ນໆ​ທີ່​ພຣະເຈົ້າ​ໂຜດ​ໃຫ້ ອັນນີ້ ແມ່ນ​ຊາຕາກຳ​ຂອງ​ມະນຸດ​ຢູ່ໃຕ້​ດວງຕາເວັນ.


ພຣະເຈົ້າ​ຈະ​ໃຫ້​ຄົນໃດ​ຄົນໜຶ່ງ​ຮັ່ງມີ, ມີ​ກຽດ ແລະ​ມີ​ຊັບສົມບັດ​ຄື: ໃຫ້​ລາວ​ມີ​ທຸກສິ່ງ​ທີ່​ລາວ​ຕ້ອງການ, ແຕ່​ແລ້ວ​ພັດ​ບໍ່​ໃຫ້​ລາວ​ສະໜຸກ​ຢູ່​ກັບ​ສິ່ງ​ນັ້ນ. ຄົນ​ແປກໜ້າ​ຊໍ້າພັດ​ໄດ້​ສະໜຸກ​ຢູ່​ກັບ​ສິ່ງ​ເຫຼົ່ານັ້ນ​ແທນ. ມັນ​ຊ່າງ​ອະນິຈັງ ແລະ​ບໍ່​ເປັນ​ການ​ຖືກຕ້ອງ​ເສຍ​ເລີຍ.


ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ແລະ​ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ. ການ​ພໍໃຈ​ກັບ​ສິ່ງ​ທີ່​ຕົນ​ມີ​ຢູ່ ກໍດີກວ່າ​ການ​ປ່ອຍຕົວ​ເລື້ອຍ​ໄປ​ຕາມ​ຕັນຫາ​ຂອງຕົນ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ແນ່ໃຈ​ໄດ້​ວ່າ ມະນຸດ​ຄວນ​ເຮັດ​ໃຫ້​ຕົນ​ສະໜຸກ​ສະໜານ ເພາະ​ຄວາມສຸກ​ຢ່າງດຽວ​ທີ່​ມະນຸດ​ມີ​ຢູ່​ໃຕ້​ດວງ​ຕາເວັນ​ຄື: ກິນ​ແລະ​ດຶ່ມ​ແລະ​ເຮັດ​ໃຫ້​ຕົນ​ສະໜຸກ​ສະໜານ ຢ່າງໜ້ອຍ​ລາວ​ກໍ​ເຮັດ​ສິ່ງ​ນີ້​ໄດ້ ໃນ​ຂະນະທີ່​ບຸກບືນ​ເຮັດ​ວຽກ​ຕະຫລອດ​ຊີວິດ ທີ່​ພຣະເຈົ້າ​ປະທານ​ໃຫ້​ແກ່​ຕົນ​ຢູ່ໃຕ້​ດວງຕາເວັນ.


ຄວາມຮັກ, ຄວາມຊັງ ແລະ​ຕັນຫາ​ຂອງ​ພວກເຂົາ ລ້ວນແຕ່​ໄດ້​ຕາຍໄປ​ກັບ​ພວກເຂົາ​ດ້ວຍ. ພວກເຂົາ​ຈະ​ບໍ່ມີ​ສ່ວນ​ກັບ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ​ອີກ​ເລີຍ.


ຈົ່ງ​ໃຫ້​ຊີວິດ​ຂອງ​ເຈົ້າ​ສະໜຸກ​ຢູ່​ກັບ​ຍິງ​ທີ່​ເຈົ້າ​ຮັກ ເມື່ອໃດ​ທີ່​ເຈົ້າ​ມີ​ຊີວິດ​ອັນ​ອະນິຈັງ​ທີ່​ພຣະເຈົ້າ​ໂຜດ​ໃຫ້​ຢູ່ໃຕ້​ດວງຕາເວັນ. ຈົ່ງ​ສະໜຸກ​ຢູ່​ກັບ​ມື້​ອັນ​ອະນິຈັງ ເພາະ​ລ້ວນແລ້ວແຕ່​ເປັນ​ສິ່ງ​ທີ່​ເຈົ້າ​ໄດ້​ຮັບ ເນື່ອງ​ຈາກ​ຄວາມ​ລຳບາກ​ທັງໝົດ​ຂອງເຈົ້າ​ນັ້ນ.


ເພາະ​ສາລະພັດ​ທີ່​ມີ​ຢູ່​ໃນ​ໂລກ ຄື​ຕັນຫາ​ຂອງ​ເນື້ອກາຍ ຕັນຫາ​ຂອງ​ຕາ ແລະ​ຄວາມ​ອວດອ້າງ​ເປົ່າໆ​ໃນ​ຊີວິດ​ນີ້ ບໍ່ໄດ້​ເກີດ​ມາ​ຈາກ​ພຣະບິດາເຈົ້າ ແຕ່​ເກີດ​ມາ​ຈາກ​ໂລກ.


ລາວ​ຈຶ່ງ​ກັບຄືນ​ເມືອ​ເຮືອນ​ແລະ​ເວົ້າ​ສູ່​ພໍ່​ແມ່​ຂອງຕົນ​ຟັງ​ວ່າ, “ລູກ​ໄດ້​ສັງເກດ​ເຫັນ​ຜູ້ສາວ​ຊາວ​ຟີລິດສະຕິນ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ​ຕິມນາ. ລູກ​ຢາກ​ແຕ່ງງານ​ກັບ​ນາງ ກະລຸນາ​ໄປ​ສູ່​ຂໍ​ນາງ​ໃຫ້​ລູກ​ແດ່.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka