Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 2:1 - ພຣະຄຳພີສັກສິ

1 ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ເຮັດ​ໃຫ້​ຕົນເອງ​ມີ​ຄວາມ​ພໍໃຈ ແລະ​ຊອກຫາ​ວ່າ​ຄວາມສຸກ​ນັ້ນ​ຄື​ຫຍັງ. ແຕ່​ຂ້າພະເຈົ້າ​ໄດ້​ພົບ​ວ່າ ເລື່ອງ​ນີ້​ກໍ​ອະນິຈັງ​ເໝືອນກັນ.

Uka jalj uñjjattʼäta Copia luraña




ປັນຍາຈານ 2:1
27 Jak'a apnaqawi uñst'ayäwi  

ສະນັ້ນ ພວກເຮົາ​ຕ້ອງ​ລົງ​ໄປ​ເຮັດ​ໃຫ້​ພາສາ​ຂອງ​ເຂົາ​ສັບສົນ​ແຕກຕ່າງ​ກັນ ແລະ​ພວກເຂົາ​ຈະ​ເວົ້າ​ບໍ່​ເຂົ້າໃຈ​ກັນ.”


ກະສັດ​ບອກ​ວ່າ, “ຈົ່ງ​ໄປ​ຫາ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ຖື​ຈົດໝາຍ​ນີ້​ໄປ​ໃຫ້​ເພິ່ນ.” ດັ່ງນັ້ນ ນາອາມານ​ຈຶ່ງ​ໄດ້​ນຳ​ເອົາ​ເງິນ​ສາມສິບພັນ​ແທ່ງ, ຄຳ​ຫົກພັນ​ແທ່ງ, ພ້ອມ​ທັງ​ເຄື່ອງນຸ່ງ​ທີ່​ສວຍງາມ​ສິບ​ຊຸດ ແລະ​ອອກ​ເດີນທາງ​ໄປ.


ພວກເຂົາ​ຄິດ​ໃນ​ໃຈ​ຂອງ​ພວກເຂົາ​ເອງ​ວ່າ, “ພວກເຮົາ​ຈະ​ບໍ່​ພາດທ່າ​ເສຍທີ ພວກເຮົາ​ຈະ​ບໍ່​ພົບ​ຄວາມ​ເດືອດຮ້ອນ​ຈັກເທື່ອ.”


ຄົນໂງ່​ຄິດ​ຢູ່ໃນ​ໃຈ​ຂອງຕົນ​ວ່າ, “ໂລກນີ້​ບໍ່ມີ​ພຣະເຈົ້າ” ພວກເຂົາ​ຕ່າງ​ກໍ​ເປັນ​ຄົນ​ເຮັດ​ໃຫ້​ຕົນ​ຊົ່ວ​ລົງ​ທັງ​ນັ້ນ. ພວກເຂົາ​ໄດ້​ພາກັນ​ເຮັດ​ໃນ​ສິ່ງ​ທີ່​ໜ້າ​ຢ້ານກົວ​ຫລາຍ ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.


ໃຈ​ຂອງ​ຂ້ານ້ອຍ​ກ່າວ​ຕາງ​ພຣະອົງ​ວ່າ, “ຈົ່ງ​ສະແຫວງຫາ​ພຣະພັກ​ຂອງເຮົາ.” ຂ້ານ້ອຍ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສະແຫວງຫາ​ພຣະພັກ​ຂອງ​ພຣະອົງ.”


ຄົນ​ທີ່​ຫົວເລາະ ອາດ​ເຊື່ອງຊ້ອນ​ຄວາມ​ທຸກໃຈ​ໄວ້​ກໍ​ມີ, ເມື່ອ​ຄວາມສຸກ​ໄດ້​ຈາກ​ໄປ ຄວາມ​ທຸກໃຈ​ກໍ​ເຂົ້າ​ມາ​ແທນທີ່.


ຄົນໜຸ່ມ​ເອີຍ ຈົ່ງ​ສະໜຸກ​ຢູ່​ໃນ​ຄວາມ​ໜຸ່ມແໜ້ນ​ຂອງເຈົ້າ. ຈົ່ງ​ຫາ​ຄວາມສຸກ​ເມື່ອ​ເຈົ້າ​ຍັງ​ໜຸ່ມແໜ້ນ​ຢູ່ ຈົ່ງ​ເຮັດ​ທຸກສິ່ງ​ທີ່​ເຈົ້າ​ຕ້ອງການ​ຢາກ​ເຮັດ ແລະ​ທຸກສິ່ງ​ທີ່​ເຈົ້າ​ພໍໃຈ​ເຮັດ​ດ້ວຍ. ແຕ່​ຈົ່ງ​ຈຳ​ໄວ້​ວ່າ ພຣະເຈົ້າ​ຈະ​ຕັດສິນ​ທຸກໆສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.


ຂ້າພະເຈົ້າ​ປາຖະໜາ​ສິ່ງໃດ ຂ້າພະເຈົ້າ​ກໍໄດ້​ສິ່ງນັ້ນ. ຂ້າພະເຈົ້າ​ບໍ່ໄດ້​ຫັກຫ້າມ​ຈິດໃຈ​ຂອງ​ຂ້າພະເຈົ້າ​ຈາກ​ຄວາມ​ສະໜຸກ​ໃດໆ​ທັງສິ້ນ. ຂ້າພະເຈົ້າ​ພູມໃຈ​ຕໍ່​ວຽກການ​ງານ​ຕ່າງໆ​ທີ່​ຂ້າພະເຈົ້າ​ໄດ້​ເຮັດ ແລະ​ທັງໝົດ​ນັ້ນ​ແມ່ນ​ບຳເໜັດ​ຂອງ​ຂ້າພະເຈົ້າ.


ຂ້າພະເຈົ້າ​ນຶກ​ໃນໃຈ​ວ່າ, “ສິ່ງ​ທີ່​ເກີດຂຶ້ນ​ກັບ​ຄົນໂງ່ຈ້າ​ນັ້ນ ກໍ​ຈະ​ເກີດຂຶ້ນ​ກັບ​ຂ້າພະເຈົ້າ​ຄືກັນ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ຫຍັງ​ແດ່ ທີ່​ເປັນ​ຄົນມີ​ປັນຍາ​ຫຼາຍ​ທີ່ສຸດ?” ຂ້າພະເຈົ້າ​ຕອບ​ວ່າ, “ບໍ່ໄດ້​ຫຍັງ​ເລີຍ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.”


ຖ້າ​ບໍ່ມີ​ພຣະອົງ​ແລ້ວ ທ່ານ​ຈະ​ມີ​ກິນ​ຫລື​ສະໜຸກ​ໄດ້​ຢ່າງໃດ?


ຜູ້ໃດ​ທີ່​ຄິດເຖິງ​ແຕ່​ຄວາມສຸກ​ຢູ່ເລື້ອຍ ຜູ້ນັ້ນ​ກໍ​ເປັນ​ຄົນໂງ່ຈ້າ. ຄົນມີ​ປັນຍາ​ຍ່ອມ​ຄິດເຖິງ​ຄວາມຕາຍ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ແນ່ໃຈ​ໄດ້​ວ່າ ມະນຸດ​ຄວນ​ເຮັດ​ໃຫ້​ຕົນ​ສະໜຸກ​ສະໜານ ເພາະ​ຄວາມສຸກ​ຢ່າງດຽວ​ທີ່​ມະນຸດ​ມີ​ຢູ່​ໃຕ້​ດວງ​ຕາເວັນ​ຄື: ກິນ​ແລະ​ດຶ່ມ​ແລະ​ເຮັດ​ໃຫ້​ຕົນ​ສະໜຸກ​ສະໜານ ຢ່າງໜ້ອຍ​ລາວ​ກໍ​ເຮັດ​ສິ່ງ​ນີ້​ໄດ້ ໃນ​ຂະນະທີ່​ບຸກບືນ​ເຮັດ​ວຽກ​ຕະຫລອດ​ຊີວິດ ທີ່​ພຣະເຈົ້າ​ປະທານ​ໃຫ້​ແກ່​ຕົນ​ຢູ່ໃຕ້​ດວງຕາເວັນ.


ບັດນີ້ ຂ້ອຍ​ຈະ​ເຮັດ​ກັບ​ສວນອະງຸ່ນ​ຂອງຂ້ອຍ​ດັ່ງນີ້: ຈະ​ຮື້​ໜາມ​ແລະ​ມ້າງ​ຮົ້ວ​ທີ່​ລ້ອມ​ມັນ​ນັ້ນ​ອອກ ແລະ​ປ່ອຍ​ໃຫ້​ສັດປ່າ​ມາ​ກິນ​ແລະ​ຢຽບຢໍ່າ​ມັນ​ຖິ້ມ.


ສ່ວນ​ຜູ້​ທີ່​ວາງແຜນ​ຕໍ່ສູ້​ຄົນອື່ນ​ໃນ​ພວກເຈົ້າ​ທຸກຄົນ ກໍ​ຈະ​ຖືກ​ທຳລາຍ​ຍ້ອນ​ແຜນການ​ຂອງ​ພວກເຈົ້າ​ເອງ. ພຣະອົງ​ເອງ​ຈະ​ເຮັດ​ໃຫ້​ສິ່ງນີ້​ເກີດຂຶ້ນ​ມາ ພວກເຈົ້າ​ຈະ​ທົນ​ທຸກຢ່າງ​ເວດທະນາ​ເຫລືອລົ້ນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໃຫ້​ຂ້ອຍ​ໄດ້​ມີ​ຄວາມ​ເຂົ້າໃຈ ແລະ​ຂ້ອຍ​ກໍ​ບໍ່ໄດ້​ກະບົດ​ຫລື​ຫັນໜີ​ຈາກ​ພຣະອົງ.


ແລ້ວ​ເຮົາ​ກໍ​ຈະ​ເວົ້າ​ກັບ​ຕົວ​ເອງ​ວ່າ, ‘ຈິດໃຈ​ເອີຍ ເຮົາ​ມີ​ເຂົ້າ​ຂອງ​ດີ ເພື່ອ​ໄວ້​ກິນ​ຫລາຍໆ​ປີ​ຕາມ​ຄວາມ​ຕ້ອງການ ຈົ່ງ​ໃຊ້​ຊີວິດ​ຢ່າງ​ສຸກ​ສະບາຍ ຈົ່ງ​ກິນ ຈົ່ງ​ດື່ມ ແລະ​ຈົ່ງ​ເຮັດ​ໃຫ້​ຕົນເອງ​ມ່ວນຊື່ນ​ເທາະ.’


“ຍັງ​ມີ​ເສດຖີ​ຄົນ​ໜຶ່ງ ທີ່​ນຸ່ງຫົ່ມ​ເສື້ອຜ້າ​ສີມ່ວງ​ອ່ອນ ແລະ​ຜ້າປ່ານ​ເນື້ອລະອຽດ ປິຕິ​ຍິນດີ​ດ້ວຍ​ອາຫານ​ການກິນ​ຢ່າງ​ປານີດ​ທຸກໆ​ວັນ.


ເມື່ອ​ຢູ່​ໃນ​ແດນ​ມໍຣະນາ ກໍ​ເປັນ​ທຸກ​ເວດທະນາ​ຫລາຍ ເສດຖີ​ນັ້ນ​ຈຶ່ງ​ເງີຍ​ໜ້າ​ຂຶ້ນ​ເຫັນ​ອັບຣາຮາມ​ຢູ່​ໄກ ແລະ​ເຫັນ​ລາຊາໂຣ​ຢູ່​ໃນ​ເອິກ​ຂອງທ່ານ.


ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່, ບໍ່​ຍອມ​ເຊື່ອຟັງ, ຖືກ​ເຂົາ​ຫລອກລວງ​ໃຫ້​ຫລົງ, ເປັນ​ຂ້ອຍຂ້າ​ຂອງ​ກິເລດ​ຕັນຫາ ແລະ​ການ​ສະໜຸກ​ສະໜານ​ຫລາຍ​ປະການ, ເຄີຍ​ໃຊ້​ເວລາ​ໃນ​ການ​ຄິດຮ້າຍ ແລະ​ໃນ​ຄວາມ​ເຫິງສາ, ເປັນ​ຄົນ​ໜ້າຊັງ ແລະ​ກຽດຊັງ​ກັນ.


ດັ່ງນັ້ນ ເຈົ້າ​ທັງຫລາຍ​ທີ່​ເຄີຍ​ເວົ້າ​ວ່າ, “ມື້ນີ້​ຫລື​ມື້ອື່ນ ພວກເຮົາ​ຈະ​ເຂົ້າ​ໄປ​ໃນ​ເມືອງນັ້ນ​ເມືອງນີ້ ຈະ​ພັກ​ຢູ່​ທີ່​ນັ້ນ​ປີ​ໜຶ່ງ ແລະ​ຈະ​ຄ້າຂາຍ​ເອົາ​ກຳໄລ.”


ບັດນີ້​ຄົນ​ຮັ່ງມີ​ເອີຍ, ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ຍ້ອນ​ຄວາມ​ທຸກ​ລຳບາກ ທີ່​ຈະ​ມາ​ຖືກ​ພວກເຈົ້າ.


ພວກເຈົ້າ​ໄດ້​ລ້ຽງ​ຊີວິດ​ຢູ່​ໃນ​ໂລກ​ຢ່າງ​ຟູມເຟືອຍ​ແລະ​ສະໜຸກ​ສະໜານ, ພວກເຈົ້າ​ໄດ້​ບຳລຸງ​ຈິດໃຈ ເໝືອນ​ລໍຖ້າ​ວັນ​ປະຫານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka