Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 12:9 - ພຣະຄຳພີສັກສິ

9 ແຕ່​ຍ້ອນ​ວ່າ​ປັນຍາຈານ​ເປັນ​ຄົນມີ​ປັນຍາ ເພິ່ນ​ຈຶ່ງ​ສືບຕໍ່​ສອນ​ຄົນ​ເຖິງ​ສິ່ງ​ທີ່​ຕົນ​ໄດ້​ຮູ້. ເພິ່ນ​ໄດ້​ສຶກສາ​ສຸພາສິດ​ແລະ​ທົດລອງ​ເບິ່ງ​ຄວາມຈິງ​ຢ່າງ​ຖ້ວນຖີ່.

Uka jalj uñjjattʼäta Copia luraña




ປັນຍາຈານ 12:9
8 Jak'a apnaqawi uñst'ayäwi  

ບັນດາ​ຄົນ ຂອງທ່ານ​ກໍ​ເປັນ​ສຸກ​ແທ້ ແລະ​ພວກ​ທີ່​ລໍ​ຮັບໃຊ້​ທ່ານ​ກໍ​ເປັນ​ສຸກ ທີ່​ມີ​ໂອກາດ​ໄດ້ຍິນ​ຖ້ອຍຄຳ​ແຫ່ງ​ປັນຍາ​ຂອງທ່ານ.


ເພິ່ນ​ໄດ້​ແຕ່ງ​ສຸພາສິດ​ສາມພັນ​ບົດ ແລະ​ແຕ່ງ​ເພງ​ໜຶ່ງພັນ​ຫ້າ​ບົດ.


ພຣະເຈົ້າຢາເວ​ໄດ້​ໂຜດ​ສະຕິປັນຍາ​ໃຫ້​ແກ່​ກະສັດ​ໂຊໂລໂມນ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ເພິ່ນ. ຄວາມ​ສະຫງົບສຸກ​ໄດ້​ເກີດ​ມີ​ຂຶ້ນ ລະຫວ່າງ​ກະສັດ​ຮີຣາມ​ແລະ​ກະສັດ​ໂຊໂລໂມນ ທັງສອງ​ຈຶ່ງ​ມີ​ຂໍ້​ຕົກລົງ​ຕໍ່ກັນ.


ສຸພາສິດ​ເຫຼົ່ານີ້​ເປັນ​ຄຳເວົ້າ​ຂອງ​ເຈົ້າໂຊໂລໂມນ ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ລູກຊາຍ​ຂອງ​ດາວິດ.


ຕໍ່ໄປນີ້ ແມ່ນ​ສຸພາສິດ​ຂອງ​ໂຊໂລໂມນ ລູກ​ທີ່​ມີ​ປັນຍາ​ເຮັດ​ໃຫ້​ພໍ່​ແມ່​ພາກພູມ​ໃຈ​ນຳ, ແຕ່​ລູກ​ທີ່​ໂງ່ຈ້າ​ເຮັດ​ໃຫ້​ພໍ່​ແມ່​ໂສກເສົ້າ.


ຕໍ່ໄປນີ້ ແມ່ນ​ສຸພາສິດ​ອື່ນໆ​ອີກ​ຂອງ​ເຈົ້າ​ໂຊໂລໂມນ ຊຶ່ງ​ຄົນ​ຢູ່​ໃນ​ວັງ​ຂອງ​ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ​ໄດ້​ກ່າຍ​ອອກ​ມາ.


ພວກ​ຜູ້​ທີ່​ມີ​ປັນຍາ​ຈະ​ຮຸ່ງເຮືອງ​ເໝືອນ​ດວງດາວ​ສະຫວ່າງ​ສະໄຫວ​ທີ່​ເທິງ​ທ້ອງຟ້າ. ຜູ້​ທີ່​ສັ່ງສອນ​ຄົນ​ທັງຫລາຍ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ກໍ​ຈະ​ຮຸ່ງເຮືອງ​ຕະຫລອດໄປ​ເໝືອນ​ດວງດາວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka