Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 12:8 - ພຣະຄຳພີສັກສິ

8 ປັນຍາຈານ​ກ່າວ​ວ່າ, ອະນິຈັງ ອະນິຈັງ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.

Uka jalj uñjjattʼäta Copia luraña




ປັນຍາຈານ 12:8
10 Jak'a apnaqawi uñst'ayäwi  

ມະນຸດ​ຊາດ​ລ້ວນແຕ່​ປຽບ​ດັ່ງ​ລົມຫາຍໃຈ ຜູ້ໃຫຍ່​ຫລື​ຜູ້ນ້ອຍ​ກໍຕາມ ໄຮ້​ຄ່າ​ເໝືອນກັນ. ເມື່ອ​ນຳ​ພວກເຂົາ​ມາ​ຊັ່ງ​ເບິ່ງ​ກໍ​ບໍ່ມີ​ນໍ້າໜັກ​ຫຍັງເລີຍ ພວກເຂົາ​ເບົາກວ່າ​ລົມຫາຍໃຈ​ອີກ​ຊໍ້າ.


ຕໍ່ໄປນີ້ ແມ່ນ​ຄຳເວົ້າ​ຂອງ​ປັນຍາຈານ​ລູກຊາຍ​ຂອງ​ເຈົ້າ​ດາວິດ ຜູ້​ທີ່​ໄດ້​ເປັນ​ກະສັດ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.


ຂ້າພະເຈົ້າ​ຄື​ປັນຍາຈານ ເຄີຍ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ໄດ້​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.


ຂ້າພະເຈົ້າ​ເຄີຍ​ເຫັນ​ສັບພະທຸກສິ່ງ​ທີ່​ຄົນ​ໄດ້​ເຮັດ​ຢູ່ໃຕ້​ດວງຕາເວັນ ແລະ​ຂ້າພະເຈົ້າ​ຂໍ​ບອກ​ວ່າ, ສິ່ງ​ເຫຼົ່ານັ້ນ​ລ້ວນແຕ່​ອະນິຈັງ​ທັງສິ້ນ. ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຂ້າພະເຈົ້າ​ຕັ້ງໃຈ​ຮໍ່າຮຽນ​ໄຈ້ແຍກ ລະຫວ່າງ​ຄວາມຮູ້​ແລະ​ຄວາມ​ໂງ່ຈ້າ, ປັນຍາ​ແລະ​ຄວາມ​ບ້າຄັ່ງ, ແຕ່​ຂ້າພະເຈົ້າ​ໄດ້​ພົບ​ວ່າ ຂ້າພະເຈົ້າ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ​ຄືກັນ.


ປັນຍາຈານ​ໄດ້​ເວົ້າ​ວ່າ, ອະນິຈັງ ອະນິຈັງ ຊີວິດ​ນີ້​ອະນິຈັງ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ສະນັ້ນ ສຳລັບ​ຂ້າພະເຈົ້າ​ແລ້ວ ຊີວິດ​ຈຶ່ງ​ກາຍເປັນ​ສິ່ງ​ທີ່​ບໍ່ມີ​ຄວາມໝາຍ​ຫຍັງ ເພາະ​ທຸກສິ່ງ​ທີ່​ຢູ່ໃຕ້​ດວງຕາເວັນ​ບໍ່ໄດ້​ນຳ​ຫຍັງ​ເລີຍ​ມາ​ໃຫ້​ຂ້າພະເຈົ້າ ນອກຈາກ​ຄວາມ​ເດືອດຮ້ອນ​ເທົ່ານັ້ນ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ. ຂ້າພະເຈົ້າ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຂ້າພະເຈົ້າ​ໄດ້​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ເປັນຫຍັງ​ມະນຸດ​ຈຶ່ງ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຈະ​ປະສົບ​ຜົນ​ສຳເລັດ ເພາະ​ລາວ​ຢາກ​ມີ​ລື່ນ​ເພື່ອນບ້ານ​ຂອງຕົນ, ແຕ່​ມັນ​ກໍ​ອະນິຈັງ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຊີວິດ​ມະນຸດ​ຜ່ານ​ພົ້ນ​ໄປ​ດັ່ງ​ເງົາ. ໃຜ​ຮູ້​ໄດ້​ແດ່​ວ່າ​ມີ​ຫຍັງ​ດີ​ສຳລັບ​ມະນຸດ​ຢູ່​ໃນ​ໂລກ​ອະນິຈັງ​ອັນ​ສັ້ນໆ​ນີ້? ໃຜ​ຮູ້​ໄດ້​ແດ່​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ ຫລັງຈາກ​ທີ່​ລາວ​ຕາຍໄປ​ແລ້ວ?


ບໍ່ມີ​ຜູ້ໃດ​ຊ່ວຍ​ຕົນ​ບໍ່​ໃຫ້​ຕາຍ​ໄດ້ ຫລື​ແກ່​ຍາວ​ວັນ​ຕາຍ​ຂອງຕົນ​ອອກ​ໄປ​ໄດ້. ເປັນ​ການ​ຮົບ​ທີ່​ພວກເຮົາ​ໜີພົ້ນ​ບໍ່ໄດ້ ແລະ​ພວກເຮົາ​ກໍ​ສໍ້ໂກງ​ບໍ່ໄດ້​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka