7 ຮ່າງກາຍຂອງພວກເຮົາຈະກັບເປັນຂີ້ຝຸ່ນດິນອີກ ແລະຈິດວິນຍານຂອງພວກເຮົາກໍຈະກັບຄືນໄປຫາພຣະເຈົ້າ ຜູ້ຊົງປະທານໃຫ້ນັ້ນ.
ອັບຣາຮາມໄດ້ຕອບແລະກ່າວຕື່ມວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍໂຜດຍົກໂທດໃຫ້ແກ່ຂ້ານ້ອຍ ທີ່ກ້າກ່າວຕໍ່ພຣະອົງອີກ. ຂ້ານ້ອຍເປັນພຽງແຕ່ມະນຸດເທົ່ານັ້ນ ແລະບໍ່ມີສິດທີ່ຈະກ່າວຫຍັງ.
ແລ້ວພຣະເຈົ້າຢາເວພຣະເຈົ້າກໍເອົາຂີ້ດິນແຕ່ພື້ນດິນ ມາປັ້ນເປັນຊາຍ ແລະເປົ່າລົມຫາຍໃຈໃສ່ຮູດັງຂອງຊາຍທີ່ຖືກປັ້ນຂຶ້ນມານັ້ນໃຫ້ມີຊີວິດ ແລະຊາຍທີ່ຖືກປັ້ນນັ້ນກໍໄດ້ເລີ່ມມີຊີວິດ.
ເຈົ້າຈະເຮັດວຽກໜັກຈົນເຫື່ອໄຫລໄຄຍ້ອຍອອກມາ; ເພື່ອຈະເຮັດໃຫ້ດິນເກີດຜົນພຽງພໍລ້ຽງຊີວິດເຈົ້າ. ຈົນກວ່າເຈົ້າຄືນໄປສູ່ດິນທີ່ເຈົ້າຖືກສ້າງຂຶ້ນມາ; ເຈົ້າຖືກສ້າງມາແຕ່ດິນ ເຈົ້າຈະຄືນໄປເປັນດິນອີກ.”
ຮ່າງກາຍຂອງພວກເຂົາເຄີຍໜຸ່ມແໜ້ນແລະແຂງແຮງ ແຕ່ກໍຈະຖືກປ່ຽນແປງໃຫ້ເປັນຂີ້ຝຸ່ນດິນໄວໆນີ້.
ຈົນວ່າພຣະອົງຍົກໂທດໃຫ້ຂ້ານ້ອຍບໍ່ໄດ້ບໍ? ຈົນພຣະອົງອະໄພຄວາມຜິດໃຫ້ຂ້ານ້ອຍບໍ່ໄດ້. ຍັງບໍ່ດົນດອກ ຂ້ານ້ອຍຈະໄປຢູ່ໃນຂຸມຝັງສົບ ຈາກໄປເມື່ອພຣະອົງແນມຫາຂ້ານ້ອຍຢູ່.”
ພຣະອົງຮູ້ດີວ່າພວກເຮົາຖືກສ້າງມາຢ່າງໃດ ແລະຈົດຈຳໄວ້ວ່າພວກເຮົາເປັນພຽງແຕ່ຂີ້ຝຸ່ນດິນເທົ່ານັ້ນ.
ເວລາພຣະອົງຫັນໜ້າໜີມັນກໍເກີດຢ້ານກົວ ເມື່ອຖອດລົມຫາຍໃຈຄືນ ພວກມັນກໍຕາຍແລະກັບກາຍເປັນຂີ້ດິນອີກ.
ເວລາພວກເຂົາຕາຍກໍຈະກັບຄືນເປັນຂີ້ຝຸ່ນດິນ ແລ້ວແຜນການຂອງພວກເຂົາທັງໝົດກໍເຖິງທີ່ຈົບສິ້ນ.
ຜູ້ທີ່ຂາບໄຫວ້ຮູບເຄົາຣົບນັ້ນ ພຣະອົງກຽດຊັງຫລາຍ ແຕ່ຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າຢາເວ.
ພຣະອົງບອກໃຫ້ມະນຸດຄືນໄປສູ່ບ່ອນທີ່ເຂົາມາ ແລະປ່ຽນມະນຸດໃຫ້ກັບຄືນເປັນຂີ້ຝຸ່ນດິນອີກ.
ເຮົາໄດ້ໃຫ້ຊີວິດແກ່ປະຊາຊົນຂອງເຮົາ ແລະເຮົາຈະບໍ່ສືບຕໍ່ກ່າວຫາຫລືໂກດຮ້າຍພວກເຂົາຕະຫລອດໄປ.
ດັ່ງນັ້ນ ກະສັດເຊເດກີຢາຈຶ່ງສັນຍາກັບຂ້າພະເຈົ້າເປັນທາງລັບວ່າ, “ເຮົາຂໍສາບານໂດຍພຣະເຈົ້າຢາເວອົງຊົງພຣະຊົນຢູ່ ຄືພຣະເຈົ້າອົງໃຫ້ຊີວິດແກ່ພວກເຮົາວ່າ ເຮົາຈະບໍ່ລົງໂທດເຈົ້າໃຫ້ເຖິງຕາຍ ຫລືຈະບໍ່ມອບເຈົ້າໄວ້ໃນກຳມືຂອງຄົນທີ່ຢາກຈະຂ້າເຈົ້າ.”
ຫລາຍຄົນໃນພວກເຫຼົ່ານີ້ທີ່ຕາຍໄປແລ້ວ ຈະມີຊີວິດອີກ ຄືບາງຄົນຈະມີຄວາມພໍອົກພໍໃຈກັບຊີວິດອັນຕະຫລອດໄປເປັນນິດ; ບາງຄົນຈະທົນທຸກຢ່າງອັບອາຍຕະຫລອດໄປ.
ຕໍ່ໄປນີ້ແມ່ນຖ້ອຍຄຳທີ່ມາຈາກພຣະເຈົ້າຢາເວ ເຖິງຊາດອິດສະຣາເອນ: ພຣະເຈົ້າຢາເວອົງໄດ້ກາງຈັກກະວານອອກ ໄດ້ນິຣະມິດສ້າງແຜ່ນດິນໂລກ ແລະໄດ້ໃຫ້ຊີວິດແກ່ມວນມະນຸດ. ພຣະອົງກ່າວວ່າ,
ແຕ່ໂມເຊແລະອາໂຣນຂາບລົງດິນ ທູນວ່າ, “ໂອ ຂ້າແດ່ພຣະເຈົ້າ ອົງເປັນພຣະເຈົ້າແຫ່ງຈິດວິນຍານທັງໝົດຂອງມະນຸດ. ເມື່ອຄົນຜູ້ດຽວເຮັດບາບ ພຣະອົງຈະໂກດຮ້າຍຊຸມຊົນທັງໝົດຫລື?”
“ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຈິດວິນຍານທັງໝົດຂອງມະນຸດ ຂໍພຣະອົງຈົ່ງໄດ້ແຕ່ງຕັ້ງຊາຍຜູ້ໃດຜູ້ໜຶ່ງທີ່ສາມາດນຳພາປະຊາຊົນ
ພຣະເຢຊູເຈົ້າຮ້ອງຂຶ້ນດ້ວຍສຽງດັງວ່າ, “ພຣະບິດາເຈົ້າເອີຍ ລູກຂໍມອບຈິດວິນຍານຂອງລູກ ໄວ້ໃນກຳມືຂອງພຣະອົງ.” ແລ້ວພຣະອົງກໍຊົງສິ້ນພຣະຊົນ.
ພວກເຂົາພາກັນສືບຕໍ່ແກວ່ງກ້ອນຫີນໃສ່ຊະເຕຟາໂນ ຂະນະທີ່ເພິ່ນກຳລັງພາວັນນາອະທິຖານວ່າ, “ຂ້າແດ່ອົງພຣະເຢຊູເຈົ້າ ຂໍໂຜດຮັບເອົາຈິດວິນຍານຂອງຂ້ານ້ອຍໄວ້ດ້ວຍເຖີດ.”
ໄດ້ມາເຖິງທີ່ຊຸມນຸມກັນຂອງບັນດາລູກກົກ ຜູ້ທີ່ມີຄວາມຊົມຊື່ນຍິນດີ ຊຶ່ງຊື່ຂອງພວກເຂົາໄດ້ບັນທຶກໄວ້ໃນສະຫວັນແລ້ວ, ໄດ້ມາເຖິງພຣະເຈົ້າຜູ້ພິພາກສາມະນຸດທຸກຄົນ ແລະມາເຖິງຈິດວິນຍານຂອງບັນດາຄົນຊອບທຳ ຜູ້ເຖິງທີ່ສຳເລັດແລ້ວ.
ອີກປະການໜຶ່ງ ເຮົາທັງຫລາຍມີພໍ່ເປັນມະນຸດທີ່ໄດ້ຕີສອນພວກເຮົາ ແລະພວກເຮົາກໍນັບຖືພໍ່ນັ້ນ. ຫລາຍກວ່ານັ້ນອີກ ພວກເຮົາຄວນຢູ່ໃຕ້ບັງຄັບຂອງພຣະບິດາເຈົ້າແຫ່ງບັນດາວິນຍານຈິດ ແລະມີຊີວິດບໍ່ແມ່ນບໍ?