Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 12:5 - ພຣະຄຳພີສັກສິ

5 ເຈົ້າ​ຈະ​ຢ້ານ​ຍ່າງ​ຂຶ້ນຄ້ອຍ ເຈົ້າ​ຈະ​ຍ່າງ​ໄປມາ​ບໍ່ໄດ້​ສະດວກ​ສະບາຍ ຜົມ​ຂອງ​ເຈົ້າ​ຈະ​ຫງອກ, ເຈົ້າ​ຈະ​ບໍ່​ວ່ອງໄວ​ດັ່ງ​ຕັກແຕນ ແລະ​ຕັນຫາ​ຂອງເຈົ້າ​ກໍ​ຈະ​ເສື່ອມ​ລົງ. ພວກເຮົາ​ກຳລັງ​ຈະ​ໄປ​ສູ່​ບ່ອນ​ຢູ່​ອັນ​ຖາວອນ ແລະ​ຕາມ​ຖະໜົນ​ຫົນທາງ​ກໍ​ຈະ​ມີ​ການ​ໄວ້ທຸກ.

Uka jalj uñjjattʼäta Copia luraña




ປັນຍາຈານ 12:5
19 Jak'a apnaqawi uñst'ayäwi  

ແຕ່​ຢາໂຄບ​ເວົ້າ​ວ່າ, “ຂ້ອຍ​ຈະ​ບໍ່​ຍອມ​ໃຫ້​ລູກຊາຍ​ຂ້ອຍ​ໄປ​ນຳ​ພວກເຈົ້າ. ອ້າຍ​ຂອງ​ລາວ​ໄດ້​ຕາຍໄປ​ແລ້ວ ແລະ​ຍັງເຫລືອ​ແຕ່​ລາວ​ຜູ້​ດຽວ​ເທົ່ານັ້ນ. ບາງທີ​ອາດ​ມີ​ສິ່ງໃດສິ່ງໜຶ່ງ​ເກີດຂຶ້ນ​ກັບ​ລາວ​ຕາມ​ທາງ​ກໍໄດ້. ຂ້ອຍ​ກໍ​ເຖົ້າແກ່​ຫລາຍ​ແລ້ວ ແລະ​ຄວາມ​ທຸກໃຈ​ທີ່​ພວກເຈົ້າ​ກໍ່​ຂຶ້ນ​ນີ້ ອາດ​ຈະ​ເຮັດ​ໃຫ້​ຂ້ອຍ​ຊໍ້າໃຈ​ຕາຍ​ກໍໄດ້.”


ຖ້າ​ພວກເຈົ້າ​ເອົາ​ຜູ້ຫລ້າ​ໄປ​ຈາກ​ຂ້ອຍ​ແລະ​ຖືກ​ຂ້າ​ອີກ ກໍ​ເທົ່າ​ກັບ​ພວກເຈົ້າ​ເຮັດ​ໃຫ້​ພໍ່​ອຸກໃຈ​ຕາຍ​ໃນ​ຍາມ​ເຖົ້າແກ່​ແລ້ວ​ເຊັ່ນນີ້!”’


ພວກເຮົາ​ຮຽນຮູ້​ປັນຍາ​ນຳ​ຄົນ​ຜົມຫງອກ​ອາຍຸ​ສູງ ຄື​ພວກ​ທີ່​ເກີດ​ມາ​ກ່ອນ​ບິດາ​ຂອງ​ເຈົ້າ​ເກີດ​ມາ​ພຸ້ນ.


ຄວາມຫວັງ​ຢ່າງດຽວ​ຂອງຂ້ອຍ​ຄື​ແດນ​ມໍຣະນາ ບ່ອນ​ທີ່​ຂ້ອຍ​ຈະ​ຢຽດຕົວ​ລົງນອນ​ຢູ່​ໃນ​ຄວາມມືດ.


ຂ້ານ້ອຍ​ຮູ້ວ່າ​ພຣະອົງ​ກຳລັງ​ສົ່ງ​ຂ້ານ້ອຍ​ໄປ​ສູ່​ຄວາມຕາຍ ໄປ​ສູ່​ເຄາະກຳ​ທີ່​ຮັກສາ​ໄວ້​ສຳລັບ​ທຸກໆຄົນ​ນັ້ນ.


ຂ້າແດ່​ພຣະເຈົ້າ​ເອີຍ ບັດນີ້​ຂ້ານ້ອຍ​ເຖົ້າແກ່ ແລະ​ຜົມ​ຫງອກ​ກໍ​ຫລາຍ​ແລ້ວ ຂໍ​ຢ່າ​ປະຖິ້ມ​ຂ້ານ້ອຍ​ໄປເລີຍ ໃນ​ຂະນະທີ່​ຂ້ານ້ອຍ​ປະກາດ​ເຖິງ​ຣິດອຳນາດ ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ແກ່​ຄົນ​ລຸ້ນ​ຕໍ່ໄປ​ຟັງ ຂໍ​ພຣະອົງ​ຢູ່​ນຳ​ຂ້ານ້ອຍ​ດ້ວຍ.


ຊີວິດ​ທີ່​ຍືນໝັ້ນ​ເປັນ​ບຳເໜັດ​ຂອງ​ຜູ້​ຊອບທຳ ຜົມ​ຫງອກ​ເປັນ​ມົງກຸດ​ອັນ​ມີ​ສະຫງ່າຣາສີ.


ສັກສີ​ຂອງ​ຄົນໜຸ່ມ​ຄື​ກຳລັງ, ແຕ່​ຄວາມ​ສະຫງ່າງາມ​ຂອງ​ຜູ້ເຖົ້າ​ຄື​ຜົມຫງອກ.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ເຮົາ​ເປັນ​ພຣະເຈົ້າ​ຈະ​ດູແລ​ພວກເຈົ້າ​ເອງ ຈົນກວ່າ​ເຖົ້າແກ່​ຊະຣາ​ຜົມ​ເປັນ​ສີເຖົ່າ. ເຮົາ​ໄດ້​ສ້າງ​ພວກເຈົ້າ​ແລະ​ຈະ​ເປັນ​ຜູ້​ດູແລ ເຮົາ​ຈະ​ຊ່ວຍຊູ​ແລະ​ຊ່ວຍກູ້​ເອົາ​ພວກເຈົ້າ.”


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ກ່າວວ່າ, “ເຢເຣມີຢາ​ເອີຍ ເຈົ້າ​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ງ່າ​ຂອງ​ຕົ້ນ​ໝາກບົກ.”


ເຮົາ​ຈະ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ໃນ​ທ່າມກາງ​ບັນດາ​ຊົນຊາດ ຊຶ່ງ​ພວກເຂົາ​ເອງ​ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ບໍ່ເຄີຍ​ໄດ້ຍິນ​ຊື່​ມາກ່ອນ; ແລະ​ເຮົາ​ຈະ​ສົ່ງ​ກອງທັບ​ທັງຫລາຍ​ມາ​ຕໍ່ສູ້​ພວກເຂົາ ຈົນກວ່າ​ເຮົາ​ໄດ້​ທຳລາຍ​ພວກເຂົາ​ຢ່າງ​ໝົດສິ້ນ.”


ຈົ່ງ​ສະແດງ​ຄວາມ​ເຄົາຣົບ​ນັບຖື​ແກ່​ຄົນ​ເຖົ້າແກ່​ຊະຣາ ແລະ​ໃຫ້ກຽດ​ແກ່​ເພິ່ນ. ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ມະນຸດ​ທຸກຄົນ​ຖືກ​ຊົງ​ກຳນົດ​ໄວ້​ແລ້ວ​ວ່າ, ຈະ​ຕ້ອງ​ຕາຍ​ເທື່ອ​ດຽວ ແລະ​ຫລັງຈາກ​ນັ້ນ​ຈະ​ຖືກ​ມີ​ການ​ພິພາກສາ​ສັນໃດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka