4 ຫູຂອງເຈົ້າຈະບໍ່ໄດ້ຍິນສຽງອຶກກະທຶກຕາມຫົນທາງ. ເຈົ້າເກືອບຈະບໍ່ໄດ້ຍິນສຽງສີເຂົ້າຫລືສຽງດົນຕຼີຂັບກ່ອມ ແມ່ນແຕ່ສຽງຂອງນົກຮ້ອງປຸກເຈົ້າໃຫ້ຕື່ນນອນ.
ຂ້ານ້ອຍອາຍຸໄດ້ແປດສິບປີແລ້ວ; ຄົງບໍ່ມີສິ່ງໃດທີ່ຈະເຮັດໃຫ້ຂ້ານ້ອຍມີຄວາມສຸກໄດ້ດອກ. ເວລາທີ່ຂ້ານ້ອຍກິນຫລືດື່ມ ມັນກໍບໍ່ມີຣົດຊາດ ແລະຂ້ານ້ອຍຟັງສຽງຄົນຮ້ອງເພງກໍບໍ່ໄດ້ຍິນ. ທ່ານຈະລຳບາກຍ້ອນຂ້ານ້ອຍລ້າໆ.
ຜູ້ໃດເຮັດໃຫ້ມັນອ້າຄາງກະໄຕໄດ້ແດ່ ຊຶ່ງມີແຕ່ແຂ້ວຄົມໜ້າສະຫຍອງຂວັນ?
ຈົ່ງສີເຂົ້າເປືອກເຖີດ ຈົ່ງໂມ້ແປ້ງສາ ຈົ່ງເອົາຜ້າປົກໂສມໜ້າເຈົ້າອອກສາເຖີດ ຈົ່ງແກ້ເຄື່ອງງາມລະອຽດຂອງເຈົ້າອອກສາ ຈົ່ງຮື້ກະໂປ່ງເຈົ້າຂຶ້ນ ແລະຍ່າງຂ້າມຫ້ວຍນໍ້າ
ເຮົາຈະເຮັດໃຫ້ສຽງມ່ວນຊື່ນ ແລະສຽງເຈົ້າບ່າວເຈົ້າສາວ ທີ່ມີຄວາມສຸກໃນພິທີແຕ່ງງານມິດງຽບໄປ. ພວກເຂົາຈະບໍ່ມີນໍ້າມັນສຳລັບຕະກຽງ ແລະຈະບໍ່ມີເຂົ້າປາອາຫານກິນດ້ວຍ.
ສຽງນັກດີດພິນ ນັກເສບ ນັກເປົ່າຂຸ່ຍ ແລະເປົ່າແກຈະບໍ່ໄດ້ຍິນໃນເຈົ້າຕໍ່ໄປອີກ ຈະບໍ່ພົບຄົນທີ່ມີວິຊາຊ່າງຢ່າງໃດຈັກຄົນໃນເຈົ້າຕໍ່ໄປອີກ ແລະສຽງໂມ້ແປ້ງຈະບໍ່ໄດ້ຍິນໃນເຈົ້າຕໍ່ໄປອີກຈັກເທື່ອ.