3 ແລ້ວແຂນທີ່ປົກປ້ອງເຈົ້າກໍຈະສັ່ນເຊັນ ແລະຂາທີ່ດຽວນີ້ຍັງແຂງແຮງຢູ່ກໍຈະອ່ອນເພຍລົງ. ແຂ້ວທີ່ເຈົ້າໃຊ້ຫຍໍ້າອາຫານກໍຈະຍັງມີໜ້ອຍດຽວ ແລະຕາກໍຈະມົວລົງເຫັນບໍ່ແຈ້ງ.
ອີຊາກເຖົ້າແກ່ຫລາຍ ແລະສາຍຕາກໍມືດມົວລົງ. ເພິ່ນເອີ້ນເອຊາວລູກຊາຍກົກມາ ແລະເວົ້າວ່າ, “ລູກເອີຍ” ລາວຕອບວ່າ, “ໂດຍ ລູກກຳລັງຟັງຢູ່.”
ສາຍຕາຂອງຢາໂຄບອ່ອນລົງຫລາຍ ຍ້ອນຄວາມຊະລາແລະບໍ່ເຫັນຮຸ່ງຄັກ. ເມື່ອໂຢເຊັບນຳພວກເຂົາເຂົ້າມາ ເພິ່ນຈຶ່ງກອດແລະຈູບພວກເຂົາ.
ເມື່ອຍັງໜຸ່ມພຣະອົງໄດ້ກະທຳໃຫ້ຂ້ານ້ອຍອ່ອນແອ ແລະໄດ້ບັນດານໃຫ້ຊີວິດຂ້ານ້ອຍສັ້ນເຂົ້າ.
ຂ້ານ້ອຍເຮັດຕໍ່ພວກເຂົາ ເໝືອນກັບວ່າພວກເຂົາເປັນໝູ່ຫລືພີ່ນ້ອງຂອງຕົນ ກົ້ມຂາບລົງທົນທຸກ ເໝືອນດັ່ງໄວ້ອາໄລໃຫ້ແມ່ຜູ້ບັງເກີດເກົ້າ.
ຂ້ານ້ອຍຖືກຕີຈົນລົ້ມທັງອິດອ່ອນໝົດກຳລັງ ຕະຫລອດທັງວັນຈຶ່ງຮ້ອງໄຫ້ແລະໄວ້ທຸກ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ຊາຍເຖົ້າຍິງແກ່ທີ່ຊະຣາຫລາຍຈົນໃຊ້ໄມ້ເທົ້າຍ່າງໄປມາ ພວກເຂົາຈະໄດ້ນັ່ງຢູ່ຕາມເດີ່ນຂອງນະຄອນອີກເທື່ອໜຶ່ງ.
ໃນຄືນໜຶ່ງ ເອລີຜູ້ທີ່ເກືອບບໍ່ເຫັນຮຸ່ງແລ້ວ ພວມນອນຫລັບຢູ່ໃນຫ້ອງສ່ວນຕົວຂອງເພິ່ນ