2 ຍາມນັ້ນເຈົ້າຈະຢູ່ໃນຄວາມມືດມົວ ເປັນດັ່ງດວງອາທິດທີ່ອັບແສງ ດວງເດືອນແລະດວງດາວທີ່ບໍ່ແຈ້ງກະຈ່າງ ແລະເມກໝອກອັນມືດຄຶ້ມບໍ່ຜ່ານພົ້ນໄປຫລັງຈາກຝົນຕົກ.
ອີຊາກເຖົ້າແກ່ຫລາຍ ແລະສາຍຕາກໍມືດມົວລົງ. ເພິ່ນເອີ້ນເອຊາວລູກຊາຍກົກມາ ແລະເວົ້າວ່າ, “ລູກເອີຍ” ລາວຕອບວ່າ, “ໂດຍ ລູກກຳລັງຟັງຢູ່.”
ສາຍຕາຂອງຢາໂຄບອ່ອນລົງຫລາຍ ຍ້ອນຄວາມຊະລາແລະບໍ່ເຫັນຮຸ່ງຄັກ. ເມື່ອໂຢເຊັບນຳພວກເຂົາເຂົ້າມາ ເພິ່ນຈຶ່ງກອດແລະຈູບພວກເຂົາ.
ພຣະອົງໄດ້ໃຫ້ຂ້ານ້ອຍລຳບາກແລະທົນທຸກ ແຕ່ພຣະອົງຈະເສີມສ້າງເຫື່ອແຮງຂຶ້ນໃໝ່. ພຣະອົງຈະຮັກສາຂ້ານ້ອຍໄວ້ແລະໃຫ້ພົ້ນໄພ ຈາກບ່ອນເລິກແຫ່ງຂຸມຝັງສົບນັ້ນ.
ຂ້າແດ່ພຣະເຈົ້າ ເມື່ອນໍ້າເຫັນພຣະອົງແລ້ວກໍເກີດຢ້ານກົວ ບ່ອນເລິກໃນທ້ອງທະເລກໍສັ່ນສະເທືອນດ້ວຍ.
ພວກຂ້ານ້ອຍມີຊີວິດຢູ່ພຽງແຕ່ເຈັດສິບປີ ອາດຮອດແປດສິບປີຖ້າມີເຫື່ອແຮງຢູ່ ແຕ່ຊ່ວງໄລຍະອາຍຸນັ້ນກໍພົບຄວາມລຳບາກ ແລະເຮັດໃຫ້ລະທົມທຸກໃຈ ໃນບໍ່ຊ້າຊີວິດຈະຈົບລົງແລະຕາຍໄປເທົ່ານັ້ນ.
ດວງດາວທັງຫລາຍແຫ່ງຟ້າສະຫວັນຈະຢຸດສ່ອງແສງ ດວງອາທິດຈະມືດດຳໄປ ເມື່ອມັນຂຶ້ນສູ່ຂອບຟ້າ ແລະດວງເດືອນກໍຈະບໍ່ສ່ອງແຈ້ງ.
ເມື່ອວັນນັ້ນມາເຖິງ ພວກເຂົາຈະໂຮຮ້ອງໃສ່ຊາດອິດສະຣາເອນດັ່ງຄື້ນອຶກກະທຶກຂອງທະເລ. ເບິ່ງປະເທດນີ້ແມ ຊ່າງມືດມິດ ແລະທຸກລະທົມແທ້ ຄວາມສະຫວ່າງກາຍເປັນມືດມົວສາແລ້ວ.
ສ່ວນດວງອາທິດ ແລະດວງເດືອນກໍຈະມືດມົວໄປ ດາວທັງຫລາຍຈະບໍ່ສ່ອງແສງຕໍ່ໄປອີກ.
“ພໍໝົດຄວາມທຸກລຳບາກຂອງວັນເຫຼົ່ານັ້ນແລ້ວ ດວງອາທິດຈະມືດໄປ ດວງຈັນຈະບໍ່ສ່ອງແສງຕໍ່ໄປ, ດວງດາວທັງຫລາຍຈະຕົກລົງຈາກທ້ອງຟ້າ ແລະສິ່ງທີ່ມີອຳນາດໃນທ້ອງຟ້າກໍຈະສັ່ນສະທ້ານຫວັ່ນໄຫວ.
ໃນຄືນໜຶ່ງ ເອລີຜູ້ທີ່ເກືອບບໍ່ເຫັນຮຸ່ງແລ້ວ ພວມນອນຫລັບຢູ່ໃນຫ້ອງສ່ວນຕົວຂອງເພິ່ນ
ໃນຂະນະນັ້ນ ເອລີມີອາຍຸເກົ້າສິບແປດປີ ແລະຕາກໍເກືອບບໍ່ເຫັນຮຸ່ງແລ້ວ).
ພໍຊາຍຄົນນັ້ນເວົ້າເຖິງຫີບຂອງພຣະເຈົ້າ ເອລີຜູ້ທີ່ນັ່ງຢູ່ໃກ້ປະຕູພຣະວິຫານ ກໍຫງາຍຫລັງລົ້ມລົງຄໍຫັກຕາຍເພາະເພິ່ນເຖົ້າແກ່ແລະຕຸ້ຍ. ເອລີເປັນຜູ້ປົກຄອງຊາດອິດສະຣາເອນເປັນເວລາສີ່ສິບປີ.