Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 12:13 - ພຣະຄຳພີສັກສິ

13 ໃນທີ່ສຸດ​ນີ້ ຍັງ​ມີ​ພຽງ​ສິ່ງດຽວ​ທີ່​ຈະ​ເວົ້າ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ເພາະ​ພຣະອົງ​ໄດ້​ສ້າງ​ມະນຸດ​ຂຶ້ນ​ມາ​ກໍ​ເພື່ອ​ສິ່ງ​ທັງໝົດ​ນີ້.

Uka jalj uñjjattʼäta Copia luraña




ປັນຍາຈານ 12:13
27 Jak'a apnaqawi uñst'ayäwi  

ແລະ​ພຣະອົງ​ໄດ້ກ່າວ​ວ່າ, “ຢ່າ​ທຳຮ້າຍ​ຫລື​ເຮັດ​ຫຍັງ​ແກ່​ເດັກຊາຍ​ນີ້​ເລີຍ. ບັດນີ້ ເຮົາ​ຮູ້​ແລ້ວ​ວ່າ ເຈົ້າ​ເຊື່ອຟັງ​ແລະ​ຢຳເກງ​ພຣະເຈົ້າ​ຢູ່​ສະເໝີ; ດ້ວຍວ່າ ເຈົ້າ​ບໍ່ໄດ້​ຫວງ​ລູກຊາຍ​ຄົນ​ດຽວ​ຂອງ​ເຈົ້າ​ໄວ້​ຈາກ​ພຣະອົງ.”


ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ສັ່ງ​ເຈົ້າ​ໃຫ້​ເຮັດ; ຈົ່ງ​ເຊື່ອຟັງ​ກົດບັນຍັດ​ແລະ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ ເພື່ອ​ວ່າ​ເຈົ້າ​ຈະ​ສຳເລັດຜົນ​ໃນ​ທຸກສິ່ງ​ທີ່​ເຈົ້າ​ເຮັດ.


ພຣະເຈົ້າ​ໄດ້​ກ່າວ​ອອກ​ເປັນຖ້ອຍ​ເປັນຄຳ​ ແກ່​ມວນ​ມະນຸດ​ທັງຫລາຍ​ດັ່ງ​ຕໍ່​ລົງ​ໄປ​ນີ້: ‘ເພື່ອ​ຈະ​ມີ​ປັນຍາ​ຕ້ອງ​ຢຳເກງ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຈະ​ເຂົ້າໃຈ​ຕ້ອງ​ຫັນໜີ​ຈາກ​ຄວາມ​ຊົ່ວຊ້າ.”’


ຄວາມ​ຢຳເກງ​ພຣະເຈົ້າຢາເວ ເປັນ​ບໍ່​ເກີດ​ແຫ່ງ​ສະຕິປັນຍາ ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຈະ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ ຄຳ​ຍ້ອງຍໍ​ສັນລະເສີນ​ຈົ່ງ​ມີ​ແດ່​ພຣະອົງ​ຕະຫລອດໄປ.


ທຸກຄົນ​ທີ່​ໃຫ້ກຽດ​ພຣະອົງ​ກໍໄດ້​ຕາມ​ທີ່​ຕ້ອງການ ພຣະອົງ​ໄດ້ຍິນ​ສຽງ​ພວກເຂົາ​ຮ້ອງໄຫ້​ແລະ​ຊ່ວຍ​ເຂົາ​ໃຫ້​ພົ້ນ.


ແຕ່​ຄວາມ​ພໍໃຈ​ຂອງ​ພຣະເຈົ້າຢາເວ​ຢູ່​ນຳ​ຜູ້​ທີ່​ຢຳເກງ​ພຣະອົງ ຄື​ຜູ້​ທີ່​ໄວ້ວາງໃຈ​ໃນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ.


ການ​ຢຳເກງ​ພຣະເຈົ້າຢາເວ ເປັນ​ບໍ່ເກີດ​ແຫ່ງ​ປັນຍາ ຄົນ​ໂງ່ຈ້າ​ປະໝາດ​ປັນຍາ ແລະ​ການ​ສຶກສາ​ຮຽນຮູ້.


ການ​ຢຳເກງ​ພຣະເຈົ້າຢາເວ​ນຳ​ໄປ​ສູ່​ຊີວິດ ຄື​ມີ​ຊີວິດ​ຍືນຍາວ ປາສະຈາກ​ໂພຍໄພ ແລະ​ປອດໄພ​ຈາກ​ການ​ທຳຮ້າຍ.


ຢ່າ​ອິດສາ​ຄົນບາບ, ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ຢູ່​ສະເໝີ​ໃນ​ຊີວິດ​ຂອງເຈົ້າ


ດ້ວຍ​ຄວາມຢາກ​ມີ​ປັນຍາ ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ດື່ມ​ເຫຼົ້າ​ອະງຸ່ນ ເພື່ອ​ເຮັດ​ໃຫ້​ຂ້າພະເຈົ້າ​ດີໃຈ​ແລະ​ສະໜຸກ. ຂ້າພະເຈົ້າ​ຄິດວ່າ​ສິ່ງ​ນີ້​ອາດ​ເປັນ​ວິທີ​ດີທີ່ສຸດ​ກໍໄດ້ ທີ່​ມະນຸດ​ນຳ​ເອົາ​ໄປ​ໃຊ້​ໄດ້​ໃນ​ຊີວິດ​ອັນ​ສັ້ນໆ​ຂອງຕົນ​ຢູ່​ໃນ​ໂລກນີ້.


ຂ້າພະເຈົ້າ​ຮູ້ວ່າ ທຸກສິ່ງ​ທີ່​ພຣະເຈົ້າ​ກະທຳ​ນັ້ນ​ດຳລົງ​ຢູ່​ຕະຫລອດໄປ. ທ່ານ​ຕື່ມ​ສິ່ງໃດສິ່ງໜຶ່ງ​ໃສ່​ບໍ່ໄດ້ ຫລື​ເອົາ​ສິ່ງໃດສິ່ງໜຶ່ງ​ອອກ​ໄປ​ຈາກ​ນັ້ນ​ບໍ່ໄດ້. ມີ​ສິ່ງໜຶ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ ແມ່ນ​ເຮັດ​ໃຫ້​ມະນຸດ​ຢຳເກງ​ພຣະອົງ.


ບໍ່​ວ່າ​ເຈົ້າ​ໄຝ່ຝັນ​ຫລາຍ​ສໍ່າໃດ ເຈົ້າ​ເຮັດ​ວຽກ​ບໍ່ມີ​ປະໂຫຍດ​ຫລາຍ​ສໍ່າໃດ ຫລື​ເຈົ້າ​ເວົ້າ​ຫລາຍ​ສໍ່າໃດ ເຈົ້າ​ຕ້ອງ​ເຮັດ​ທຸກຢ່າງ​ດ້ວຍ​ການ​ຢຳເກງ​ພຣະເຈົ້າ.


ຊີວິດ​ມະນຸດ​ຜ່ານ​ພົ້ນ​ໄປ​ດັ່ງ​ເງົາ. ໃຜ​ຮູ້​ໄດ້​ແດ່​ວ່າ​ມີ​ຫຍັງ​ດີ​ສຳລັບ​ມະນຸດ​ຢູ່​ໃນ​ໂລກ​ອະນິຈັງ​ອັນ​ສັ້ນໆ​ນີ້? ໃຜ​ຮູ້​ໄດ້​ແດ່​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ ຫລັງຈາກ​ທີ່​ລາວ​ຕາຍໄປ​ແລ້ວ?


ຈົ່ງ​ຫລີກລ້ຽງ​ທັງສອງ​ຢ່າງ​ນີ້ ຖ້າ​ເຈົ້າ​ຢຳເກງ​ພຣະເຈົ້າ ເຈົ້າ​ກໍ​ຈະ​ພົ້ນ​ຈາກ​ສອງ​ສິ່ງ​ທີ່​ກ່າວ​ມາ.


ຄົນບາບ​ຜູ້ໜຶ່ງ​ອາດ​ໄດ້​ເຮັດ​ຊົ່ວ​ໄວ້​ຕັ້ງ​ຮ້ອຍ​ຢ່າງ ແລະ​ຍັງ​ມີ​ຊີວິດ​ຢູ່. ເອີ​ແມ່ນ​ແລ້ວ ຂ້າພະເຈົ້າ​ຮູ້​ສິ່ງ​ທີ່​ພວກເຂົາ​ເວົ້າ​ວ່າ, “ຖ້າ​ທ່ານ​ຢຳເກງ​ພຣະເຈົ້າ ທຸກສິ່ງ​ກໍ​ຈະ​ເປັນ​ໄປ​ໂດຍ​ດີ;


ເມື່ອໃດ​ທີ່​ເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງເພິ່ນ ເຈົ້າ​ກໍ​ປອດໄພ; ແລະ​ຄົນມີ​ປັນຍາ​ກໍ​ຮູ້​ວ່າ​ຕົນ​ຈະ​ເຮັດ​ຢ່າງໃດ​ແລະ​ຍາມໃດ.


ບໍ່ແມ່ນ​ດອກ ພຣະເຈົ້າຢາເວ​ໄດ້​ບອກ​ພວກເຮົາ​ວ່າ ແມ່ນ​ຫຍັງ​ເປັນ​ສິ່ງ​ທີ່​ດີ. ສິ່ງ​ທີ່​ພຣະອົງ​ຕ້ອງການ​ຈາກ​ພວກເຮົາ​ນັ້ນ​ແມ່ນ​ດັ່ງນີ້: ເຮັດ​ສິ່ງ​ທີ່​ຖືກຕ້ອງ, ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ໃຊ້​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ກັບ​ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຖ່ອມໃຈ.


ພຣະ​ກະລຸນາ​ຂອງ​ພຣະອົງ ກໍ​ມີ​ແກ່​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງ ທັງ​ຊົ່ວ​ອາຍຸ​ນີ້ ແລະ​ຊົ່ວ​ອາຍຸ​ໜ້າ​ສືບໆໄປ.


“ບັດນີ້ ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຮຽກຮ້ອງ​ຕ້ອງການ​ຈາກ​ພວກເຈົ້າ ຄື: ຈົ່ງ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຕິບັດ​ທຸກສິ່ງ​ທີ່​ພຣະອົງ​ສັ່ງ. ຈົ່ງ​ຮັກ​ພຣະອົງ ແລະ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ


ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ນະມັດສະການ​ແຕ່​ພຣະອົງ​ເທົ່ານັ້ນ. ຈົ່ງ​ສັດຊື່​ຕໍ່​ພຣະອົງ ແລະ​ກ່າວ​ຄຳສັນຍາ​ໃນ​ພຣະນາມ​ຂອງ​ພຣະອົງ​ເທົ່ານັ້ນ.


ມື້​ທີ່​ພວກເຈົ້າ​ໄດ້​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ພູເຂົາ​ຊີນາຍ ເມື່ອ​ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ​ວ່າ ‘ຈົ່ງ​ເຕົ້າໂຮມ​ປະຊາຊົນ ເຮົາ​ຕ້ອງການ​ໃຫ້​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເຮົາ​ຕ້ອງ​ກ່າວ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮຽນ​ຮູ້​ເຊື່ອຟັງ​ເຮົາ​ຊົ່ວຊີວິດ​ຂອງ​ພວກເຂົາ ແລະ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ສັ່ງສອນ​ລູກຫລານ​ຂອງ​ພວກເຂົາ​ໃຫ້​ເຮັດ​ຢ່າງ​ດຽວກັນ.’


ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ​ໃສ່​ສິ່ງ​ທີ່​ຂ້າພະເຈົ້າ​ສັ່ງ ແລະ​ຢ່າ​ຕັດ​ສິ່ງໃດ​ສິ່ງໜຶ່ງ​ອອກ. ຈົ່ງ​ຖື​ຮັກສາ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.


ເພື່ອ​ພວກເຈົ້າ​ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ ຈະ​ໄດ້​ຢຳເກງ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້​ທີ່​ຂ້າພະເຈົ້າ​ກຳລັງ​ມອບ​ໃຫ້​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່​ຍືນຍາວ​ໃນ​ດິນແດນ​ນັ້ນ.


ຈົ່ງ​ໃຫ້ກຽດ​ແກ່​ທຸກໆ​ຄົນ ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວກັນ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຈົ່ງ​ເຄົາຣົບ​ນັບຖື​ຜູ້​ທີ່​ມີ​ອຳນາດ​ສູງສຸດ.


ແລະ​ມີ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ​ວ່າ, “ເຈົ້າ​ທັງຫລາຍ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ທີ່​ຢຳເກງ​ພຣະອົງ ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ ຈົ່ງ​ຖວາຍ​ສັນລະເສີນ​ແດ່​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ.”


ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ເທົ່ານັ້ນ​ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ຢ່າງ​ສັດຊື່ ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ. ຈົ່ງ​ຈົດຈຳ​ພາລະກິດ​ອັນ​ຍິ່ງໃຫຍ່ ທີ່​ພຣະອົງ​ໄດ້​ເຮັດ​ເພື່ອ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka