10 ປັນຍາຈານພະຍາຍາມຄົ້ນຫາຄຳເວົ້າທີ່ອອຍໃຈ, ແຕ່ຄຳເວົ້າຕ່າງໆທີ່ເພິ່ນໄດ້ຂຽນໄວ້ນັ້ນເປັນຄວາມຈິງທັງໝົດ.
ຄົນຊອບທຳເວົ້າແຕ່ສິ່ງທີ່ຖືກຕ້ອງ, ແຕ່ຄົນຊົ່ວຊ້າເວົ້າແຕ່ສິ່ງທີ່ເຮັດໃຫ້ຄົນເຈັບໃຈ.
ຮູ້ຈັກໃຊ້ຄຳເວົ້າທີ່ຖືກກາລະເທສະ ພາໃຫ້ເກີດຄວາມຊົມຊື່ນຍິນດີ.
ພຣະເຈົ້າຢາເວຊັງຄວາມຄິດຊົ່ວ, ແຕ່ພຣະອົງເຫັນຊອບນຳຖ້ອຍຄຳທີ່ມີໃຈໄມຕີ.
ຕໍ່ໄປນີ້ ແມ່ນຄຳເວົ້າຂອງປັນຍາຈານລູກຊາຍຂອງເຈົ້າດາວິດ ຜູ້ທີ່ໄດ້ເປັນກະສັດຢູ່ໃນນະຄອນເຢຣູຊາເລັມ.
ຂ້າພະເຈົ້າຄືປັນຍາຈານ ເຄີຍເປັນກະສັດຂອງຊາດອິດສະຣາເອນ ແລະໄດ້ປົກຄອງຢູ່ໃນນະຄອນເຢຣູຊາເລັມ.
ເຮົາບອກເຈົ້າຕາມຄວາມຈິງວ່າ, ພວກເຮົາເວົ້າໃນສິ່ງທີ່ພວກເຮົາຮູ້ ແລະເປັນພະຍານເຖິງສິ່ງທີ່ພວກເຮົາໄດ້ເຫັນ ແຕ່ພວກເຈົ້າບໍ່ຮັບເອົາຄຳພະຍານຂອງພວກເຮົາ.
ເມື່ອຖ້ອຍຄຳແຫ່ງຄວາມຈິງ ຄືຂ່າວປະເສີດມາເຖິງພວກເຈົ້າເປັນເທື່ອທຳອິດນັ້ນ ພວກເຈົ້າກໍໄດ້ຮັບຮູ້ເຖິງຄວາມຫວັງທີ່ມີໃນຂ່າວປະເສີດ. ດັ່ງນັ້ນ ຄວາມເຊື່ອກັບຄວາມຮັກຂອງພວກເຈົ້າ ຈຶ່ງຝັງຮາກຢູ່ເທິງສິ່ງທີ່ພວກເຈົ້າຫວັງ ພຣະເຈົ້າໄດ້ຊົງຮັກສາໄວ້ສຳລັບພວກເຈົ້າໃນສະຫວັນ.
ຄຳນີ້ເປັນຄວາມຈິງ ຊຶ່ງທຸກຄົນສົມຄວນຮັບເອົາໄວ້ ຄືພຣະຄຣິດເຈົ້າເຢຊູໄດ້ເຂົ້າມາໃນໂລກ ເພື່ອໂຜດເອົາຄົນບາບທັງຫລາຍໃຫ້ພົ້ນ ໃນບັນດາຄົນເຫຼົ່ານັ້ນ ແມ່ນເຮົານີ້ແຫຼະ ເປັນຄົນບາບຫລາຍທີ່ສຸດ,