Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 12:1 - ພຣະຄຳພີສັກສິ

1 ສະນັ້ນ ຈົ່ງ​ລະນຶກເຖິງ​ພຣະຜູ້​ສ້າງ​ຂອງເຈົ້າ ໃນ​ເມື່ອ​ເຈົ້າ​ຍັງ​ໜຸ່ມ​ຢູ່ ກ່ອນ​ວັນ​ທັງຫຼາຍ​ແລະ​ປີ​ທັງຫຼາຍ​ທີ່​ມືດມົວ​ມາເຖິງ ແລະ​ເມື່ອ​ເຈົ້າ​ຈະ​ເວົ້າ​ວ່າ, “ຂ້ອຍ​ບໍ່ໄດ້​ສະໜຸກ​ເລີຍ​ໃນ​ຊີວິດ​ນີ້.”

Uka jalj uñjjattʼäta Copia luraña




ປັນຍາຈານ 12:1
40 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ໂຢເຊັບ ແລະ​ບັນດານ​ໃຫ້​ທຸກສິ່ງ​ທີ່​ລາວ​ເຮັດ​ເກີດຜົນ​ດີ. ລາວ​ໄດ້​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ເອຢິບ​ນາຍ​ຂອງຕົນ


ຫົວໜ້າ​ຜູ້ຄຸມຄຸກ​ບໍ່ໄດ້​ກວດກາ​ສິ່ງ​ໃດໆ​ທີ່​ໂຢເຊັບ​ຮັບຜິດຊອບ ຍ້ອນ​ວ່າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ລາວ ແລະ​ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້​ທຸກສິ່ງ​ທີ່​ລາວ​ເຮັດ​ນັ້ນ​ຈະເລີນ.


ຂ້ານ້ອຍ​ອາຍຸ​ໄດ້​ແປດສິບ​ປີ​ແລ້ວ; ຄົງ​ບໍ່ມີ​ສິ່ງໃດ​ທີ່​ຈະ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ຄວາມສຸກ​ໄດ້​ດອກ. ເວລາ​ທີ່​ຂ້ານ້ອຍ​ກິນ​ຫລື​ດື່ມ ມັນ​ກໍ​ບໍ່ມີ​ຣົດຊາດ ແລະ​ຂ້ານ້ອຍ​ຟັງ​ສຽງ​ຄົນ​ຮ້ອງເພງ​ກໍ​ບໍ່ໄດ້ຍິນ. ທ່ານ​ຈະ​ລຳບາກ​ຍ້ອນ​ຂ້ານ້ອຍ​ລ້າໆ.


ຂ້ານ້ອຍ​ບໍ່​ສົມຄວນ​ຮັບ​ບຳເໜັດ​ອັນ​ຍິ່ງໃຫຍ່​ນີ້​ດອກ. ສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ໄປ​ກັບ​ທ່ານ​ຮອດ​ແຕ່​ຟາກ​ພຸ້ນ​ເທົ່ານັ້ນ.


ປະຊາຊົນ​ອິດສະຣາເອນ​ທັງໝົດ​ຈະ​ໄວ້ທຸກ​ໃຫ້​ລາວ ແລະ​ຝັງສົບ​ລາວ​ໄວ້. ມີ​ແຕ່​ລາວ​ຄົນ​ດຽວ​ໃນ​ຄອບຄົວ​ຂອງ​ເຢໂຣໂບອາມ​ທີ່​ຈະ​ຖືກ​ຝັງ​ໄວ້​ຢ່າງດີ ເພາະ​ແມ່ນ​ລາວ​ຜູ້​ດຽວ​ເທົ່ານັ້ນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ພໍໃຈ​ນຳ.


ພໍ​ຂ້ານ້ອຍ​ຈາກ​ໄປ​ແລ້ວ​ຈະ​ເປັນ​ຢ່າງ​ໃດເດ ຖ້າ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ພາ​ທ່ານ​ໜີໄປ​ບ່ອນ​ທີ່​ຄົນ​ບໍ່​ຮູ້ຈັກ? ເມື່ອ​ຂ້ານ້ອຍ​ບອກ​ກະສັດ​ອາຮາບ​ວ່າ​ທ່ານ​ຢູ່​ທີ່ນີ້, ແຕ່​ເພິ່ນ​ບໍ່​ພົບ​ທ່ານ ເພິ່ນ​ກໍ​ຈະ​ສັງຫານ​ຂ້ານ້ອຍ​ເສຍ. ທ່ານ​ຄົງ​ຮູ້​ແລ້ວ​ວ່າ ຂ້ານ້ອຍ​ເປັນ​ຜູ້​ທີ່​ນະມັດສະການ​ພຣະເຈົ້າຢາເວ​ຢ່າງ​ເຄັ່ງຄັດ​ຕັ້ງແຕ່​ນ້ອຍ​ມາ.


ຂ້າພະເຈົ້າ​ເຫັນ​ວ່າ​ປະຊາຊົນ​ວຸ້ນວາຍ​ໃຈ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ເວົ້າ​ກັບ​ພວກເຂົາ ພ້ອມ​ທັງ​ພວກຜູ້ນຳ ແລະ​ພວກ​ຂ້າຣາຊການ​ວ່າ, “ບໍ່​ຕ້ອງ​ຢ້ານ​ພວກ​ສັດຕູ​ດອກ. ຈົ່ງ​ຈົດຈຳ​ໄວ້​ວ່າ​ພຣະເຈົ້າຢາເວ​ຂອງ​ພວກເຮົາ​ຍິ່ງໃຫຍ່ ແລະ​ເປັນ​ທີ່​ເກງກົວ​ຫລາຍ​ສໍ່າໃດ ແລະ​ຈົ່ງ​ສູ້ຮົບ​ເພື່ອ​ເພື່ອນ​ຮ່ວມ​ຊາດ, ລູກ, ເມຍ ແລະ​ເຮືອນ​ຂອງ​ພວກທ່ານ.”


ພວກເຂົາ​ເປັນ​ຄົນ​ໝົດເຫື່ອ ແລະ​ໝົດແຮງ ອ່ອນແອ​ເກີນ​ທີ່​ຈະ​ເຮັດ​ວຽກ​ສຳລັບ​ຂ້ອຍ​ໄດ້.


ຂ້າແດ່​ພຣະເຈົ້າຢາເວ ກາງຄືນ​ຂ້ານ້ອຍ​ຄິດເຖິງ​ພຣະອົງ ແລະ​ຕຶກຕອງ​ເຖິງ​ກົດບັນຍັດ​ນັ້ນ.


ຈົ່ງ​ຟັງ​ເອົາ​ເຖີດ​ລູກຫລານ​ຂອງຂ້ອຍ​ເອີຍ ຂ້ອຍ​ຈະ​ແອບສອນ​ໃຫ້​ເຈົ້າ​ຢ້ານຢຳ​ພຣະເຈົ້າຢາເວ.


ເມື່ອ​ຂ້ານ້ອຍ​ນອນລົງ ຂ້ານ້ອຍ​ກໍ​ລະນຶກ​ຄິດເຖິງ​ພຣະອົງ ແລະ​ຄິດເຖິງ​ພຣະອົງ​ຕະຫລອດ​ທັງຄືນ


ພວກ​ຂ້ານ້ອຍ​ມີ​ຊີວິດ​ຢູ່​ພຽງແຕ່​ເຈັດສິບ​ປີ ອາດຮອດ​ແປດສິບ​ປີ​ຖ້າ​ມີ​ເຫື່ອແຮງ​ຢູ່ ແຕ່​ຊ່ວງ​ໄລຍະ​ອາຍຸ​ນັ້ນ​ກໍ​ພົບ​ຄວາມ​ລຳບາກ ແລະ​ເຮັດ​ໃຫ້​ລະທົມ​ທຸກໃຈ ໃນບໍ່ຊ້າ​ຊີວິດ​ຈະ​ຈົບ​ລົງ​ແລະ​ຕາຍໄປ​ເທົ່ານັ້ນ.


ຈົ່ງ​ອົບຮົມ​ເດັກນ້ອຍ​ໃນ​ທາງ​ທີ່​ຖືກຕ້ອງ ແລະ​ເມື່ອ​ເຂົາ​ເປັນ​ຜູ້ໃຫຍ່​ແລ້ວ ເຂົາ​ຈະ​ບໍ່​ໜີ​ຈາກ​ທາງນັ້ນ.


ເຮົາ​ຮັກ​ພວກ​ທີ່​ຮັກ​ເຮົາ ຜູ້​ທີ່​ຊອກຫາ​ເຮົາ​ກໍ​ພົບ​ເຮົາ​ໄດ້.


ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ອຸກໃຈ​ຫລື​ເຈັບປວດ. ເຈົ້າ​ຈະ​ໜຸ່ມ​ຕໍ່ໄປ​ບໍ່ໄດ້​ດົນນານ.


ຈົ່ງ​ລົງທຶນ​ຂອງເຈົ້າ​ໄວ້​ໃນ​ຫລາຍບ່ອນ ຫລາຍບ່ອນ​ເທົ່າໃດ​ແຮ່ງດີ ເພາະ​ຢູ່​ໃນ​ໂລກນີ້​ເຈົ້າ​ບໍ່​ຮູ້​ວ່າ ອັນຕະລາຍ​ຊະນິດ​ໃດ​ຈະ​ມາ​ຖືກ​ເຈົ້າ​ໃນ​ຍາມໃດ.


ຈົ່ງ​ຂອບພຣະຄຸນ​ສຳລັບ​ແຕ່ລະປີ ທີ່​ອຳນວຍ​ໃຫ້​ເຈົ້າ​ມີ​ຊີວິດ​ຢູ່. ບໍ່​ວ່າ​ເຈົ້າ​ຈະ​ອາຍຸ​ຍືນຍາວ​ເທົ່າໃດ​ກໍຕາມ ຈົ່ງ​ຈຳ​ໄວ້​ວ່າ​ເຈົ້າ​ຈະ​ຕາຍ​ຢູ່​ຢ່າງ​ຍາວນານ. ໃນ​ທີ່ນັ້ນ​ບໍ່ມີ​ຫຍັງ​ພໍ​ທີ່​ຈະ​ຫວັງ​ໄດ້​ເລີຍ.


ຂ້ແດ່​ພຣະເຈົ້າຢາເວ ໃນ​ທາງ​ແຫ່ງ​ການ​ຕັດສິນ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ໂດຍ​ນາມຊື່​ອັນ​ເປັນ​ທີ່​ລະນຶກ​ຂອງ​ພຣະອົງ ແມ່ນ​ຈິດໃຈ​ທີ່​ປາຖະໜາ​ຂອງ​ພວກ​ຂ້ານ້ອຍ.


ເປັນ​ການ​ດີເລີດ​ທີ່​ຮຽນຮູ້​ເອົາ​ຄວາມ​ອົດທົນ ໃນ​ເວລາ​ທີ່​ພວກເຮົາ​ຍັງ​ໜຸ່ມແໜ້ນ​ຢູ່.


ພຣະເຈົ້າ​ໄດ້​ໃຫ້​ພວກ​ຊາຍໜຸ່ມ​ສີ່​ຄົນ​ນີ້ ມີ​ຄວາມຮູ້​ແລະ​ຄວາມ​ຊຳນິ​ຊຳນານ​ໃນ​ດ້ານ​ວັນນະຄະດີ​ແລະ​ມີ​ສະຕິປັນຍາ​ເປັນ​ຢ່າງດີ. ນອກຈາກນີ້ ພຣະອົງ​ຍັງ​ໄດ້​ໂຜດ​ໃຫ້​ດານີເອນ ຊຳນານ​ໃນ​ການ​ແປ​ນິມິດ​ແລະ​ແກ້​ຄວາມຝັນ​ຕ່າງໆ​ອີກ​ດ້ວຍ.


ແລະ​ບໍ່​ຄິດວ່າ​ການ​ເພິ່ງ​ຊາວ​ຕ່າງຊາດ​ນັ້ນ ໄດ້​ປຸ້ນ​ເອົາ​ເຫື່ອແຮງ​ຂອງ​ພວກ​ຕົນ​ໄປ. ວັນ​ຂອງ​ພວກເຂົາ​ກໍ​ຖືກ​ນັບ​ໄວ້​ແລ້ວ​ແຕ່​ພວກເຂົາ​ບໍ່​ຮູ້ຈັກ.


ເພິ່ນ​ຈະ​ເປັນ​ຜູ້​ຍິ່ງໃຫຍ່​ໃນ​ສາຍ​ພຣະເນດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເພິ່ນ​ຈະ​ບໍ່​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ເຫຼົ້າ​ປຸກ​ແຕ່​ຢ່າງ​ໃດ ແລະ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ຕັ້ງແຕ່​ຈາກ​ທ້ອງ​ແມ່​ມາ


ແຕ່​ພຣະເຢຊູເຈົ້າ​ໄດ້​ເອີ້ນ​ເອົາ​ເດັກນ້ອຍ​ມາ​ຫາ​ພຣະອົງ ແລະ​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ເຫຼົ່ານັ້ນ​ມາ​ຫາ​ເຮົາ ແລະ​ຢ່າ​ຫ້າມ​ພວກເຂົາ ເພາະ​ອານາຈັກ​ຂອງ​ພຣະເຈົ້າ ກໍ​ເປັນ​ຂອງ​ຄົນ​ທີ່​ເໝືອນ​ເດັກນ້ອຍ​ນີ້​ແຫຼະ.


ຝ່າຍ​ພໍ່​ແມ່​ຢ່າ​ເຮັດ​ໃຫ້​ລູກ​ຂອງຕົນ​ຂັດເຄືອງ​ໃຈ ແຕ່​ຈົ່ງ​ອົບຮົມ​ສັ່ງສອນ​ພວກເຂົາ​ຕາມ​ລະບຽບ ແລະ​ຫລັກ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ຈົ່ງ​ຈົດຈຳ​ວ່າ ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ໃຫ້​ອຳນາດ​ແກ່​ພວກເຈົ້າ​ກາຍເປັນ​ຜູ້​ຮັ່ງມີ. ພຣະອົງ​ເຮັດ​ເຊັ່ນນີ້ ເພາະ​ພຣະອົງ​ຍັງ​ສັດຊື່​ຕໍ່​ພັນທະສັນຍາ ທີ່​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.


ທີ່​ຈິງ​ແລ້ວ ເຈົ້າ​ໄດ້​ຮູ້​ພຣະຄຳພີ​ອັນ​ສັກສິດ ຕັ້ງແຕ່​ຄາວ​ເຈົ້າ​ຍັງ​ນ້ອຍ​ພຸ້ນ ຊຶ່ງ​ສາມາດ​ສອນ​ເຈົ້າ​ໃຫ້​ມີ​ປັນຍາ ທີ່​ນຳ​ໄປ​ເຖິງ​ຄວາມ​ພົ້ນ ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຂໍ​ອຸທິດ​ເດັກ​ນີ້​ໃຫ້​ແກ່​ພຣະເຈົ້າຢາເວ, ລາວ​ຈະ​ເປັນ​ຂອງ​ພຣະເຈົ້າຢາເວ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ.” ແລ້ວ​ພວກເຂົາ ກໍ​ນະມັດສະການ​ຕໍ່ໜ້າ​ພຣະເຈົ້າຢາເວ​ຢູ່​ທີ່​ນັ້ນ.


ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເພິ່ນ​ວ່າ, “ຢ່າ​ໄດ້​ສົນໃຈ​ນຳ​ຄວາມສູງ ແລະ​ຄວາມງາມ​ຂອງ​ລາວ​ເລີຍ. ເຮົາ​ບໍ່​ຮັບ​ເອົາ​ລາວ​ເພາະ​ການ​ເບິ່ງ​ຂອງ​ພຣະເຈົ້າຢາເວ​ບໍ່​ຄື​ການ​ເບິ່ງ​ຂອງ​ມະນຸດ. ມະນຸດ​ເບິ່ງ​ພາຍນອກ​ແຕ່​ພຣະເຈົ້າຢາເວ​ເບິ່ງ​ພາຍໃນ​ຈິດໃຈ.”


ໃນຂະນະ​ດຽວກັນ​ນັ້ນ ເດັກຊາຍ​ຊາມູເອນ​ກໍ​ສືບຕໍ່​ບົວລະບັດ​ຮັບໃຊ້​ຕໍ່ໜ້າ​ພຣະເຈົ້າຢາເວ ໂດຍ​ນຸ່ງ​ເສື້ອຄຸມ​ຜ້າປ່ານ​ເອໂຟດ.


ເດັກຊາຍ​ຊາມູເອນ​ສືບຕໍ່​ເຕີບ​ໃຫຍ່​ຂຶ້ນ ທັງ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າຢາເວ​ແລະ​ມະນຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka