Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 11:9 - ພຣະຄຳພີສັກສິ

9 ຄົນໜຸ່ມ​ເອີຍ ຈົ່ງ​ສະໜຸກ​ຢູ່​ໃນ​ຄວາມ​ໜຸ່ມແໜ້ນ​ຂອງເຈົ້າ. ຈົ່ງ​ຫາ​ຄວາມສຸກ​ເມື່ອ​ເຈົ້າ​ຍັງ​ໜຸ່ມແໜ້ນ​ຢູ່ ຈົ່ງ​ເຮັດ​ທຸກສິ່ງ​ທີ່​ເຈົ້າ​ຕ້ອງການ​ຢາກ​ເຮັດ ແລະ​ທຸກສິ່ງ​ທີ່​ເຈົ້າ​ພໍໃຈ​ເຮັດ​ດ້ວຍ. ແຕ່​ຈົ່ງ​ຈຳ​ໄວ້​ວ່າ ພຣະເຈົ້າ​ຈະ​ຕັດສິນ​ທຸກໆສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.

Uka jalj uñjjattʼäta Copia luraña




ປັນຍາຈານ 11:9
41 Jak'a apnaqawi uñst'ayäwi  

ຜູ້ຍິງ​ເຫັນ​ວ່າ ຕົ້ນໄມ້​ນັ້ນ​ຊ່າງ​ງາມ​ແທ້ ແລະ​ໝາກໄມ້​ກໍ​ເປັນ​ຕາ​ຢາກ​ກິນ​ອີຫລີ ທັງ​ຄິດ​ວ່າ ຖ້າ​ຕົນ​ສະຫລາດ​ຂຶ້ນ​ອີກ​ກໍ​ຄົງ​ດີ​ຫລາຍ. ດັ່ງນັ້ນ ນາງ​ຈຶ່ງ​ປິດ​ເອົາ​ໝາກໄມ້​ມາ​ກິນ ແລ້ວ​ກໍ​ຍື່ນໃຫ້​ຜົວ​ຂອງຕົນ​ກິນ​ນຳ​ດ້ວຍ ລາວ​ກໍໄດ້​ກິນ.


ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ເຫັນ​ວ່າ​ຍິງ​ສາວ​ເຫຼົ່ານີ້​ງາມ​ຫລາຍ. ສະນັ້ນ ຈຶ່ງ​ພາກັນ​ຫາ​ເລືອກ​ເອົາ​ເປັນ​ເມຍ​ຕາມ​ໃຈ​ມັກ.


ພໍ​ຂ້ານ້ອຍ​ຈາກ​ໄປ​ແລ້ວ​ຈະ​ເປັນ​ຢ່າງ​ໃດເດ ຖ້າ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ພາ​ທ່ານ​ໜີໄປ​ບ່ອນ​ທີ່​ຄົນ​ບໍ່​ຮູ້ຈັກ? ເມື່ອ​ຂ້ານ້ອຍ​ບອກ​ກະສັດ​ອາຮາບ​ວ່າ​ທ່ານ​ຢູ່​ທີ່ນີ້, ແຕ່​ເພິ່ນ​ບໍ່​ພົບ​ທ່ານ ເພິ່ນ​ກໍ​ຈະ​ສັງຫານ​ຂ້ານ້ອຍ​ເສຍ. ທ່ານ​ຄົງ​ຮູ້​ແລ້ວ​ວ່າ ຂ້ານ້ອຍ​ເປັນ​ຜູ້​ທີ່​ນະມັດສະການ​ພຣະເຈົ້າຢາເວ​ຢ່າງ​ເຄັ່ງຄັດ​ຕັ້ງແຕ່​ນ້ອຍ​ມາ.


ພໍ​ເຖິງ​ຕອນທ່ຽງ, ເອລີຢາ​ກໍ​ເລີ່ມ​ເຍາະເຍີ້ຍ​ພວກເຂົາ​ວ່າ, “ຮ້ອງ​ໃຫ້​ດັງ​ກວ່າ​ນີ້​ແມ ເພິ່ນ​ເປັນ​ພະ​ຕົນໜຶ່ງ ເພິ່ນ​ອາດ​ກຳລັງ​ຝັນ​ຢູ່ ຫລື​ກຳລັງ​ຫຍຸ້ງຢູ່ ກຳລັງ​ເດີນທາງ​ຢູ່ ຫລື​ບາງທີ​ເພິ່ນ​ອາດ​ຍັງ​ນອນຫລັບ​ຢູ່ ພວກທ່ານ​ຈະ​ຕ້ອງ​ປຸກ​ເພິ່ນ​ໃຫ້​ລຸກ​ຂຶ້ນ.”


ເມື່ອ​ມີກາອີຢາ​ເຂົ້າ​ມາ​ປາກົດ​ຕົວ​ຕໍ່ໜ້າ​ກະສັດ​ອາຮາບ​ແລ້ວ ກະສັດ​ຈຶ່ງ​ຖາມ​ວ່າ, “ມີກາອີຢາ ກະສັດ​ເຢໂຮຊາຟັດ​ແລະ​ເຮົາ ຄວນ​ອອກ​ໄປ​ໂຈມຕີ​ເມືອງ​ຣາໂມດ​ຫລື​ບໍ່?” ມີກາອີຢາ​ຕອບ​ວ່າ, “ໂຈມຕີ​ໂລດ ແນ່ນອນ​ທ່ານ​ຈະ​ຕີ​ເອົາ​ໄດ້. ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ໄດ້​ໄຊຊະນະ.”


ຖ້າ​ຂ້ອຍ​ຫັນປ່ຽນ​ຈາກ​ທິດທາງເດີນ ຄື​ທິດທາງເດີນ​ອັນ​ຍຸດຕິທຳ​ແລະ​ຖືກຕ້ອງ; ຫລື​ປ່ອຍ​ຕົວເອງ​ໃຫ້​ຄວາມຊົ່ວ​ຈ່ອງດຶງ​ໄປ ຖ້າ​ມື​ຂ້ອຍ​ດ່າງພອຍ​ດ້ວຍ​ຮອຍ​ເປື້ອນເປິ​ໃດໆ​ນັ້ນ


ສະນັ້ນ ເຮົາ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ດື້ດຶງ​ຕາມໃຈ ໃຫ້​ເຮັດ​ຕາມ​ລຳພັງ​ໃຈ​ໃນ​ສິ່ງ​ທີ່​ພວກເຂົາ​ມັກ.


ສະນັ້ນ ຈົ່ງ​ລະນຶກເຖິງ​ພຣະຜູ້​ສ້າງ​ຂອງເຈົ້າ ໃນ​ເມື່ອ​ເຈົ້າ​ຍັງ​ໜຸ່ມ​ຢູ່ ກ່ອນ​ວັນ​ທັງຫຼາຍ​ແລະ​ປີ​ທັງຫຼາຍ​ທີ່​ມືດມົວ​ມາເຖິງ ແລະ​ເມື່ອ​ເຈົ້າ​ຈະ​ເວົ້າ​ວ່າ, “ຂ້ອຍ​ບໍ່ໄດ້​ສະໜຸກ​ເລີຍ​ໃນ​ຊີວິດ​ນີ້.”


ພຣະເຈົ້າ​ຈະ​ຕັດສິນ​ທຸກສິ່ງ​ທີ່​ພວກເຮົາ​ເຮັດ ບໍ່​ວ່າ​ດີ​ຫລື​ຊົ່ວ ແມ່ນແຕ່​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນ​ທີ່​ລັບລີ້​ດ້ວຍ.


ຂ້າພະເຈົ້າ​ປາຖະໜາ​ສິ່ງໃດ ຂ້າພະເຈົ້າ​ກໍໄດ້​ສິ່ງນັ້ນ. ຂ້າພະເຈົ້າ​ບໍ່ໄດ້​ຫັກຫ້າມ​ຈິດໃຈ​ຂອງ​ຂ້າພະເຈົ້າ​ຈາກ​ຄວາມ​ສະໜຸກ​ໃດໆ​ທັງສິ້ນ. ຂ້າພະເຈົ້າ​ພູມໃຈ​ຕໍ່​ວຽກການ​ງານ​ຕ່າງໆ​ທີ່​ຂ້າພະເຈົ້າ​ໄດ້​ເຮັດ ແລະ​ທັງໝົດ​ນັ້ນ​ແມ່ນ​ບຳເໜັດ​ຂອງ​ຂ້າພະເຈົ້າ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ສຳນຶກ​ໄດ້​ວ່າ​ສິ່ງ​ທີ່​ມະນຸດ​ພໍ​ກະທຳ​ໄດ້​ນັ້ນ ແມ່ນ​ເຮັດ​ໃຫ້​ຈິດໃຈ​ເປັນ​ສຸກ ແລະ​ເຮັດ​ດີທີ່ສຸດ​ເທົ່າທີ່ຈະ​ເຮັດ​ໄດ້ ເມື່ອ​ຕົນ​ຍັງ​ມີ​ຊີວິດ​ຢູ່.


ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ຕົນເອງ​ວ່າ, “ພຣະເຈົ້າ​ຈະ​ຕັດສິນ​ຄົນ​ຊອບທຳ ແລະ​ຄົນຊົ່ວຊ້າ​ເໝືອນກັນ ເພາະ​ທຸກສິ່ງ​ແລະ​ທຸກ​ການກະທຳ​ຈະ​ເກີດຂຶ້ນ ຕາມ​ກຳນົດ​ເວລາ​ຂອງ​ມັນເອງ.”


ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ແລະ​ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ. ການ​ພໍໃຈ​ກັບ​ສິ່ງ​ທີ່​ຕົນ​ມີ​ຢູ່ ກໍດີກວ່າ​ການ​ປ່ອຍຕົວ​ເລື້ອຍ​ໄປ​ຕາມ​ຕັນຫາ​ຂອງຕົນ.


ເມື່ອ​ທຸກສິ່ງ​ເປັນ​ໄປ​ໂດຍ​ດີ ຈົ່ງ​ຍິນດີ​ເຖີດ, ແຕ່​ເມື່ອ​ຄວາມ​ເດືອດຮ້ອນ​ມາ​ເຖິງ ຈົ່ງ​ລະນຶກ​ວ່າ ພຣະເຈົ້າ​ໃຫ້​ທັງ​ຄວາມ​ເດືອດຮ້ອນ​ແລະ​ຄວາມ​ຍິນດີ ດັ່ງນັ້ນ ເຈົ້າ​ຈະ​ຮູ້​ບໍ່ໄດ້​ຈັກເທື່ອ​ວ່າ ອະນາຄົດ​ຈະ​ມີ​ເຫດການ​ຫຍັງ​ເກີດຂຶ້ນ.


ສຳລັບ​ປະຊາຊົນ​ຜູ້​ທີ່​ບໍ່​ຍອມ​ຟັງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ພວກເຂົາ​ຕ່າງ​ກໍ​ສືບຕໍ່​ບອກ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ.’ ພວກເຂົາ​ບອກ​ທຸກຄົນ​ທີ່​ດື້ດ້ານ​ວ່າ, ‘ໄພພິບັດ​ຈະ​ບໍ່​ມາ​ຖືກ​ພວກເຈົ້າ​ຈັກເທື່ອ.”’


ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເອົາໃຈໃສ່​ເລີຍ. ພວກເຂົາ​ຕ່າງ​ກໍໄດ້​ປະພຶດ​ຕົນ​ໄປ​ຕາມ​ຄວາມ​ດື້ດ້ານ ແລະ​ໃຈ​ຊົ່ວ​ຂອງ​ພວກ​ເຂົາເອງ; ສະນັ້ນ ພວກເຂົາ​ຈຶ່ງ​ຊົ່ວ​ໜັກ​ລົງ​ແທນ​ທີ່​ຈະ​ດີ​ຂຶ້ນ.


ເປັນ​ການ​ດີເລີດ​ທີ່​ຮຽນຮູ້​ເອົາ​ຄວາມ​ອົດທົນ ໃນ​ເວລາ​ທີ່​ພວກເຮົາ​ຍັງ​ໜຸ່ມແໜ້ນ​ຢູ່.


ແຕ່​ຖ້າ​ບຸກຄົນ​ໃດ ບໍ່​ວ່າ​ຄົນ​ອິດສະຣາເອນ​ໂດຍ​ກຳເນີດ ຫລື​ຄົນ​ຕ່າງດ້າວ​ທີ່​ໄດ້​ມາ​ອາໄສ​ຢູ່​ນຳ​ກໍດີ ຫາກ​ເຮັດ​ບາບ​ໂດຍ​ຕັ້ງໃຈ​ດູໝິ່ນ​ປະໝາດ​ພຣະເຈົ້າຢາເວ ກໍ​ໃຫ້​ລົງໂທດ​ບຸກຄົນ​ນັ້ນ​ໃຫ້​ເຖິງ​ຕາຍ;


ຍອຍ​ນັ້ນ​ຈະ​ເປັນ​ສິ່ງ​ເຕືອນໃຈ ແລະ​ທຸກໆ​ເທື່ອ​ທີ່​ພວກເຈົ້າ​ເຫັນ​ຍອຍ​ນັ້ນ ມັນ​ຈະ​ຊ່ວຍ​ໃຫ້​ພວກເຈົ້າ​ຄິດເຖິງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ປະຕິບັດ​ຕາມ ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ລືມໄລ​ເຮົາ​ໄປ​ເຮັດ​ຕາມໃຈ​ມັກ.


ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຕີ​ລໍ​ຂອງ​ເຈົ້າ​ເຖິງ​ສາມ​ເທື່ອ​ເຊັ່ນນີ້? ເຮົາ​ມາ​ທີ່​ນີ້​ເພື່ອ​ຂັດຂວາງ​ເຈົ້າ​ໄວ້ ເພາະ​ເຮົາ​ເຫັນ​ວ່າ​ເຈົ້າ​ບໍ່ຄວນ​ຈະ​ໄປ.


ແຕ່​ຝ່າຍ​ເຮົາ ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ແນມ​ເບິ່ງ​ແມ່ຍິງ​ດ້ວຍ​ໃຈ​ຄິດ​ຢາກ​ລ່ວງເກີນ​ຍິງ​ນັ້ນ ຜູ້ນັ້ນ​ໄດ້​ຫລິ້ນຊູ້​ໃນ​ໃຈ​ກັບ​ຍິງ​ນັ້ນ​ແລ້ວ.


ແລ້ວ​ເຮົາ​ກໍ​ຈະ​ເວົ້າ​ກັບ​ຕົວ​ເອງ​ວ່າ, ‘ຈິດໃຈ​ເອີຍ ເຮົາ​ມີ​ເຂົ້າ​ຂອງ​ດີ ເພື່ອ​ໄວ້​ກິນ​ຫລາຍໆ​ປີ​ຕາມ​ຄວາມ​ຕ້ອງການ ຈົ່ງ​ໃຊ້​ຊີວິດ​ຢ່າງ​ສຸກ​ສະບາຍ ຈົ່ງ​ກິນ ຈົ່ງ​ດື່ມ ແລະ​ຈົ່ງ​ເຮັດ​ໃຫ້​ຕົນເອງ​ມ່ວນຊື່ນ​ເທາະ.’


ໃນ​ອະດີດ​ທີ່​ຜ່ານ​ມາ ພຣະອົງ​ປ່ອຍ​ໃຫ້​ປະຊາຊົນ​ທັງໝົດ​ປະຕິບັດ​ຕາມ​ຮີດຄອງ​ຂອງຕົນ.


ຂະນະທີ່​ໂປໂລ​ອ້າງ​ເຖິງ​ຄວາມ​ຍຸດຕິທຳ, ການ​ຄວບຄຸມ​ຕົນເອງ ແລະ​ການ​ພິພາກສາ​ທີ່​ຈະ​ມາ​ເຖິງ​ໃນ​ພາຍໜ້າ​ນັ້ນ, ຝ່າຍ​ເຟລິກ​ກໍ​ສະດຸ້ງ​ຕົກໃຈ​ຢ້ານ​ຈຶ່ງ​ເວົ້າ​ວ່າ, “ບັດນີ້ ເຈົ້າ​ອອກ​ໄປ​ໄດ້​ແລ້ວ ເຮົາ​ຈະ​ເອີ້ນ​ເຈົ້າ​ມາ​ອີກ ເມື່ອ​ເຮົາ​ມີ​ໂອກາດ.”


ແລ້ວ​ເປັນຫຍັງ ເຈົ້າ​ຈຶ່ງ​ກ່າວໂທດ​ໃສ່​ພີ່ນ້ອງ​ຂອງຕົນ? ເປັນຫຍັງ​ເຈົ້າ​ຈຶ່ງ​ໝິ່ນປະໝາດ​ພີ່ນ້ອງ​ຂອງຕົນ? ເພາະວ່າ ພວກເຮົາ​ທຸກຄົນ​ຈະ​ຕ້ອງ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະເຈົ້າ.


ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່ຄວນ​ຕັດສິນ​ຄົນ​ໃດ​ຄົນ​ໜຶ່ງ ກ່ອນ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້ ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ປາກົດ ພຣະອົງ​ຈະ​ຊົງ​ເປີດເຜີຍ​ຄວາມ​ລັບ​ທີ່​ເຊື່ອງ​ໄວ້​ໃນ​ຄວາມມືດ​ນັ້ນ​ໃຫ້​ແຈ່ມແຈ້ງ ແລະ​ພຣະອົງ​ຈະ​ເປີດເຜີຍ​ຄວາມ​ນຶກຄິດ​ອັນ​ເລິກລັບ​ໃນ​ໃຈ​ມະນຸດ, ເມື່ອນັ້ນ​ແຫຼະ ແຕ່ລະຄົນ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ ຕາມ​ທີ່​ຕົນ​ສົມຄວນ​ໄດ້​ຮັບ.


ດ້ວຍວ່າ, ຈຳເປັນ​ທີ່​ພວກເຮົາ​ທຸກຄົນ ຈະ​ຕ້ອງ​ປາກົດ​ຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດ ເພື່ອ​ແຕ່ລະຄົນ​ຈະ​ໄດ້​ຮັບ ສົມ​ກັບ​ການ​ທີ່​ຕົນ​ໄດ້​ເຮັດ​ໃນ​ຮ່າງກາຍ​ນີ້ ແລ້ວ​ແຕ່​ຈະ​ດີ ຫລື​ຊົ່ວ.


ຈົ່ງ​ໃຫ້​ແນ່ໃຈ​ວ່າ​ບໍ່ມີ​ຜູ້ໃດ​ໃນ​ທີ່ນີ້ ວັນນີ້ ທີ່​ຍິນ​ຄຳ​ກ່າວ​ສາບານ​ອັນ​ໜັກແໜ້ນ​ເຫຼົ່ານີ້​ແລ້ວ ຄິດ​ອວດຕົວ​ວ່າ​ຕົນ​ຈະ​ຢູ່ເຢັນ​ເປັນສຸກ ເຖິງ​ແມ່ນ​ວ່າ​ຈະ​ດື້ດ້ານ​ໄປ​ຕາມ​ວິຖີ​ທາງ​ຂອງຕົນ​ກໍຕາມ. ການ​ເຮັດ​ເຊັ່ນນັ້ນ ເປັນ​ການ​ນຳ​ໄພພິບັດ​ມາ​ສູ່​ດິນແດນ​ທີ່​ອຸດົມສົມບູນ​ແລະ​ແຫ້ງແລ້ງ​ຂອງ​ພວກເຈົ້າ.


ມະນຸດ​ທຸກຄົນ​ຖືກ​ຊົງ​ກຳນົດ​ໄວ້​ແລ້ວ​ວ່າ, ຈະ​ຕ້ອງ​ຕາຍ​ເທື່ອ​ດຽວ ແລະ​ຫລັງຈາກ​ນັ້ນ​ຈະ​ຖືກ​ມີ​ການ​ພິພາກສາ​ສັນໃດ


ໃນ​ຈຳນວນ​ສິ່ງຂອງ​ທີ່​ພວກເຮົາ​ຢຶດ​ມາ​ໄດ້​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ເສື້ອຄຸມ​ງາມ​ໂຕໜຶ່ງ​ຂອງ​ຊາວ​ບາບີໂລນ ແລະ​ເງິນ​ໜັກ​ປະມານ​ສອງ​ກິໂລກຼາມ ແລະ​ຄຳ​ແທ່ງ​ໜຶ່ງ​ໜັກ​ກວ່າ​ເຄິ່ງ​ກິໂລກຼາມ. ຂ້ານ້ອຍ​ຢາກ​ໄດ້​ສິ່ງ​ເຫຼົ່ານັ້ນ​ຫລາຍ ເລີຍ​ໄດ້​ເຊື່ອງ​ເອົາ​ໄວ້ ທ່ານ​ຈະ​ພົບ​ສິ່ງ​ເຫຼົ່ານັ້ນ ຝັງ​ໄວ້​ຢູ່​ໃຕ້​ພື້ນດິນ​ໃນ​ຜ້າເຕັນ​ຂອງ​ຂ້ານ້ອຍ ສ່ວນ​ເງິນ​ແມ່ນ​ຢູ່​ກ້ອງ​ລຸ່ມ​ນັ້ນ.”


ໂດຍ​ພຣະທຳ​ອັນ​ດຽວກັນ​ນັ້ນ​ແຫຼະ ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ທີ່​ມີ​ຢູ່​ໃນ​ປະຈຸບັນ​ນີ້ ກໍ​ຊົງ​ຮັກສາ​ໄວ້​ສຳລັບ​ໃຫ້​ໄຟ​ເຜົາຜານ​ເສຍ ຄື​ຊົງ​ຮັກສາ​ໄວ້​ຈົນກວ່າ​ຈະ​ເຖິງ​ວັນ​ທີ່​ບັນດາ​ມະນຸດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຈະ​ຊົງ​ຖືກ​ພິພາກສາ​ແລະ​ຈິບຫາຍ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka