7 ແສງແຈ້ງໃນຕອນກາງເວັນ ພາໃຫ້ເປັນທີ່ໜ້າຊົມແລະໜ້າຢູ່.
ພຣະເຈົ້າໄດ້ຮັກສາຂ້ອຍບໍ່ໃຫ້ໄປສູ່ແດນມໍຣະນາ ແລະໃຫ້ຂ້ອຍຍັງມີຊີວິດຊີວາຢູ່ຕໍ່ໄປອີກ.’
ພຣະອົງນຳພວກເຂົາອອກມາຈາກຂຸມຝັງສົບ ແລະໃຫ້ພວກເຂົາມີແສງສະຫວ່າງແຫ່ງຊີວິດ.
ຍ້ອນພຣະອົງໄດ້ຊ່ວຍກູ້ຂ້ານ້ອຍຈາກຄວາມຕາຍ ແລະປົກປ້ອງຮັກສາໂດຍບໍ່ໃຫ້ພ່າຍແພ້. ສະນັ້ນ ຂ້ານ້ອຍຈຶ່ງກ້າວເດີນໄປຊ້ອງໜ້າພຣະເຈົ້າສະເໝີ ໃນແສງແຈ້ງໃສທີ່ສ່ອງເທິງຜູ້ທີ່ຍັງມີຊີວິດຢູ່.
ພຣະເຈົ້າຢາເວ ພຣະເຈົ້າເປັນຕາເວັນແລະເປັນໂລ້ກຳບັງ ຊົງປະທານພຣະຄຸນແລະສະຫງ່າຣາສີ. ດ້ວຍຄວາມເມດຕາແລະກຽດສັກສີ ພຣະເຈົ້າຢາເວໃຫ້ຂອງດີ ແກ່ຜູ້ທີ່ເດີນຕາມທາງອັນຊອບທຳຢ່າງບໍ່ອັ້ນ.
ໜ້າຕາຍິ້ມແຍ້ມເຮັດໃຫ້ມີຄວາມສຸກ ແລະຂ່າວດີເຮັດໃຫ້ມີຈິດໃຈສະບາຍຂຶ້ນ.
ຄົນທຸກແລະຜູ້ຂົ່ມເຫັງຄົນທຸກນັ້ນ ມີສິ່ງທີ່ເໝືອນກັນ ຄືພຣະເຈົ້າຢາເວປະທານຄວາມສະຫວ່າງໃຫ້ແກ່ຕາຂອງເຂົາທັງສອງ.
ຍາມນັ້ນເຈົ້າຈະຢູ່ໃນຄວາມມືດມົວ ເປັນດັ່ງດວງອາທິດທີ່ອັບແສງ ດວງເດືອນແລະດວງດາວທີ່ບໍ່ແຈ້ງກະຈ່າງ ແລະເມກໝອກອັນມືດຄຶ້ມບໍ່ຜ່ານພົ້ນໄປຫລັງຈາກຝົນຕົກ.
ລາວບໍ່ເຄີຍເຫັນແສງແຈ້ງຂອງດວງຕາເວັນ ຫລືຮູ້ຈັກວ່າຊີວິດຄືຫຍັງຊໍ້າ, ແຕ່ຢ່າງນ້ອຍລາວກໍໄດ້ພັກຜ່ອນ
ທຸກຄົນທີ່ມີຊີວິດຢູ່ຄວນເປັນຄົນມີປັນຍາ ມັນເປັນການດີເທົ່າກັບການໄດ້ຮັບມໍຣະດົກຕົກທອດ
ເພື່ອວ່າເຈົ້າທັງຫລາຍຈະກາຍເປັນບຸດແຫ່ງພຣະບິດາເຈົ້າ ຜູ້ຊົງສະຖິດໃນສະຫວັນ ເພາະພຣະອົງບັນດານໃຫ້ແສງຕາເວັນຂອງພຣະອົງສ່ອງໃສ່ທັງຄົນຊົ່ວແລະຄົນດີເໝືອນກັນ ແລະໃຫ້ຝົນຕົກໃສ່ທັງຄົນທີ່ຊອບທຳແລະບໍ່ຊອບທຳ.