6 ຈົ່ງປູກຝັງໃນຕອນເຊົ້າແລະໃນຕອນແລງດ້ວຍ. ເຈົ້າບໍ່ຮູ້ດອກວ່າມັນຈະງອກງາມໝົດ ຫລືຕົ້ນໜຶ່ງຈະດີກວ່າຕົ້ນອື່ນອີກ.
ແສງແຈ້ງໃນຕອນກາງເວັນ ພາໃຫ້ເປັນທີ່ໜ້າຊົມແລະໜ້າຢູ່.
ເຫດສະນັ້ນ ຂ້າພະເຈົ້າຈຶ່ງຄິດຕຶກຕອງເຖິງເລື່ອງນີ້ຢ່າງໜັກຢູ່ຕັ້ງດົນນານ ແລະເຫັນໄດ້ວ່າພຣະເຈົ້າຄວບຄຸມການກະທຳຕ່າງໆຂອງຄົນມີປັນຍາ ແລະຂອງຄົນຊອບທຳທັງຫລາຍ ແມ່ນແຕ່ຄວາມຮັກແລະຄວາມກຽດຊັງຂອງເຂົາເຈົ້າ. ບໍ່ມີຜູ້ໃດຮູ້ຈັກວ່າມີຫຍັງລໍຖ້າຢູ່ເບື້ອງໜ້າຂອງຕົນ.
ບໍ່ວ່າຈະເຮັດສິ່ງໃດກໍຕາມ ຈົ່ງເຮັດສິ່ງນັ້ນຢ່າງເຕັມກຳລັງ ເພາະໃນແດນຂອງຄົນຕາຍນັ້ນຈະບໍ່ມີການກະທຳ, ບໍ່ມີຄວາມຄິດ, ບໍ່ມີຄວາມຮູ້, ບໍ່ມີປັນຍາໃດໆ ແລະໃນບ່ອນນັ້ນແຫລະທີ່ພວກເຈົ້າຈະໄປ.
“ຖ້ອຍຄຳຂອງເຮົາເປັນດັ່ງນໍ້າຝົນ ແລະຫິມະ ຊຶ່ງລົງມາຈາກສະຫວັນເບື້ອງເທິງ ແລະຫົດແຜ່ນດິນໂລກໃຫ້ຊຸ່ມເຢັນ ຊຶ່ງເຮັດໃຫ້ເຄື່ອງປູກງອກງາມໃຫຍ່ຂຶ້ນ ທັງຈັດຫາໃຫ້ມີແນວພືດສຳລັບປູກຝັງ ທັງໃຫ້ມີເຂົ້າຈີ່ກິນດ້ວຍ.
ເຮົາກ່າວວ່າ, ‘ຈົ່ງໄຖດິນຕອນໃໝ່ສຳລັບເຈົ້າເອງ ຈົ່ງຫວ່ານຄວາມຊອບທຳ ແລະເກັບກ່ຽວເອົາພຣະພອນຈາກການອຸທິດຕົວຂອງເຈົ້າທີ່ມີຕໍ່ເຮົາ. ເຖິງເວລາແລ້ວທີ່ເຈົ້າຈະສະແຫວງຫາພຣະເຈົ້າຢາເວ ແລ້ວເຮົາກໍຈະມາ ແລະຖອກເທພອນເທິງເຈົ້າ.’
ດັ່ງນີ້ແຫລະ ຄົນທີ່ຫວ່ານພຽງເລັກນ້ອຍ ກໍເກັບກ່ຽວໄດ້ພຽງເລັກນ້ອຍ ແລະຄົນທີ່ຫວ່ານຫລາຍກໍເກັບກ່ຽວໄດ້ຫລາຍ.
ຈົ່ງເອົາໃຈໃສ່ເທດສະໜາສັ່ງສອນພຣະທຳຂອງພຣະເຈົ້າ ທັງໃນເວລາມີໂອກາດແລະບໍ່ມີໂອກາດ, ຈົ່ງຊັກຊວນດ້ວຍເຫດຜົນ, ຈົ່ງເຕືອນສະຕິແລະໜູນໃຈ ດ້ວຍຄວາມພຽນອົດທົນທຸກຢ່າງແລະໃນການສິດສອນ.