4 ຖ້າເຈົ້າລໍຖ້າໃຫ້ລົມແລະອາກາດເໝາະກ່ອນ ເຈົ້າກໍຈະບໍ່ໄດ້ປູກຝັງແລະໄດ້ເກັບກ່ຽວຫຍັງຈັກເທື່ອ.
ພໍ່ນາທີ່ຂີ້ຄ້ານຄາດໄຖຕາມລະດູການ ກໍຈະບໍ່ໄດ້ເກັບກ່ຽວຫຍັງຈັກດີ້.
ຄົນຂີ້ຄ້ານມັກແຕ່ຢູ່ໃນເຮືອນ ລາວເວົ້າບິດເບືອນວ່າມີໂຕສິງຢູ່ນອກບ້ານ ແລະສິງອາດຄຸບກິນລາວຕາມທາງກໍໄດ້.
ຢ່າເກັບຄວາມດີໄວ້ຈາກຜູ້ທີ່ສົມຄວນຈະໄດ້ຮັບ ໃນເມື່ອສິ່ງນີ້ຢູ່ໃນອຳນາດຂອງເຈົ້າທີ່ຈະກະທຳໄດ້.
ບໍ່ວ່າຕົ້ນໄມ້ຈະລົ້ມລົງທາງທິດໃດ ມັນກໍຈະນອນຢູ່ໃນທິດທາງນັ້ນ. ເມື່ອເມກມືດໜາຝົນກໍຈະຕົກ.
ພຣະເຈົ້າໄດ້ສ້າງສັບພະທຸກສິ່ງ ແລະເຈົ້າບໍ່ຮູ້ວ່າຊີວິດເລີ່ມປະກອບຂຶ້ນຢູ່ໃນແມ່ຍິງທີ່ຕັ້ງທ້ອງຢ່າງໃດ ສິ່ງທີ່ພຣະອົງດຳເນີນການ ເຈົ້າກໍແຮ່ງເຂົ້າໃຈບໍ່ໄດ້.