3 ບໍ່ວ່າຕົ້ນໄມ້ຈະລົ້ມລົງທາງທິດໃດ ມັນກໍຈະນອນຢູ່ໃນທິດທາງນັ້ນ. ເມື່ອເມກມືດໜາຝົນກໍຈະຕົກ.
ຢູ່ມາຄາວໜຶ່ງ ເມກອັນໜາຕຶບກໍປົກຄຸ້ມຟ້າສະຫວັນ, ລົມເລີ່ມພັດມາ ແລະຝົນຫ່າໃຫຍ່ກໍເລີ່ມຕົກ. ກະສັດອາຮາບໄດ້ຂຶ້ນລົດມ້າກັບຄືນໄປສູ່ເມືອງຢິດຊະເຣນ.
ຈົ່ງລົງທຶນຂອງເຈົ້າໄວ້ໃນຫລາຍບ່ອນ ຫລາຍບ່ອນເທົ່າໃດແຮ່ງດີ ເພາະຢູ່ໃນໂລກນີ້ເຈົ້າບໍ່ຮູ້ວ່າ ອັນຕະລາຍຊະນິດໃດຈະມາຖືກເຈົ້າໃນຍາມໃດ.
ຖ້າເຈົ້າລໍຖ້າໃຫ້ລົມແລະອາກາດເໝາະກ່ອນ ເຈົ້າກໍຈະບໍ່ໄດ້ປູກຝັງແລະໄດ້ເກັບກ່ຽວຫຍັງຈັກເທື່ອ.
ບັດນີ້ ຂວານກໍມີຢູ່ແລ້ວ ທີ່ວາງໄວ້ພ້ອມຈະຕັດຕົ້ນໄມ້ໃຫ້ຄຸງເຫງົ້າ. ສະນັ້ນ ໄມ້ທຸກຕົ້ນທີ່ບໍ່ເກີດຜົນດີຈະຖືກຕັດ ແລະຖືກໂຍນຖິ້ມໃສ່ໄຟເສຍ.
ດັ່ງນັ້ນ ລາວຈຶ່ງເວົ້າກັບຄົນຮັກສາສວນວ່າ, ‘ເບິ່ງແມ! ເປັນເວລາສາມປີແລ້ວ ທີ່ຂ້ອຍມາຊອກຫາໝາກເດື່ອໃນຕົ້ນນີ້ ແລະຂ້ອຍກໍບໍ່ພົບເຫັນເລີຍ ຈົ່ງປໍ້າມັນຖິ້ມເສຍ ຈະເອົາໄວ້ໃຫ້ຮົກດິນລ້າໆເຮັດຫຍັງ?’
ແຕ່ຖ້າຜູ້ໃດມີຊັບສົມບັດໃນໂລກນີ້ ແລະເຫັນພີ່ນ້ອງຂອງຕົນຂັດສົນ ແລ້ວຍັງບໍ່ຍອມມີໃຈເມດຕາຊ່ວຍເຫລືອຜູ້ນັ້ນ ຄວາມຮັກຕໍ່ພຣະເຈົ້າຈະດຳລົງຢູ່ໃນຕົນໄດ້ຢ່າງໃດ.