Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 11:10 - ພຣະຄຳພີສັກສິ

10 ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ອຸກໃຈ​ຫລື​ເຈັບປວດ. ເຈົ້າ​ຈະ​ໜຸ່ມ​ຕໍ່ໄປ​ບໍ່ໄດ້​ດົນນານ.

Uka jalj uñjjattʼäta Copia luraña




ປັນຍາຈານ 11:10
14 Jak'a apnaqawi uñst'ayäwi  

ຄົນໂງ່​ເລີ່ມ​ຈະ​ມີ​ປັນຍາ​ໄດ້​ກໍ​ຕໍ່​ເມື່ອ​ໂຕ​ລໍປ່າ ຖືກ​ຄົນ​ນຳ​ມັນ​ມາ​ຝຶກຫັດ​ໃຫ້​ຮູ້ຄວາມ​ໄດ້.


ພຣະອົງ​ກ່າວ​ຟ້ອງ​ຢ່າງ​ຂົມຂື່ນ​ຕໍ່ສູ້​ຂ້ານ້ອຍ ແມ່ນແຕ່​ໃນ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ແຕ່​ຍັງ​ໜຸ່ມ​ພຸ້ນ.


ຮ່າງກາຍ​ຂອງ​ພວກເຂົາ​ເຄີຍ​ໜຸ່ມແໜ້ນ​ແລະ​ແຂງແຮງ ແຕ່​ກໍ​ຈະ​ຖືກ​ປ່ຽນແປງ​ໃຫ້​ເປັນ​ຂີ້ຝຸ່ນ​ດິນ​ໄວໆ​ນີ້.


ຂໍ​ຊົງ​ໂຜດ​ອະໄພ​ການບາບ​ກັບ​ຄວາມຜິດ​ຂອງ​ຂ້ານ້ອຍ ຊຶ່ງ​ໄດ້​ກະທຳ​ໃນ​ເວລາ​ຍັງ​ໜຸ່ມນ້ອຍ. ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ເພາະ​ເຫັນແກ່​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ນັ້ນ.


ພຣະອົງ​ໄດ້​ສ້າງ​ຊີວິດ​ຂ້ານ້ອຍ​ໃຫ້​ສັ້ນ​ເຕັມທີ ໃນ​ສາຍຕາ​ພຣະອົງ​ຊີວິດ​ຂອງ​ຂ້ານ້ອຍ​ໄຮ້ປະໂຫຍດ. ຕາມ​ທີ່​ຈິງ​ແລ້ວ​ຊ່ວງ​ຊີວິດ​ມະນຸດ​ກໍ​ບໍ່ມີ​ຫຍັງ ທຸກຄົນ​ເປັນ​ດັ່ງ​ລົມຫາຍໃຈ​ເທົ່ານັ້ນ


ບໍ່ມີ​ຫຍັງ​ດີ​ລື່ນ​ເພາະ​ເປັນ​ພຽງແຕ່​ເງົາ ພວກເຂົາ​ສະສົມ​ຊັບສິນ ແຕ່​ບໍ່​ຮູ້​ວ່າ​ຜູ້ໃດ​ຈະ​ໄດ້​ສິ່ງນັ້ນ.


ເດັກນ້ອຍ​ມັກ​ເຮັດ​ສິ່ງ​ທີ່​ບໍ່ມີ​ເຫດຜົນ, ແຕ່​ການ​ແອບສອນ​ຢ່າງດີ​ດັດແປງ​ນິໄສ​ໄດ້.


ຂ້າພະເຈົ້າ​ເຄີຍ​ເຫັນ​ສັບພະທຸກສິ່ງ​ທີ່​ຄົນ​ໄດ້​ເຮັດ​ຢູ່ໃຕ້​ດວງຕາເວັນ ແລະ​ຂ້າພະເຈົ້າ​ຂໍ​ບອກ​ວ່າ, ສິ່ງ​ເຫຼົ່ານັ້ນ​ລ້ວນແຕ່​ອະນິຈັງ​ທັງສິ້ນ. ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ປັນຍາຈານ​ໄດ້​ເວົ້າ​ວ່າ, ອະນິຈັງ ອະນິຈັງ ຊີວິດ​ນີ້​ອະນິຈັງ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ສະນັ້ນ ຈົ່ງ​ລະນຶກເຖິງ​ພຣະຜູ້​ສ້າງ​ຂອງເຈົ້າ ໃນ​ເມື່ອ​ເຈົ້າ​ຍັງ​ໜຸ່ມ​ຢູ່ ກ່ອນ​ວັນ​ທັງຫຼາຍ​ແລະ​ປີ​ທັງຫຼາຍ​ທີ່​ມືດມົວ​ມາເຖິງ ແລະ​ເມື່ອ​ເຈົ້າ​ຈະ​ເວົ້າ​ວ່າ, “ຂ້ອຍ​ບໍ່ໄດ້​ສະໜຸກ​ເລີຍ​ໃນ​ຊີວິດ​ນີ້.”


ບັນດາ​ເພື່ອນ​ທີ່​ຮັກ​ຂອງເຮົາ​ເອີຍ, ເມື່ອ​ພວກເຮົາ​ມີ​ພຣະສັນຍາ​ໃໝ່​ດັ່ງນີ້​ແລ້ວ ຈົ່ງ​ໃຫ້​ພວກເຮົາ​ຊຳລະ​ຕົວ​ຈາກ​ທຸກສິ່ງ ທີ່​ເຮັດ​ໃຫ້​ຮ່າງກາຍ​ແລະ​ຈິດ​ວິນຍານ​ເປັນ​ມົນທິນ ແລະ​ຈົ່ງ​ເຮັດ​ໃຫ້​ມີ​ຄວາມ​ບໍຣິສຸດ​ຢ່າງ​ຄົບຖ້ວນ ໂດຍ​ຄວາມ​ຢຳເກງ​ພຣະເຈົ້າ.


ດັ່ງນັ້ນ ເຈົ້າ​ຈົ່ງ​ຫລີກ​ໜີ​ຈາກ​ຣາຄະ​ຕັນຫາ​ຂອງ​ຄົນ​ໜຸ່ມ. ຈົ່ງ​ຕິດຕາມ​ຄວາມ​ຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ​ສັນຕິສຸກ ຮ່ວມ​ກັບ​ຄົນ​ທັງປວງ​ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ໃຈ​ບໍຣິສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka