1 ຈົ່ງລົງທຶນຄ້າຂາຍກັບຕ່າງປະເທດ ແລະໃນມື້ໜຶ່ງເຈົ້າກໍຈະໄດ້ກຳໄລ.
ຄົນຊົ່ວຮ້າຍບໍ່ໄດ້ຮັບສິ່ງໃດສິ່ງໜຶ່ງເລີຍ, ແຕ່ຄົນທີ່ຫວ່ານຄວາມຊອບທຳ ຍ່ອມໄດ້ຮັບບຳເໜັດເປັນແນ່ແທ້.
ໃຫ້ທານແກ່ຄົນທຸກກໍເທົ່າກັບເອົາໃຫ້ພຣະເຈົ້າຢາເວຢືມ ແລະພຣະອົງຈະຈ່າຍຄືນໃຫ້ແກ່ຜູ້ທີ່ເຮັດເຊັ່ນນັ້ນ.
ຈົ່ງແບ່ງອາຫານໃຫ້ຄົນທຸກດ້ວຍໃຈສັດທາ ແລະພຣະພອນກໍຈະເປັນຂອງເຈົ້າ.
ຈົ່ງປູກຝັງໃນຕອນເຊົ້າແລະໃນຕອນແລງດ້ວຍ. ເຈົ້າບໍ່ຮູ້ດອກວ່າມັນຈະງອກງາມໝົດ ຫລືຕົ້ນໜຶ່ງຈະດີກວ່າຕົ້ນອື່ນອີກ.
ພຣະອົງຕັ້ງເວລາສຳລັບພົບພໍ້ ແລະເວລາສຳລັບສູນເສຍໄປ ເວລາສຳລັບເກັບຮັກສາໄວ້ ແລະເວລາສຳລັບໂຍນຖິ້ມໄປ
ທຸກຄົນຈະມີຄວາມສຸກຫລາຍສໍ່າໃດ ໃນເມື່ອຢູ່ທີ່ນັ້ນມີນໍ້າຢ່າງສົມບູນສຳລັບເຄື່ອງປູກຂອງຝັງ ແລະມີທົ່ງຫຍ້າໃຫ້ລໍ ແລະຝູງແກະກິນຫຍ້າຢ່າງປອດໄພ.
ແຕ່ຄົນທີ່ມີກຽດກະທຳຢ່າງສັດຊື່ ແລະຕັ້ງໝັ້ນຄົງຢູ່ໃນຄວາມຖືກຕ້ອງ.
ແຕ່ໃນປີທີຫ້າ ພວກເຈົ້າກິນໝາກໄມ້ນັ້ນໄດ້. ຖ້າພວກເຈົ້າປະຕິບັດຕາມສິ່ງທັງໝົດນີ້ ຕົ້ນໄມ້ຂອງພວກເຈົ້າກໍຈະເກີດໝາກຢ່າງຫລວງຫລາຍ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ຖ້າໄທເຮືອນນັ້ນສົມຄວນຮັບພຣະພອນ ກໍຂໍໃຫ້ສັນຕິສຸກຂອງເຈົ້າຢູ່ນຳເຮືອນນັ້ນ, ແຕ່ຖ້າໄທເຮືອນນັ້ນບໍ່ສົມຄວນຮັບພຣະພອນ ກໍໃຫ້ສັນຕິສຸກນັ້ນກັບຄືນມາສູ່ພວກເຈົ້າ.
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດຈະເອົານໍ້າເຢັນພຽງຈອກດຽວ ໃຫ້ຜູ້ຕໍ່າຕ້ອຍທີ່ສຸດໃນຈຳພວກນີ້ດື່ມ ເພາະເປັນສິດຂອງເຮົາ ຜູ້ນັ້ນກໍຈະໄດ້ຮັບບຳເໜັດຢ່າງແນ່ນອນ.”
ຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນສອງຕະລັນຕົນ ກໍໄດ້ກຳໄລເທົ່າຕົວເໝືອນກັນ.
ຈອມກະສັດຈະຕອບວ່າ, ‘ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເມື່ອພວກເຈົ້າໄດ້ເຮັດສິ່ງເຫຼົ່ານີ້ ແກ່ຜູ້ທີ່ຕໍ່າຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫຼົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.’
ແລ້ວເຈົ້າກໍຈະເປັນສຸກ ເພາະພວກເຂົາບໍ່ມີຫຍັງຈະຕອບແທນເຈົ້າ, ແຕ່ພຣະເຈົ້າຈະຕອບແທນເຈົ້າ ເມື່ອຄົນຊອບທຳເປັນຄືນມາຈາກຕາຍ.”
ດັ່ງນີ້ແຫລະ ຄົນທີ່ຫວ່ານພຽງເລັກນ້ອຍ ກໍເກັບກ່ຽວໄດ້ພຽງເລັກນ້ອຍ ແລະຄົນທີ່ຫວ່ານຫລາຍກໍເກັບກ່ຽວໄດ້ຫລາຍ.
ເພາະວ່າ ພຣະເຈົ້າບໍ່ໄດ້ຊົງອະຍຸດຕິທຳ ຊຶ່ງຈະຊົງລືມການງານທີ່ພວກເຈົ້າໄດ້ເຮັດ ແລະຄວາມຮັກທີ່ພວກເຈົ້າໄດ້ສະແດງຕໍ່ພຣະນາມຂອງພຣະອົງ ຄືການຮັບໃຊ້ໄພ່ພົນຂອງພຣະອົງ ເໝືອນດັ່ງພວກເຈົ້າຍັງຮັບໃຊ້ຢູ່.