8 ຜູ້ທີ່ຂຸດຫລຸມໄວ້ ຕົນອາດຈະຕົກລົງໃນຫລຸມນັ້ນເອງກໍມີ ຜູ້ທີ່ທະລຸກຳແພງເມືອງເຂົ້າໄປ ງູອາດຈະຕອດຜູ້ນັ້ນກໍໄດ້.
ເມື່ອອາຮີໂຕເຟນເຫັນວ່າ ກະສັດບໍ່ໄດ້ເຮັດຕາມຄຳແນະນຳຂອງຕົນ ລາວກໍຂີ່ລໍກັບສູ່ບ້ານເມືອງຂອງຕົນ; ເມື່ອຈັດການກັບທຸລະກິດໃນຄອບຄົວຮຽບຮ້ອຍແລ້ວ ລາວກໍຜູກຄໍຕາຍ. ຊາກສົບຂອງລາວໄດ້ຖືກຝັງໄວ້ຢູ່ໃນອຸບມຸງປະຈຳຄອບຄົວ.
ແລ້ວທະຫານຂອງໂຢອາບອີກສິບຄົນກໍເຂົ້າໄປຂ້າອັບຊາໂລມ.
ດັ່ງນັ້ນ ຮາມານຈຶ່ງຖືກແຂວນຄໍໃສ່ບ່ອນທີ່ລາວເອງໄດ້ສ້າງຂຶ້ນ ເພື່ອແຂວນຄໍມໍເດໄກ. ແລ້ວຄວາມໂກດຮ້າຍຂອງກະສັດກໍໄດ້ເຢັນລົງ.
ສັດຕູໄດ້ກາງຕາໜ່າງເພື່ອຈັບຂ້ານ້ອຍໄປ ຂ້ານ້ອຍຈຶ່ງໝູບລົງເປັນທຸກໃຈຫຼາຍ. ພວກເຂົາຂຸດຫລຸມໃສ່ທາງທີ່ຂ້ານ້ອຍໄປ ແຕ່ແມ່ນພວກເຂົາເອງທີ່ຕົກໃນຫລຸມນັ້ນ.
ຄວາມຊອບທຳຊ່ວຍກູ້ເອົາຄົນສັດຊື່ໄວ້, ແຕ່ຄົນຄົດລ້ຽວຈະຖືກບ້ວງແຮ້ວຍ້ອນຄວາມໂລບມາກຂອງຕົນ.
ຜູ້ທີ່ຫ້າງແຮ້ວໃສ່ຄົນອື່ນ ແຮ້ວນັ້ນຊໍ້າພັດລັ່ນຖືກຕົນເອງ. ຜູ້ທີ່ເຮັດໃຫ້ຫີນກິ້ງລົງ ກໍຖືກຫີນນັ້ນກິ້ງທັບ.
ຜູ້ທີ່ສະກັດຫີນນັ້ນອາດຈະເຈັບຕົວເພາະຫີນກໍມີ ແລະຜູ້ທີ່ຜ່າຟືນອາດຈະເຈັບຕົວເພາະຟືນກໍໄດ້.
ວັນນັ້ນຈະເປັນດັ່ງຊາຍຄົນໜຶ່ງທີ່ແລ່ນປົບໜີຈາກສິງ ແລ້ວໄປພົບໝີ ຫລືດັ່ງຊາຍຄົນໜຶ່ງທີ່ກັບຄືນເມືອເຮືອນ ແລ້ວເອົາມືຂົ່ມໃສ່ຝາແລະຖືກງູຕອດ.
ຖ້າພວກເຂົາລີ້ຢູ່ເທິງຍອດພູກາເມນ ເຮົາກໍຈະຄົ້ນຫາ ແລະຈັບພວກເຂົາມາ. ຖ້າພວກເຂົາລີ້ຢູ່ພື້ນທະເລ ເຮົາກໍຈະສັ່ງມັງກອນທະເລ ກັດກິນພວກເຂົາເສຍ.
ລາວໄດ້ໄປທີ່ເຮືອນພໍ່ຂອງຕົນຢູ່ເມືອງໂອຟະຣາ ແລະຂ້າລູກຊາຍເຈັດສິບຄົນ ຂອງກີເດໂອນທີ່ເທິງຫີນກ້ອນດຽວ. ແຕ່ໂຢທາມລູກຊາຍຫລ້າຂອງກີເດໂອນລີ້ຢູ່ຈຶ່ງບໍ່ໄດ້ຖືກຂ້າ.