Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 10:5 - ພຣະຄຳພີສັກສິ

5 ຂ້າພະເຈົ້າ​ໄດ້​ສັງເກດ​ເຫັນ​ຄວາມ​ບໍ່​ຍຸດຕິທຳ​ຢູ່ໃຕ້​ດວງຕາເວັນ ຄື​ຄວາມ​ບໍ່​ຍຸດຕິທຳ​ທີ່​ຖືກ​ກໍ່​ຂຶ້ນ​ໂດຍ​ພວກ​ຜູ້ປົກຄອງ​ບ້ານເມືອງ.

Uka jalj uñjjattʼäta Copia luraña




ປັນຍາຈານ 10:5
10 Jak'a apnaqawi uñst'ayäwi  

ຄົນໂງ່ຈ້າ​ບໍ່ຄວນ​ດຳເນີນ​ຊີວິດ​ຢ່າງ​ຟຸມເຟືອຍ ຂ້າທາດ​ບໍ່ຄວນ​ປົກຄອງ​ເຈົ້ານາຍ.


ເມື່ອ​ຄົນດີ​ມີ​ອຳນາດ​ທຸກຄົນ​ກໍ​ປິຕິ​ຍິນດີ, ແຕ່​ເມື່ອ​ມີ​ຄົນຊົ່ວ​ປົກຄອງ ປະຊາຊົນ​ຕ່າງ​ກໍ​ໜີໄປ​ຫລົບລີ້.


ຖ້າ​ຜູ້​ເປັນ​ນາຍ​ຂອງເຈົ້າ​ໃຈຮ້າຍ​ໃຫ້​ເຈົ້າ ຢ່າ​ສູ່​ຟ້າວ​ຍື່ນ​ໃບ​ລາອອກ ຖ້າ​ເຈົ້າ​ມິດງຽບ​ເສີຍຢູ່ ຄວາມ​ຜິດພາດ​ອັນ​ໃຫຍ່ຫລວງ​ອາດ​ຈະ​ໄດ້​ຮັບ​ການອະໄພ​ໃຫ້​ກໍໄດ້.


ຄົນໂງ່ຈ້າ​ໄດ້​ຮັບ​ຕຳແໜ່ງ​ສູງ ແຕ່​ຄົນ​ຮັ່ງມີ​ພັດ​ໄດ້​ຮັບ​ຕຳແໜ່ງ​ຕໍ່າຕ້ອຍ.


ນອກຈາກນີ້ ຂ້າພະເຈົ້າ​ຍັງ​ໄດ້​ສັງເກດ​ເຫັນ​ວ່າ ຢູ່ໃຕ້​ດວງຕາເວັນ​ທ່ານ​ໄດ້​ພົບ​ເຫັນ​ຄວາມ​ຊົ່ວຊ້າ ໃນ​ບ່ອນ​ທີ່​ຄວນ​ມີ​ຄວາມ​ຍຸດຕິທຳ ແລະ​ຄວາມ​ຊອບທຳ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ພິຈາລະນາ​ເບິ່ງ​ອີກ ເຖິງ​ຄວາມ​ບໍ່​ຍຸດຕິທຳ​ທັງໝົດ​ທີ່​ເປັນ​ຢູ່ໃຕ້​ດວງຕາເວັນ. ຄົນ​ຖືກ​ຂົ່ມເຫັງ​ກຳລັງ​ເປັນທຸກ​ຮ້ອງໄຫ້ ແລະ​ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ລາວ​ເລີຍ. ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ລາວ​ໄດ້ ເພາະ​ອຳນາດ​ນັ້ນ​ຢູ່​ນຳ​ຝ່າຍ​ທີ່​ຂົ່ມເຫັງ​ລາວ.


ຂ້າພະເຈົ້າ​ຍັງ​ສັງເກດ​ເຫັນ​ໄດ້​ວ່າ ຢູ່ໃຕ້​ດວງຕາເວັນ​ນີ້​ມີ​ບາງສິ່ງ​ບາງຢ່າງ​ອີກ​ທີ່​ອະນິຈັງ.


ສິ່ງ​ສະຫລົດ​ໃຈ​ຫລາຍ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ຢູ່ໃຕ້​ດວງຕາເວັນ ຄື​ຄົນ​ທີ່​ທ້ອນໂຮມ​ເງິນ​ໄວ້​ເມື່ອ​ຄາວ​ຈຳເປັນ


ຂ້າພະເຈົ້າ​ໄດ້​ສັງເກດ​ເຫັນ​ວ່າ ຢູ່ໃຕ້​ດວງຕາເວັນ​ມີ​ຄວາມ​ອະຍຸດຕິທຳ​ອັນ​ໜັກໜ່ວງ.


ຊາຕາກຳ​ອັນດຽວ​ມາ​ສູ່​ທຸກຄົນ​ສະເໝີ​ໜ້າ​ກັນ ແລະ​ອັນ​ນີ້​ແມ່ນ​ຜິດ​ຈາກ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ. ຕາບໃດ​ທີ່​ມະນຸດ​ມີ​ຊີວິດ​ຢູ່ ຕາບນັ້ນ​ຄວາມຄິດ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ແລະ​ຄວາມ​ບ້າບໍ ແລະ​ພວກເຂົາ​ກໍ​ຕາຍໄປ​ໃນ​ທັນໃດນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka