4 ຖ້າຜູ້ເປັນນາຍຂອງເຈົ້າໃຈຮ້າຍໃຫ້ເຈົ້າ ຢ່າສູ່ຟ້າວຍື່ນໃບລາອອກ ຖ້າເຈົ້າມິດງຽບເສີຍຢູ່ ຄວາມຜິດພາດອັນໃຫຍ່ຫລວງອາດຈະໄດ້ຮັບການອະໄພໃຫ້ກໍໄດ້.
ຄົນໃຈຮ້ອນເຮັດໃຫ້ເກີດຜິດຖຽງກັນ, ແຕ່ຄວາມອົດທົນພາກພຽນນຳເອົາສັນຕິສຸກມາໃຫ້.
ໃຊ້ຄວາມອົດທົນຊັກຊວນ ກໍທຳລາຍການຂັດຂວາງອັນແຂງແກ່ນໄດ້ ແລະຍັງເຮັດໃຫ້ບັນດາຜູ້ປົກຄອງຍອມເຮັດຕາມໄດ້.
ຂ້າພະເຈົ້າໄດ້ສັງເກດເຫັນຄວາມບໍ່ຍຸດຕິທຳຢູ່ໃຕ້ດວງຕາເວັນ ຄືຄວາມບໍ່ຍຸດຕິທຳທີ່ຖືກກໍ່ຂຶ້ນໂດຍພວກຜູ້ປົກຄອງບ້ານເມືອງ.
ກະສັດເຮັດທຸກສິ່ງທີ່ເພິ່ນມັກໄດ້. ສະນັ້ນ ຈົ່ງອອກໜີໄປໃຫ້ພົ້ນໜ້າເພິ່ນ; ຢ່າຢູ່ໃນບ່ອນອັນຕະລາຍເຊັ່ນນັ້ນເລີຍ.