2 ຄົນມີປັນຍາເຮັດສິ່ງທີ່ຖືກຕ້ອງ ແລະຄົນໂງ່ຈ້າເຮັດສິ່ງທີ່ຜິດ ເລື່ອງນີ້ເປັນຂອງທຳມະດາ.
ປັນຍາຂອງຄົນຮອບຄອບແມ່ນເຂົ້າໃຈທາງເດີນຂອງຕົນ, ແຕ່ຄວາມໂງ່ຈ້າຂອງຄົນເບົາປັນຍາ ຄິດເອົາເອງວ່າຕົນຮູ້ຈັກທຸກຢ່າງ.
ສົບປາກຂອງຄົນມີປັນຍາກະຈາຍຄວາມຮູ້, ແຕ່ຄົນໂງ່ຈ້າບໍ່ເປັນເຊັ່ນນັ້ນ.
ເປັນຫຍັງຄົນໂງ່ຈ້າຈຶ່ງມີເງິນໃນມືເພື່ອຊື້ປັນຍາ ໃນເມື່ອເຂົາບໍ່ມີໃຈຢາກໄດ້.
ຖ້າຂວານຂອງເຈົ້າປູ້ ແລະບໍ່ຝົນໃຫ້ຄົມ ເຈົ້າຈະຕ້ອງໃຊ້ແຮງຫລາຍເມື່ອເຈົ້າຟັນໄມ້. ສະນັ້ນ ປັນຍາຈຶ່ງເປັນບໍ່ເກີດແຫ່ງຄວາມສຳເລັດ.
ຄົນໂງ່ຈ້ານັ້ນເວົ້າບໍ່ຮູ້ຈັກສຸດ. ບໍ່ມີຜູ້ໃດຮູ້ສິ່ງທີ່ຈະເກີດຂຶ້ນໃນຂັ້ນຕໍ່ໄປ ແລະບໍ່ມີຜູ້ໃດບອກພວກເຮົາໄດ້ວ່າ ຈະມີຫຍັງເກີດຂຶ້ນຕາມມາ ຫລັງຈາກທີ່ພວກເຮົາຕາຍໄປແລ້ວ.
ບໍ່ວ່າຈະເຮັດສິ່ງໃດກໍຕາມ ຈົ່ງເຮັດສິ່ງນັ້ນຢ່າງເຕັມກຳລັງ ເພາະໃນແດນຂອງຄົນຕາຍນັ້ນຈະບໍ່ມີການກະທຳ, ບໍ່ມີຄວາມຄິດ, ບໍ່ມີຄວາມຮູ້, ບໍ່ມີປັນຍາໃດໆ ແລະໃນບ່ອນນັ້ນແຫລະທີ່ພວກເຈົ້າຈະໄປ.
ພຣະອົງຈະຈັດໃຫ້ຝູງແກະຢູ່ເບື້ອງຂວາຂອງພຣະອົງ, ແຕ່ຝູງແບ້ນັ້ນຈະຈັດໃຫ້ຢູ່ເບື້ອງຊ້າຍ.
ແຕ່ກ່ອນອື່ນໝົດ ເຈົ້າທັງຫລາຍຈົ່ງສະແຫວງຫາຣາຊອານາຈັກຂອງພຣະເຈົ້າ ແລະຄວາມຊອບທຳຂອງພຣະອົງ ແລ້ວພຣະອົງຈະຊົງເພີ່ມເຕີມສິ່ງທັງປວງເຫຼົ່ານີ້ໃຫ້ແກ່ພວກເຈົ້າ.
ຖ້າເຈົ້າທັງຫລາຍຮັບການຊົງບັນດານໃຫ້ຄືນມາດ້ວຍກັນກັບພຣະຄຣິດແລ້ວ ກໍຈົ່ງສະແຫວງຫາສິ່ງຊຶ່ງຢູ່ເບື້ອງເທິງ ຄືບ່ອນທີ່ພຣະຄຣິດຊົງສະຖິດຢູ່ ຊົງປະທັບເບື້ອງຂວາຂອງພຣະເຈົ້າ.