Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 10:19 - ພຣະຄຳພີສັກສິ

19 ການ​ກິນລ້ຽງ​ເຮັດ​ໃຫ້​ມີ​ຄວາມສຸກ ແລະ​ເຫຼົ້າ​ອະງຸ່ນ​ກໍ​ເຮັດ​ໃຫ້​ໂຮຮ້ອງ, ແຕ່​ທັງສອງ​ຢ່າງ​ນັ້ນ​ເປັນ​ໄປ​ບໍ່ໄດ້ ຖ້າ​ບໍ່ມີ​ເງິນ.

Uka jalj uñjjattʼäta Copia luraña




ປັນຍາຈານ 10:19
33 Jak'a apnaqawi uñst'ayäwi  

ຄົນ​ຮັບໃຊ້​ເລີ່ມ​ຢາຍ​ອາຫານ​ຕັ້ງແຕ່​ໂຕະ​ຂອງ​ໂຢເຊັບ​ໄປ ແລະ​ເບັນຢາມິນ​ໄດ້​ຮັບ​ອາຫານ​ຫລາຍກວ່າ​ຜູ້​ອື່ນ​ຫ້າ​ເທົ່າ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ກິນ​ແລະ​ດື່ມ​ກັບ​ໂຢເຊັບ​ຢ່າງ​ມ່ວນຊື່ນ​ເບີກບານ.


ແລະ​ອັບຊາໂລມ​ໄດ້​ແນະນຳ​ຄົນ​ຮັບໃຊ້​ຂອງຕົນ​ວ່າ, “ໃຫ້​ພວກເຈົ້າ​ສັງເກດ​ເບິ່ງ​ອຳໂນນ ຖ້າ​ລາວ​ດື່ມ​ເຫຼົ້າ​ເມົາ​ຫລາຍ​ແລ້ວ ເມື່ອ​ຂ້ອຍ​ອອກ​ຄຳສັ່ງ ໃຫ້​ພາກັນ​ຂ້າ​ລາວ​ໂລດ. ພວກເຈົ້າ​ບໍ່​ຕ້ອງ​ຢ້ານ. ຂ້ອຍ​ຈະ​ເປັນ​ຜູ້​ຮັບຜິດຊອບ​ເອງ. ຈົ່ງ​ກ້າຫານ​ແລະ​ຢ່າ​ລັ່ງເລ​ໃຈ.”


ແຕ່​ກະສັດ​ຕອບ​ວ່າ, “ບໍ່ ເຮົາ​ຈະ​ຈ່າຍ​ໃຫ້​ເຈົ້າ​ເຕັມ​ລາຄາ ເຮົາ​ຈະ​ບໍ່​ຖວາຍບູຊາ​ສິ່ງ​ທີ່​ເຮົາ​ໄດ້​ລ້າ​ຈາກ​ເຈົ້າ ເປັນ​ເຄື່ອງ​ບູຊາ​ໃຫ້​ແກ່​ພຣະເຈົ້າຢາເວ​ດອກ.”


ຊາວ​ບ້ານໃກ້​ເຮືອນຄຽງ​ທຸກຄົນ​ໄດ້​ຊ່ວຍເຫລືອ​ໂດຍ​ໃຫ້​ສິ່ງຂອງ​ແກ່​ພວກເຂົາ​ຫລາຍ​ຢ່າງ ດັ່ງນີ້: ເຄື່ອງໃຊ້​ທີ່​ເປັນ​ເງິນ, ເປັນ​ຄຳ, ສະບຽງ​ອາຫານ, ຝູງສັດ, ສິ່ງຂອງ​ມີຄ່າ​ອື່ນໆ ນອກຈາກ​ເຄື່ອງ​ຖວາຍບູຊາ​ດ້ວຍໃຈ​ສະໝັກ​ສຳລັບ​ພຣະວິຫານ.


ແລະ​ກ່າວ​ວ່າ, “ຕາບໃດ​ທີ່​ພວກເຮົາ​ຍັງ​ເຮັດ​ໄດ້ ພວກເຮົາ​ຕ້ອງ​ຊື້​ພີ່ນ້ອງ​ຊາວຢິວ​ຂອງ​ພວກເຮົາ ທີ່​ໄດ້​ຖືກ​ຂາຍ​ໃຫ້​ແກ່​ຊາວ​ຕ່າງຊາດ​ນັ້ນ​ກັບຄືນ​ມາ. ບັດນີ້ ພວກທ່ານ​ກຳລັງ​ຂາຍ​ພີ່ນ້ອງ​ຂອງ​ພວກທ່ານ​ເອງ ພຽງແຕ່​ເພື່ອ​ພວກເຂົາ​ຈະ​ໄດ້​ຖືກ​ຂາຍ​ກັບ​ຄືນ​ມາ​ໃຫ້​ແກ່​ພວກເຮົາ.” ພວກຜູ້ນຳ​ພາກັນ​ມິດ​ຢູ່ ແລະ​ບໍ່​ຮູ້​ວ່າ​ຈະ​ຕອບ​ແນວໃດ.


ໃນ​ມື້​ທີ​ເຈັດ​ຂອງ​ງານ​ກິນລ້ຽງ ກະສັດ​ມີ​ອາຣົມ​ເບີກບານ​ມ່ວນຊື່ນ ຍ້ອນ​ເຫຼົ້າ​ອະງຸ່ນ​ທີ່​ເພິ່ນ​ໄດ້​ດື່ມ. ສະນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ເອົາ​ຊາຍ​ຕອນ​ເຈັດ​ຄົນ ທີ່​ເປັນ​ຄົນ​ຮັບໃຊ້​ສ່ວນຕົວ​ຂອງຕົນ​ມາ ດັ່ງນີ້: ເມຮູມານ, ບີຊະທາ, ຮັກໂບນາ, ບິກທາ, ອາບາທາ, ເຊທາເຣ ແລະ​ກາກກັດ.


ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ປູກຝັງ​ຕາມ​ຜືນ​ແຜ່ນດິນ ແລະ​ຜະລິດ​ເຫຼົ້າ​ອະງຸ່ນ​ທີ່​ໃຫ້​ຄວາມ​ມ່ວນຊື່ນ ນໍ້າມັນ​ໝາກກອກເທດ​ທີ່​ໃຫ້​ຄວາມ​ຊື່ນບານ ແລະ​ເຂົ້າ​ທີ່​ໃຫ້​ພວກເຂົາ​ມີ​ເຫື່ອແຮງ​ຂຶ້ນໃໝ່.


ລາວ​ໃຫ້​ທານ​ຢ່າງ​ເຜື່ອແຜ່​ແກ່​ຄົນ​ຂັດສົນ ແລະ​ຄວາມ​ເມດຕາ​ກໍ​ບໍ່ເຄີຍ​ລົດໜ້ອຍ​ລົງ ລາວ​ຈະ​ມີ​ອຳນາດ​ທັງ​ຈະ​ມີ​ຄົນ​ເຄົາຣົບ​ນັບຖື​ດ້ວຍ.


ດ້ວຍ​ຄວາມຢາກ​ມີ​ປັນຍາ ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ດື່ມ​ເຫຼົ້າ​ອະງຸ່ນ ເພື່ອ​ເຮັດ​ໃຫ້​ຂ້າພະເຈົ້າ​ດີໃຈ​ແລະ​ສະໜຸກ. ຂ້າພະເຈົ້າ​ຄິດວ່າ​ສິ່ງ​ນີ້​ອາດ​ເປັນ​ວິທີ​ດີທີ່ສຸດ​ກໍໄດ້ ທີ່​ມະນຸດ​ນຳ​ເອົາ​ໄປ​ໃຊ້​ໄດ້​ໃນ​ຊີວິດ​ອັນ​ສັ້ນໆ​ຂອງຕົນ​ຢູ່​ໃນ​ໂລກນີ້.


ສະນັ້ນ ຈົ່ງ​ກິນ​ອາຫານ​ທີ່​ເຈົ້າ​ມີ​ແລະ​ມີ​ຄວາມສຸກ​ສາເຖີດ; ດື່ມ​ເຫຼົ້າ​ອະງຸ່ນ​ແລະ​ເບີກບານ​ໃຈ​ສາເຖີດ. ສຳລັບ​ພຣະເຈົ້າ​ແລ້ວ ສິ່ງ​ເຫຼົ່ານີ້​ລ້ວນແຕ່​ເປັນ​ການ​ຖືກຕ້ອງ​ທັງສິ້ນ.


ພວກເຂົາ​ຈະ​ເອົາ​ເງິນ​ທີ່​ຄ້າ​ຂາຍ​ໄດ້​ນັ້ນ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ເມືອງນີ້​ຈະ​ບໍ່​ທ້ອນເງິນ​ນັ້ນ​ໄວ້​ລ້າໆ ແຕ່​ຜູ້​ທີ່​ນະມັດສະການ​ພຣະເຈົ້າຢາເວ​ຈະ​ໃຊ້​ເງິນ​ນັ້ນ​ຊື້​ອາຫານ​ແລະ​ເຄື່ອງນຸ່ງຫົ່ມ​ທີ່​ພວກເຂົາ​ຕ້ອງການ.


ຊາວ​ເມືອງ​ຮ້ອງ​ດ່າ​ຕາມ​ຫົນທາງ​ຍ້ອນ​ບໍ່ມີ​ເຫຼົ້າ​ອະງຸ່ນ​ດື່ມ​ອີກ. ຄວາມສຸກ​ໝົດ​ໄປ​ຈາກ​ດິນແດນ​ຢ່າງ​ບໍ່ມີ​ມື້​ຈະ​ກັບຄືນ​ມາ.


ແຕ່​ເພື່ອ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ເຫຼົ່ານີ້​ເສຍໃຈ, ເຈົ້າ​ຈົ່ງ​ໄປ​ຕຶກເບັດ​ທີ່​ທະເລສາບ​ເມື່ອ​ໄດ້​ປາ​ໂຕ​ທຳອິດ​ແລ້ວ ໃຫ້​ເຈົ້າ​ງະ​ປາກ​ມັນ​ອອກ ແລະ​ເຈົ້າ​ຈະ​ພົບ​ເງິນ​ຫລຽນ​ໜຶ່ງ​ຢູ່​ໃນ​ປາກ​ຂອງ​ມັນ ຈົ່ງ​ເອົາ​ເງິນ​ນັ້ນ​ໄປ​ຈ່າຍ​ເປັນ​ຄ່າ​ບຳລຸງ​ພຣະວິຫານ​ສຳລັບ​ເຮົາ​ແລະ​ເຈົ້າ.”


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຖ້າ​ເຈົ້າ​ຢາກ​ເປັນ​ຜູ້​ດີ​ຄົບຖ້ວນ ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ​ແຈກທານ​ໃຫ້​ແກ່​ຄົນ​ຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ, ແລ້ວ​ຈົ່ງ​ຕາມ​ເຮົາ​ມາ.”


ແລ້ວ​ເຮົາ​ກໍ​ຈະ​ເວົ້າ​ກັບ​ຕົວ​ເອງ​ວ່າ, ‘ຈິດໃຈ​ເອີຍ ເຮົາ​ມີ​ເຂົ້າ​ຂອງ​ດີ ເພື່ອ​ໄວ້​ກິນ​ຫລາຍໆ​ປີ​ຕາມ​ຄວາມ​ຕ້ອງການ ຈົ່ງ​ໃຊ້​ຊີວິດ​ຢ່າງ​ສຸກ​ສະບາຍ ຈົ່ງ​ກິນ ຈົ່ງ​ດື່ມ ແລະ​ຈົ່ງ​ເຮັດ​ໃຫ້​ຕົນເອງ​ມ່ວນຊື່ນ​ເທາະ.’


ຝ່າຍ​ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ‘ຈົ່ງ​ເຮັດ​ໃຫ້​ຕົນ​ມີ​ໝູ່​ເພື່ອນ​ດ້ວຍ​ຊັບສິນ​ອັນ​ບໍ່​ຍຸດຕິທຳ ເພື່ອ​ເວລາ​ຊັບ​ນັ້ນ​ເສຍ​ໄປ​ແລ້ວ ເຂົາ​ກໍ​ຈະ​ຮັບ​ຕ້ອນ​ພວກເຈົ້າ​ໄວ້ ໃນ​ບ່ອນ​ອາໄສ​ຢູ່​ອັນ​ຖາວອນ​ເປັນນິດ.


ໂຢຮັນນາ ເມຍ​ຂອງ​ຈູຊາ​ຜູ້​ທີ່​ເປັນ​ກົມມະວັງ​ຂອງ​ເຮໂຣດ ແລະ ນາງ​ຊູຊັນນາ​ກັບ​ແມ່ຍິງ​ອື່ນໆ​ອີກ​ຫລາຍ​ຄົນ ທີ່​ເຄີຍ​ໃຊ້​ຊັບສິນ​ຂອງ​ຕົນເອງ ເພື່ອ​ບົວລະບັດ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ຂອງ​ພຣະອົງ.


ພວກ​ສາວົກ​ຈຶ່ງ​ຕັດສິນໃຈ​ວ່າ ແຕ່ລະຄົນ​ໃນ​ພວກເພິ່ນ​ຄວນ​ບໍລິຈາກ​ຕາມ​ຄວາມ​ສາມາດ​ຂອງຕົນ ເພື່ອ​ສົ່ງ​ໄປ​ຊ່ວຍເຫລືອ​ພີ່ນ້ອງ​ທີ່​ເຊື່ອ ທີ່​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ.


ພວກເຂົາ​ໄດ້​ຂາຍ​ທີ່ດິນ​ກັບ​ຊັບ​ສິ່ງຂອງ ແລະ​ແຈກ​ຢາຍ​ໃຫ້​ແກ່​ຄົນ​ທັງປວງ ຕາມ​ຄວາມ​ຈຳເປັນ​ຂອງ​ທຸກໆ​ຄົນ.


ດ້ວຍວ່າ, ຜ່ານ​ມາ​ນັ້ນ ພວກເຈົ້າ​ໄດ້​ໃຊ້​ເວລາ​ດົນນານ ເຮັດ​ໃນ​ສິ່ງ​ທີ່​ຄົນ​ຕ່າງ​ຄວາມເຊື່ອ​ມັກ​ເຮັດ ຄື​ເມື່ອ​ພວກເຈົ້າ​ໄດ້​ດຳເນີນ​ຊີວິດ​ຕາມ​ຣາຄະ​ຕັນຫາ, ໃນ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ, ດື່ມ​ເຫຼົ້າ​ເມົາ​ສຸຣາ, ກິນລ້ຽງ​ຢ່າງ​ມົວເມົາ, ຮ່ວມ​ສັງສັນ​ກິນ​ເຫຼົ້າ​ຢ່າງ​ເກີນສ່ວນ ແລະ​ຂາບໄຫວ້​ຮູບເຄົາຣົບ​ທີ່​ໜ້າລັງກຽດ.


ພໍ່​ຂອງ​ແຊມຊັນ​ໄດ້​ໄປ​ທີ່​ເຮືອນ​ຂອງ​ຍິງສາວ ແລະ​ແຊມຊັນ​ໄດ້​ຈັດ​ງານ​ກິນລ້ຽງ​ຂຶ້ນ​ຕາມທຳນຽມ​ຂອງ​ພວກ​ໜຸ່ມສາວ​ໃນ​ທີ່ນັ້ນ.


ແຕ່​ຕົ້ນອະງຸ່ນ​ຕອບ​ວ່າ, ‘ຖ້າ​ຂ້ອຍ​ປົກຄອງ​ພວກເຈົ້າ ຂ້ອຍ​ຈະ​ຕ້ອງ​ເຊົາ​ຜະລິດ​ເຫຼົ້າ​ອະງຸ່ນ ທີ່​ເຮັດ​ໃຫ້​ບັນດາ​ພະ​ແລະ​ມວນ​ມະນຸດ​ມີ​ຄວາມສຸກ.’


ນາງ​ອາບີກາຍ​ກັບຄືນ​ເມືອ​ຫາ​ນາບານ​ທີ່​ກຳລັງ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ ດັ່ງ​ກະສັດ​ຢູ່​ໃນ​ເຮືອນ​ຂອງຕົນ. ລາວ​ກຳລັງ​ມືນເມົາ​ແລະ​ມ່ວນຊື່ນ​ຢູ່. ສະນັ້ນ ນາງ​ອາບີກາຍ​ຈຶ່ງ​ບໍ່ໄດ້​ເວົ້າ​ຫຍັງ​ສູ່​ລາວ​ຟັງ​ຈົນເຖິງ​ມື້ອື່ນ​ເຊົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka