18 ເມື່ອຄົນໜຶ່ງຂີ້ຄ້ານທີ່ຈະແປງຫລັງຄາ ຫລັງຄາກໍຈະຮົ່ວແລະເຮືອນກໍຈະເພພັງລົງ.
ວຽກໜັກຈະເຮັດໃຫ້ເຈົ້າມີອຳນາດ, ແຕ່ຄວາມຂີ້ຄ້ານຈະເຮັດໃຫ້ເຈົ້າເປັນທາດຮັບໃຊ້ຄົນ.
ຍິງທີ່ມີປັນຍາສ້າງເຮືອນຂອງຕົນຂຶ້ນ, ແຕ່ຍິງທີ່ໂງ່ຈ້າທຳລາຍເຮືອນຂອງຕົນລົງ.
ພໍ່ນາທີ່ຂີ້ຄ້ານຄາດໄຖຕາມລະດູການ ກໍຈະບໍ່ໄດ້ເກັບກ່ຽວຫຍັງຈັກດີ້.
ຄົນຂີ້ຄ້ານທີ່ບໍ່ຍອມເຮັດວຽກ ກໍກຳລັງຂ້າຕົນເອງໃຫ້ຕາຍ.
ຄົນຂີ້ເມົາແລະຄົນຂີ້ໂລບຈະກາຍເປັນຄົນຍາກຈົນ ຖ້າເຈົ້າມີແຕ່ກິນກັບນອນບໍ່ດົນເຈົ້າກໍຈະນຸ່ງສົ້ງຂາດ.
ຄວາມປາຖະໜາອັນຍິ່ງໃຫຍ່ຂອງພວກເຮົາ ແມ່ນໃຫ້ແຕ່ລະຄົນໃນພວກເຈົ້າ ມີຄວາມຮ້ອນຮົນຢ່າງດຽວກັນຈົນເຖິງທີ່ສຸດ ເພື່ອວ່າສິ່ງທີ່ພວກເຈົ້າຫວັງໄວ້ນັ້ນຈະໄດ້ສຳເລັດ.