Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 10:16 - ພຣະຄຳພີສັກສິ

16 ປະເທດ​ເດືອດຮ້ອນ​ເມື່ອ​ກະສັດ​ຍັງ​ໜຸ່ມແໜ້ນ ແລະ​ບັນດາ​ຜູ້ນຳ​ກໍ​ກິນລ້ຽງ​ຈົນຮອດ​ແຈ້ງ​ແລະ​ດື່ມ​ຈົນ​ເມົາ.

Uka jalj uñjjattʼäta Copia luraña




ປັນຍາຈານ 10:16
16 Jak'a apnaqawi uñst'ayäwi  

ໃຫ້​ບອກ​ພວກເຂົາ​ວ່າ, “ພໍ່​ຂອງເຮົາ​ໄດ້​ວາງ​ພາລະໜັກ​ໃຫ້​ພວກທ່ານ; ເຮົາ​ຈະ​ວາງ​ພາລະໜັກ​ຫລາຍກວ່າ​ນັ້ນ​ອີກ. ເພິ່ນ​ໄດ້​ໃຊ້​ໄມ້ແສ້​ຕີ​ພວກທ່ານ ແຕ່​ເຮົາ​ຈະ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ທີ່​ມີ​ໄລ​ເຫຼັກ.”


ຕໍ່ມາ ລາວ​ໄດ້​ເຕົ້າໂຮມ​ເອົາ​ພວກ​ນັກເລງ​ໝວດ​ໜຶ່ງ ມາ​ບັງຄັບ​ເຣໂຫໂບອາມ​ລູກຊາຍ​ຂອງ​ໂຊໂລໂມນ ຜູ້​ທີ່​ຍັງ​ໜຸ່ມນ້ອຍ​ທັງ​ຂາດ​ປະສົບການ​ທີ່​ຈະ​ຕໍ່ຕ້ານ​ພວກເຂົາ.


ເຈົ້າ​ເຊເດກີຢາ​ເພິ່ນ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ.


ເມື່ອ​ເຈົ້າ​ເຢໂຮອາຮາດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ເພິ່ນ​ອາຍຸ​ຊາວສາມ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ພຽງ​ສາມ​ເດືອນ.


ເຈົ້າ​ເຢໂຮຍອາກິມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.


ເຈົ້າ​ເຢໂຮຍອາກິນ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ສິບແປດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ເດືອນ​ກັບ​ສິບ​ວັນ. ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.


ຜູ້ປົກຄອງ​ທີ່​ບໍ່ມີ​ສາມັນ​ສຳນຶກ​ກໍ​ມັກ​ກົດຂີ່​ປະຊາຊົນ ຜູ້​ກຽດຊັງ​ການ​ສໍ້ໂກງ​ກໍ​ປົກຄອງ​ດົນນານ​ໄດ້.


ຄົນ​ໂງ່ຈ້າ​ໂພດ​ບໍ່​ຮູ້​ຮອດ​ທາງ​ເມືອ​ເຮືອນ ແມ່ນແຕ່​ເຮັດ​ວຽກ​ໜັກ​ກໍ​ບໍ່​ເກີດ​ປະໂຫຍດ.


ພວກ​ໃຫ້​ກູ້ຢືມ​ເງິນ ກົດຂີ່​ປະຊາຊົນ​ຂອງເຮົາ ແລະ​ພວກເຈົ້າໜີ້​ກໍ​ສໍ້ໂກງ​ພວກເຂົາ. ປະຊາຊົນ​ຂອງເຮົາ​ເອີຍ ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ກຳລັງ​ນຳ​ພວກເຈົ້າ​ໄປ​ໃນ​ທາງ​ຜິດ ພວກເຈົ້າ​ຈຶ່ງ​ບໍ່​ຮູ້​ເລີຍ​ວ່າ​ຄວນ​ລ້ຽວ​ໄປ​ທາງ​ໃດ​ດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka