Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 10:13 - ພຣະຄຳພີສັກສິ

13 ລາວ​ເລີ່ມ​ເວົ້າ​ດ້ວຍ​ຖ້ອຍຄຳ​ອັນ​ໂງ່ງ່າວ ແລະ​ລາວ​ກໍ​ມ້ວນທ້າຍ​ດ້ວຍ​ຄຳເວົ້າ​ແບບ​ບ້າບໍ.

Uka jalj uñjjattʼäta Copia luraña




ປັນຍາຈານ 10:13
25 Jak'a apnaqawi uñst'ayäwi  

ຕໍ່ມາ ຊາວ​ອິດສະຣາເອນ​ທັງໝົດ​ຈຶ່ງ​ໄປ​ຫາ​ກະສັດ ແລະ​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ເປັນຫຍັງ​ພີ່ນ້ອງ​ຊາວ​ຢູດາ​ຈຶ່ງ​ມີ​ສິດ​ນຳ​ເອົາ​ທ່ານ, ຄອບຄົວ​ຂອງທ່ານ ແລະ​ທະຫານ​ຂອງທ່ານ​ຂ້າມ​ແມ່ນໍ້າ​ຈໍແດນ?”


ກະສັດ​ຕອບ​ວ່າ, “ຖ້າ​ພຣະເຈົ້າຢາເວ​ບໍ່​ຊ່ວຍ​ເຈົ້າ​ແລ້ວ ເຮົາ​ຈະ​ຊ່ວຍ​ເຈົ້າ​ໄດ້​ຢ່າງໃດ? ເຮົາ​ມີ​ເຂົ້າ ຫລື​ເຫຼົ້າ​ອະງຸ່ນ​ຊັ້ນບໍ?


ເພິ່ນ​ຮ້ອງ​ຂຶ້ນ​ວ່າ, “ຖ້າ​ເອລີຊາ​ບໍ່​ຖືກ​ຕັດ​ຫົວ​ກ່ອນ​ວັນ​ນີ້​ໝົດ​ໄປ ກໍ​ຂໍ​ໃຫ້​ພຣະເຈົ້າ​ປະຫານ​ຊີວິດ​ຂອງ​ຂ້ານ້ອຍ​ເສຍ​ເຖີດ.”


ຄົນ​ທີ່​ຢັ່ງ​ຮູ້ ຄິດ​ກ່ອນ​ຈຶ່ງ​ກະທຳ, ແຕ່​ຄົນໂງ່ຈ້າ ເຜີຍແບ​ຄວາມ​ໂງ່ງ່າວ​ຂອງຕົນ​ອອກ​ໃຫ້​ເຫັນ.


ເມື່ອ​ຄົນ​ມີ​ປັນຍາ​ຟ້ອງ​ຄົນ​ໂງ່ຈ້າ ຄົນ​ໂງ່ຈ້າ​ກໍ​ມີ​ແຕ່​ເວົ້າຈາ​ດົ່ງດັງ​ຫຍໍ້ຫຍັນ.


ຄົນໂງ່ຈ້າ​ນັ້ນ​ເວົ້າ​ບໍ່​ຮູ້ຈັກ​ສຸດ. ບໍ່ມີ​ຜູ້ໃດ​ຮູ້​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ຂັ້ນ​ຕໍ່ໄປ ແລະ​ບໍ່ມີ​ຜູ້ໃດ​ບອກ​ພວກເຮົາ​ໄດ້​ວ່າ ຈະ​ມີ​ຫຍັງ​ເກີດຂຶ້ນ​ຕາມ​ມາ ຫລັງຈາກ​ທີ່​ພວກເຮົາ​ຕາຍໄປ​ແລ້ວ.


ຄິດ​ກ່ອນ​ຈຶ່ງ​ເວົ້າ ແລະ​ຢ່າ​ຟ້າວ​ຕັດສິນໃຈ​ເຮັດ​ຄຳ​ສາບານ​ໃດໆ​ກັບ​ພຣະເຈົ້າ. ພຣະເຈົ້າ​ຢູ່​ເທິງ​ຟ້າສະຫວັນ​ແລະ​ເຈົ້າ​ຢູ່​ເທິງ​ແຜ່ນດິນ​ໂລກ. ສະນັ້ນ ຢ່າ​ເວົ້າ​ເກີນກວ່າ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ເວົ້າ.


ແຕ່​ຂ້າພະເຈົ້າ​ໄດ້​ອຸທິດ​ຊີວິດ​ໃສ່​ການ​ສຶກສາ​ແລະ​ການ​ຫາຄວາມຮູ້; ຂ້າພະເຈົ້າ​ຕັ້ງໃຈ​ຄົ້ນຄ້ວາ​ຊອກຫາ​ປັນຍາ ແລະ​ຕອບ​ບັນຫາ​ຕ່າງໆ​ທັງ​ຊອກ​ຮຽນຮູ້​ວ່າ ຄວາມ​ໂງ່ຈ້າ​ນັ້ນ​ມັນ​ຊົ່ວຊ້າ​ແລະ​ບ້າ​ບໍ່ມີ​ສະຕິ​ສໍ່າໃດ.


ເມື່ອ​ເຮໂຣດ​ໄດ້​ຮູ້​ວ່າ ພວກ​ໂຫຣາຈານ​ຫລອກລວງ​ຕົນ ເພິ່ນ​ກໍ​ໃຈຮ້າຍ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ໃຊ້​ຄົນ​ໄປ​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທຸກຄົນ​ໃນ​ເມືອງ​ເບັດເລເຮັມ ແລະ​ໃນ​ເຂດ​ໃກ້ຄຽງ​ຕັ້ງແຕ່​ອາຍຸ​ສອງ​ປີ​ລົງ​ມາ ຕາມ​ເວລາ​ທີ່​ເພິ່ນ​ໄດ້​ພົບ​ກັບ​ພວກ​ໂຫຣາຈານ​ນັ້ນ.


ຄົນ​ຟາຣີຊາຍ​ຜູ້​ນີ້ ກໍ​ປະຫລາດ​ໃຈ​ເມື່ອ​ເຫັນ​ວ່າ​ກ່ອນ​ຈະ​ກິນ ພຣະອົງ​ບໍ່ໄດ້​ຊຳລະ​ລ້າງ​ຕາມ​ທຳນຽມ.


ຝ່າຍ​ຄົນ​ເຫຼົ່ານັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ໄດ້​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ພຣະເຢຊູເຈົ້າ.


ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ກົດບັນຍັດ​ຂອງ​ພວກເຮົາ​ບໍ່​ອະນຸຍາດ​ໃຫ້​ເຮັດ​ໃນ​ວັນ​ຊະບາໂຕ?”


ດັ່ງນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ຈຶ່ງ​ປຶກສາ​ກັນ​ວ່າ ຈະ​ຂ້າ​ລາຊະໂຣ​ເໝືອນກັນ


ໃນ​ວັນ​ທີ​ສີ່ ພວກເຂົາ​ເວົ້າ​ຕໍ່​ເມຍ​ຂອງ​ແຊມຊັນ​ວ່າ, “ຈົ່ງ​ຍົວະ​ຖາມ​ຜົວ​ຂອງ​ເຈົ້າ ບອກ​ຄວາມໝາຍ​ຂອງ​ບັນຫາ​ໃຫ້​ພວກເຮົາ​ຮູ້​ແດ່. ຖ້າບໍ່​ດັ່ງນັ້ນ ພວກເຮົາ​ຈະ​ຈູດ​ເຮືອນ​ພໍ່​ຂອງ​ເຈົ້າ​ພ້ອມ​ທັງ​ເຈົ້າ​ດ້ວຍ. ເຈົ້າ​ທັງສອງ​ເຊີນ​ພວກເຮົາ​ມາ ເພື່ອ​ຈະ​ປຸ້ນ​ພວກເຮົາ​ຊັ້ນບໍ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka