Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 10:12 - ພຣະຄຳພີສັກສິ

12 ຄຳເວົ້າ​ຂອງ​ຄົນສະຫລາດ​ນຳ​ກຽດ​ມາ​ສູ່​ຕົນ, ແຕ່​ຄົນໂງ່ຈ້າ​ຖືກ​ທຳລາຍ​ເພາະ​ຖ້ອຍຄຳ​ທີ່​ຕົນ​ເວົ້າ.

Uka jalj uñjjattʼäta Copia luraña




ປັນຍາຈານ 10:12
36 Jak'a apnaqawi uñst'ayäwi  

ແລ້ວ​ດາວິດ​ກໍ​ກ່າວ​ຕໍ່​ຊາຍ​ຄົນ​ນີ້​ວ່າ, “ເຈົ້າ​ນຳ​ໂທດ​ນີ້​ມາ​ສູ່​ຕົວ​ເຈົ້າ​ເອງ ເມື່ອ​ເຈົ້າ​ສາລະພາບ​ວ່າ​ເຈົ້າ​ໄດ້​ຂ້າ​ຄົນ​ທີ່​ພຣະເຈົ້າຢາເວ​ໄດ້​ຫົດສົງ ເຈົ້າ​ກໍໄດ້​ລົງໂທດ​ເຈົ້າ​ເອງ​ສາ​ແລ້ວ.”


ຂ້ອຍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ດ້ວຍ​ຄຳແນະນຳ ແລະ​ສືບຕໍ່​ເລົ້າໂລມ​ໃຈ​ດ້ວຍ​ຄຳເວົ້າ​ຕ່າງໆ.


ຢ່າ​ໃຫ້​ພວກ​ສັດຕູ​ມີ​ໄຊຊະນະ​ເໜືອ​ຂ້ານ້ອຍ​ໄດ້​ເລີຍ ໂຜດ​ໃຫ້​ຄຳ​ນາບຂູ່​ຂອງ​ພວກເຂົາ​ຕໍ່ສູ້​ພວກເຂົາ​ຄືນ​ເຖີດ.


ຄຳເວົ້າ​ອັນ​ສະຫລາດ​ເປັນ​ຄຳເວົ້າ​ຂອງ​ຄົນ​ຊອບທຳ ລາວ​ເວົ້າ​ແຕ່​ສິ່ງ​ທີ່​ຊອບທຳ​ແລະ​ຖືກຕ້ອງ.


ພຣະອົງ​ຈະ​ທຳລາຍ​ພວກເຂົາ​ຍ້ອນ​ຄຳເວົ້າ​ຂອງ​ພວກເຂົາ​ເອງ ທຸກຄົນ​ທີ່​ເຫັນ​ພວກເຂົາ​ຕ່າງ​ກໍ​ແກວ່ງຫົວ.


ຜູ້​ທີ່​ປົກປິດ​ຄວາມຈິງ​ໄວ້​ສ້າງ​ຄວາມ​ເດືອດຮ້ອນ​ແກ່​ຕົນ, ແຕ່​ຄົນ​ທີ່​ຕິຕຽນ​ຢ່າງ​ເປີດເຜີຍ​ຈະ​ສ້າງ​ສັນຕິພາບ.


ໃຈ​ທີ່​ປະກອບ​ດ້ວຍ​ປັນຍາ​ກໍ​ຍອມ​ຮັບ​ເອົາ​ຄຳແນະນຳ​ທີ່​ດີ ຄົນ​ທີ່​ເວົ້າ​ໂລເລ​ກໍ​ຈະ​ເຖິງ​ຄວາມພິນາດ.


ຄຳເວົ້າ​ທີ່​ບໍ່​ຄິດ ເຮັດ​ໃຫ້​ເຈັບຊໍ້າ​ດັ່ງ​ດາບ​ແທງ, ແຕ່​ຄຳເວົ້າ​ທີ່​ມີ​ປັນຍາ ປົວແປງ​ໃຫ້​ດີ​ໄດ້.


ສົບປາກ​ຂອງ​ຄົນ​ມີ​ປັນຍາ​ແຈກຈ່າຍ​ຄວາມຮູ້​ທີ່​ຈັບໃຈ, ແຕ່​ປາກ​ຂອງ​ຄົນໂງ່ຈ້າ​ພັດ​ເຜີຍ​ຄວາມ​ໂງ່ງ່າວ​ຂອງຕົນ​ອອກ​ມາ.


ຮູ້ຈັກ​ໃຊ້​ຄຳເວົ້າ​ທີ່​ຖືກ​ກາລະ​ເທສະ ພາ​ໃຫ້​ເກີດ​ຄວາມ​ຊົມຊື່ນ​ຍິນດີ.


ຄົນ​ເວົ້າຕົວະ​ໃນ​ສານ​ກໍ​ຈະ​ຖືກ​ໂທດ ທາງ​ຫລີກລຽງ​ໂທດ​ນັ້ນ​ຈະ​ບໍ່ມີ​ເລີຍ.


ຜູ້​ທີ່​ຈະ​ເປັນ​ເພື່ອນ​ກັບ​ກະສັດ​ໄດ້​ຕ້ອງ​ມີ​ຄວາມ​ຈິງໃຈ ແລະ​ກ່າວ​ຈາ​ສຸພາບ​ອ່ອນຫວານ.


ຄົນ​ໂງ່ຈ້າ​ທີ່​ຍົກ​ເອົາ​ຖ້ອຍຄຳ​ອັນ​ມີ​ປັນຍາ​ມາ​ເວົ້າ ກໍ​ເທົ່າ​ກັບ​ຄົນ​ຂີ້ເມົາ​ພະຍາຍາມ​ເອົາ​ໜາມ​ອອກ​ຈາກ​ມື​ຕົນ.


ນາງ​ເວົ້າຈາ​ດ້ວຍ​ປັນຍາ​ອັນ​ສຸພາບ​ອ່ອນຫວານ.


ຄຳເວົ້າ​ຂອງ​ຄົນມີ​ປັນຍາ​ເປັນ​ດັ່ງ​ໄມ້ເທົ້າ​ອັນ​ແຫລມຄົມ ທີ່​ຄົນລ້ຽງແກະ​ໃຊ້​ເພື່ອ​ນຳພາ​ຝູງແກະ ແລະ​ສຸພາສິດ​ທີ່​ເພິ່ນ​ໄດ້​ຮວບຮວມ​ໄວ້​ຈະ​ດຳລົງ​ຢູ່​ຕໍ່ໄປ ດັ່ງ​ຕະປູ​ຕອກ​ລົງ​ໃນ​ແປ້ນ​ຢ່າງ​ໜັກແໜ້ນ ສິ່ງ​ເຫຼົ່ານີ້ ແມ່ນ​ຖືກ​ມອບໝາຍ​ໃຫ້​ໂດຍ​ພຣະເຈົ້າ ພຣະຜູ້ລ້ຽງ​ອົງດຽວ​ຂອງ​ພວກເຮົາ​ທຸກຄົນ.


ແນ່ນອນ ຄົນໂງ່ຈ້າ​ຜູ້​ທີ່​ງໍມື​ງໍຕີນ​ຢູ່​ກໍ​ປ່ອຍ​ໃຫ້​ຕົນ​ອຶດ​ຕາຍ.


ຄິດ​ກ່ອນ​ຈຶ່ງ​ເວົ້າ ແລະ​ຢ່າ​ຟ້າວ​ຕັດສິນໃຈ​ເຮັດ​ຄຳ​ສາບານ​ໃດໆ​ກັບ​ພຣະເຈົ້າ. ພຣະເຈົ້າ​ຢູ່​ເທິງ​ຟ້າສະຫວັນ​ແລະ​ເຈົ້າ​ຢູ່​ເທິງ​ແຜ່ນດິນ​ໂລກ. ສະນັ້ນ ຢ່າ​ເວົ້າ​ເກີນກວ່າ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ເວົ້າ.


ຈົ່ງ​ຫລີກເວັ້ນ​ຄຳເວົ້າ​ທີ່​ນຳ​ເຈົ້າ​ໄປ​ສູ່​ການບາບ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ໄປ​ເວົ້າ​ກັບ​ປະໂຣຫິດ​ຂອງ​ພຣະເຈົ້າ​ວ່າ ເຈົ້າ​ບໍ່ໄດ້​ໝາຍຄວາມວ່າ​ຢ່າງນັ້ນ. ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ​ເຈົ້າ? ເປັນຫຍັງ​ຈຶ່ງ​ປ່ອຍ​ໃຫ້​ພຣະອົງ​ທຳລາຍ​ສິ່ງ​ທີ່​ເຈົ້າ​ຫາ​ມາ​ໄດ້​ນັ້ນ?


ຟັງ​ຄຳເວົ້າ​ອັນ​ສຸຂຸມ​ຂອງ​ຄົນມີ​ປັນຍາ ກໍດີກວ່າ​ຟັງ​ສຽງ​ຮ້ອງ​ຂອງ​ນັກປົກຄອງ​ໃນ​ທີ່​ປະຊຸມ​ຂອງ​ຄົນໂງ່ຈ້າ.


ຄົນ​ດີ​ກໍ​ເອົາ​ສິ່ງ​ດີ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມດີ​ຂອງຕົນ, ຄົນຊົ່ວ​ກໍ​ເອົາ​ສິ່ງ​ຊົ່ວ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມຊົ່ວ​ຂອງຕົນ.”


ເພິ່ນ​ຕອບ​ລາວ​ວ່າ, ‘ອ້າຍ​ຄົນ​ຮັບໃຊ້​ທີ່​ຊົ່ວຊ້າ​ເອີຍ ເຮົາ​ຈະ​ລົງໂທດ​ເຈົ້າ​ດ້ວຍ​ຄຳ​ເວົ້າ​ຂອງ​ເຈົ້າ​ເອງ ເມື່ອ​ເຈົ້າ​ຮູ້​ວ່າ, ເຮົາ​ເປັນ​ຄົນ​ເຂັ້ມງວດ ເອົາ​ສິ່ງ​ທີ່​ເຮົາ​ບໍ່ໄດ້​ຝາກ​ໄວ້ ແລະ​ເກັບກ່ຽວ​ເອົາ​ສິ່ງ​ທີ່​ເຮົາ​ບໍ່ໄດ້​ປູກ.


ທຸກຄົນ​ກໍ​ກ່າວ​ຊົມເຊີຍ​ພຣະອົງ ແລະ​ປະທັບ​ໃຈ​ໃນ​ຖ້ອຍຄຳ​ອັນ​ອ່ອນຫວານ ຊຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ໂຢເຊັບ​ບໍ?”


ຢ່າ​ໃຫ້​ຄຳ​ຫຍາບ​ຊ້າ​ອອກ​ຈາກ​ປາກ​ຂອງ​ເຈົ້າ​ຈັກເທື່ອ, ແຕ່​ໃຫ້​ໃຊ້​ຄຳ​ເວົ້າ​ອັນ​ດີ​ທີ່​ຈະ​ຊ່ວຍ​ໃຫ້​ຈະເລີນ​ຂຶ້ນ ແລະ​ໃຫ້​ເໝາະສົມ​ກັບ​ຄວາມ​ຕ້ອງການ ເພື່ອ​ຖ້ອຍຄຳ​ທີ່​ພວກເຈົ້າ​ກ່າວ​ນັ້ນ ຈະ​ເປັນ​ຄຸນ​ປະໂຫຍດ​ແກ່​ຜູ້​ທີ່​ໄດ້ຍິນ​ໄດ້​ຟັງ.


ຈົ່ງ​ໃຫ້​ວາຈາ​ຂອງ​ເຈົ້າ​ທັງຫລາຍ ປະກອບ​ດ້ວຍ​ເມດຕາ​ຄຸນ​ຢູ່​ສະເໝີ ປະສົມ​ດ້ວຍ​ເກືອ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮູ້​ວິທີ​ຕອບ​ທີ່​ຖືກ​ໃຈ​ແກ່​ທຸກຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka