11 ຜູ້ເປັນໝໍງູກໍຈະມີປະໂຫຍດຫຍັງ ຖ້າລາວຖືກງູຕອດກ່ອນ.
ເຈົ້າວາງແຜນຊົ່ວຫລາຍຢ່າງ ເພື່ອນຳໄປປອງຮ້າຍຄົນອື່ນ ລີ້ນຂອງເຈົ້ານັ້ນຄົມດັ່ງມີດແຖ ເຈົ້າຜູ້ປະດິດຄິດສ້າງແຕ່ການຕົວະ.
ຂ້າແດ່ພຣະເຈົ້າ ຂໍພຣະອົງຫັກແຂ້ວຂອງພວກເຂົາຖິ້ມໃຫ້ໝົດສາ ຂ້າແດ່ພຣະເຈົ້າຢາເວ ຈົ່ງຫັກແຂ້ວໂຄບຝູງສິງໜຸ່ມທີ່ໂຫດຮ້າຍສາເຖີດ
ພວກເຂົາຝຶກຝົນລີ້ນໃຫ້ແຫຼມຄົມດັ່ງດາບ ທັ່ງຄຳເວົ້າອອກມາດັ່ງຍິງໜ້າລູກທະນູ.
ຄຳປາກຊີ້ຂາດຊີວິດວ່າຈະຢູ່ຫລືຕາຍ ຄົນປາກບອນກໍຮັບກຳຍ້ອນຄຳປາກ.
ຖ້າຂວານຂອງເຈົ້າປູ້ ແລະບໍ່ຝົນໃຫ້ຄົມ ເຈົ້າຈະຕ້ອງໃຊ້ແຮງຫລາຍເມື່ອເຈົ້າຟັນໄມ້. ສະນັ້ນ ປັນຍາຈຶ່ງເປັນບໍ່ເກີດແຫ່ງຄວາມສຳເລັດ.
“ຈົ່ງລະວັງຕົວໃຫ້ດີ ເຮົາກຳລັງສົ່ງງູມາໃນທ່າມກາງພວກເຈົ້າ ຄືງູພິດທີ່ບໍ່ມີຜູ້ໃດຈັບມັນໄດ້ ແລະມັນຈະຕອດພວກເຈົ້າ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫລະ.
ລີ້ນກໍເປັນດັ່ງໄຟ ມັນເປັນຄືໂລກແຫ່ງຄວາມຊົ່ວຮ້າຍ ທີ່ຄອບຄອງຢູ່ໃນຮ່າງກາຍຂອງພວກເຮົາ ແລະເຮັດໃຫ້ເປື້ອນເປິໄປທົ່ວທັງຮ່າງກາຍ, ມັນເປັນເຊື້ອໄຟທີ່ເຜົາໄໝ້ວົງກະແສແຫ່ງຊີວິດ ແລະມັນເອງກໍເປັນໄຟມາຈາກນະຣົກ.
ແຕ່ບໍ່ມີຜູ້ໃດສາມາດຝຶກແອບລີ້ນໄດ້ ມັນເປັນສິ່ງຊົ່ວແລະເຫຼືອທີ່ຈະບັງຄັບໄດ້ ເຕັມໄປດ້ວຍພິດຮ້າຍທີ່ເຖິງແກ່ຄວາມຕາຍ.