Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 10:10 - ພຣະຄຳພີສັກສິ

10 ຖ້າ​ຂວານ​ຂອງ​ເຈົ້າ​ປູ້ ແລະ​ບໍ່​ຝົນ​ໃຫ້​ຄົມ ເຈົ້າ​ຈະ​ຕ້ອງ​ໃຊ້​ແຮງ​ຫລາຍ​ເມື່ອ​ເຈົ້າ​ຟັນ​ໄມ້. ສະນັ້ນ ປັນຍາ​ຈຶ່ງ​ເປັນ​ບໍ່ເກີດ​ແຫ່ງ​ຄວາມ​ສຳເລັດ.

Uka jalj uñjjattʼäta Copia luraña




ປັນຍາຈານ 10:10
20 Jak'a apnaqawi uñst'ayäwi  

ສະນັ້ນ ຂໍ​ພຣະອົງ​ໂຜດ​ໃຫ້​ສະຕິປັນຍາ​ແກ່​ຂ້ານ້ອຍ ເພື່ອ​ຈະ​ປົກຄອງ​ປະຊາຊົນ​ຂອງ​ພຣະອົງ​ຢ່າງ​ຍຸດຕິທຳ ແລະ​ເພື່ອ​ຈະ​ຮູ້ຈັກ​ຄວາມ​ແຕກຕ່າງ​ລະຫວ່າງ​ຄວາມດີ​ແລະ​ຄວາມຊົ່ວ. ຖ້າບໍ່​ດັ່ງນັ້ນ​ແລ້ວ ຂ້ານ້ອຍ​ຈະ​ປົກຄອງ​ປະຊາຊົນ​ທີ່​ສຳຄັນ​ຫລາຍ​ຂອງ​ພຣະອົງ​ນີ້​ໄດ້​ຢ່າງໃດ?”


ຈາກ​ເຜົ່າ​ອິດຊາຄາ: ຫົວໜ້າ ສອງຮ້ອຍ​ຄົນ​ພ້ອມ​ທັງ​ທະຫານ​ທີ່​ຢູ່​ໃຕ້​ການ​ບັນຊາ​ຂອງ​ພວກເຂົາ (ບັນດາ​ຜູ້ນຳ​ເຫຼົ່ານີ້​ຮູ້​ວ່າ ຊາວ​ອິດສະຣາເອນ​ຄວນ​ຈະ​ເຮັດ​ຫຍັງ ແລະ​ເຮັດ​ເວລາ​ໃດ​ດີທີ່ສຸດ);


ຜູ້​ເປັນ​ໝໍ​ງູ​ກໍ​ຈະ​ມີ​ປະໂຫຍດ​ຫຍັງ ຖ້າ​ລາວ​ຖືກ​ງູ​ຕອດ​ກ່ອນ.


ຄົນ​ໂງ່ຈ້າ​ໂພດ​ບໍ່​ຮູ້​ຮອດ​ທາງ​ເມືອ​ເຮືອນ ແມ່ນແຕ່​ເຮັດ​ວຽກ​ໜັກ​ກໍ​ບໍ່​ເກີດ​ປະໂຫຍດ.


ຜູ້​ທີ່​ສະກັດ​ຫີນ​ນັ້ນ​ອາດ​ຈະ​ເຈັບ​ຕົວ​ເພາະ​ຫີນ​ກໍ​ມີ ແລະ​ຜູ້​ທີ່​ຜ່າ​ຟືນ​ອາດ​ຈະ​ເຈັບ​ຕົວ​ເພາະ​ຟືນ​ກໍໄດ້.


ແນ່ນອນ ຂ້າພະເຈົ້າ​ຮູ້​ໄດ້​ວ່າ, “ປັນຍາ​ກໍດີກວ່າ​ຄວາມ​ໂງ່ຈ້າ ແລະ​ແຈ້ງ​ກໍດີກວ່າ​ມືດ.


ປັນຍາ​ດີກວ່າ​ອາວຸດ, ແຕ່​ຄົນບາບ​ຜູ້ໜຶ່ງ​ທຳລາຍ​ຄວາມດີ​ໄດ້​ຢ່າງ​ຫລວງຫລາຍ.


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ເຫດ​ວ່າ ການ​ເຊື່ອຟັງ​ຂອງ​ພວກເຈົ້າ​ໄດ້​ຊ່າລື​ໄປ​ໃນ​ທົ່ວ​ຄົນ​ທັງປວງ​ແລ້ວ ເຮົາ​ຈຶ່ງ​ມີ​ຄວາມ​ຊົມຊື່ນ​ຍິນດີ​ນຳ​ພວກເຈົ້າ ເຮົາ​ຢາກ​ໃຫ້​ພວກເຈົ້າ​ສະຫລາດ​ໃນ​ການ​ດີ ແລະ​ໃຫ້​ເປັນ​ຄົນ​ໂງ່​ໃນ​ການ​ຊົ່ວ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ຄວາມ​ນຶກຄິດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ເດັກນ້ອຍ ຝ່າຍ​ຄວາມຊົ່ວ ຈົ່ງ​ເປັນ​ເໝືອນ​ເດັກນ້ອຍ​ອ່ອນ, ແຕ່​ຝ່າຍ​ຄວາມ​ນຶກຄິດ ຈົ່ງ​ເປັນ​ຢ່າງ​ຜູ້​ແກ່.


ເຮົາ​ຈະ​ຝົນ​ດາບ​ໃຫ້​ເຫລື້ອມ​ເປັນ​ແສງ​ຄົມ​ມັບໆ ແລະ​ມື​ຂອງ​ເຮົາ​ຢຶດ​ການ​ຕັດສິນ​ໄວ້. ເຮົາ​ຈະ​ແກ້ແຄ້ນ​ບັນດາ​ເຫຼົ່າ​ສັດຕູ ແລະ​ເຮົາ​ຈະ​ລົງໂທດ​ທັນ​ຜູ້​ທີ່​ກຽດຊັງ​ເຮົາ​ນັ້ນ.


ຈົ່ງ​ປະຕິບັດ​ຕໍ່​ຄົນ​ພາຍນອກ​ດ້ວຍ​ໃຊ້​ສະຕິປັນຍາ ໂດຍ​ສວຍ​ໂອກາດ.


ແຕ່​ຖ້າ​ຄົນ​ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ກໍ​ໃຫ້​ຜູ້ນັ້ນ​ທູນຂໍ​ຈາກ​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ຄົນ​ທັງປວງ​ດ້ວຍ​ພຣະ​ກະລຸນາ ບໍ່​ຊົງ​ກ່າວ​ຕິ ແລະ​ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນຂໍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka