Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 10:1 - ພຣະຄຳພີສັກສິ

1 ແມງວັນ​ຕາຍ​ຍ່ອມ​ເຮັດ​ໃຫ້​ນໍ້າຫອມ​ທັງ​ແກ້ວ​ເໝັນ​ໄດ້​ສັນໃດ ຄວາມ​ໂງ່ຈ້າ​ພຽງແຕ່​ເລັກນ້ອຍ​ກໍ​ຍ່ອມ​ເຮັດ​ໃຫ້​ປັນຍາ​ອັນ​ຍິ່ງໃຫຍ່​ຖືກ​ເສຍຫາຍ​ໄປ​ໄດ້​ສັນນັ້ນ.

Uka jalj uñjjattʼäta Copia luraña




ປັນຍາຈານ 10:1
11 Jak'a apnaqawi uñst'ayäwi  

ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ເຢຮູ​ລູກຊາຍ​ຂອງ​ຮານານີ​ໄດ້​ເຂົ້າ​ໄປ​ພົບ​ເພິ່ນ ແລະ​ເວົ້າ​ວ່າ, “ທ່ານ​ຄິດ​ວ່າ​ເປັນ​ການ​ຖືກຕ້ອງ​ຊັ້ນບໍ ທີ່​ຊ່ວຍ​ຄົນ​ຊົ່ວຊ້າ ແລະ​ເຂົ້າ​ຂ້າງ​ຄົນ​ທີ່​ກຽດຊັງ​ພຣະເຈົ້າຢາເວ? ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ນັ້ນ​ເປັນ​ເຫດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ທ່ານ.


ຂ້າພະເຈົ້າ​ບອກ​ພວກເຂົາ​ວ່າ, “ແມ່ນ​ພວກຜູ້ຍິງ​ຕ່າງຊາດ ທີ່​ໄດ້​ເຮັດ​ໃຫ້​ກະສັດ​ໂຊໂລໂມນ​ເຮັດ​ບາບ. ເພິ່ນ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ລື່ນ​ບັນດາ​ກະສັດ​ຂອງ​ຊົນຊາດ​ອື່ນໆ. ພຣະເຈົ້າ​ຮັກ​ເພິ່ນ ແລະ​ໃຫ້​ເພິ່ນ​ຂຶ້ນ​ເປັນ​ກະສັດ ປົກຄອງ​ຊາດ​ອິດສະຣາເອນ​ທັງໝົດ ແລະ​ໃນຂະນະ​ດຽວກັນ​ນັ້ນ​ເພິ່ນ​ໄດ້​ຫລົງ​ເຮັດ​ບາບ​ນີ້.


ພວກເຂົາ​ໄດ້​ຈ້າງ​ລາວ​ຂົ່ມຂູ່​ຂ້າພະເຈົ້າ​ໃຫ້​ຢ້ານ​ແລະ​ເຮັດ​ບາບ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ທຳລາຍ​ຊື່ສຽງ​ຂອງ​ຂ້າພະເຈົ້າ ແລະ​ເຮັດ​ໃຫ້​ຂ້າພະເຈົ້າ​ອັບອາຍ.


ກໍ​ຈະ​ໜັກ​ຫລາຍກວ່າ​ເມັດ​ຊາຍ​ທີ່​ແຄມ​ທະເລ ສະນັ້ນ ເຈົ້າ​ຄົງ​ບໍ່​ຕົກໃຈ​ຍ້ອນ​ຂ້ອຍ​ເວົ້າ​ຢ່າງບ້າໆ.


ເພື່ອ​ເຮັດ​ນໍ້າມັນ​ສັກສິດ​ປຸງແຕ່ງ​ແບບ​ນໍ້າຫອມ.


ປັນຍາ​ດີກວ່າ​ອາວຸດ, ແຕ່​ຄົນບາບ​ຜູ້ໜຶ່ງ​ທຳລາຍ​ຄວາມດີ​ໄດ້​ຢ່າງ​ຫລວງຫລາຍ.


ຖ້າ​ວ່າ​ມີ​ຜູ້ໃດ​ຜູ້ໜຶ່ງ​ເອົາ​ຊີ້ນ​ຕ່ອນ​ໜຶ່ງ​ຈາກ​ແທ່ນບູຊາ ທີ່​ໄດ້​ຖວາຍບູຊາ​ແລ້ວ​ຍັດ​ໃສ່​ພັບ​ເສື້ອ​ໄປ. ແລ້ວ​ຖ້າ​ລາວ​ປ່ອຍ​ໃຫ້​ເສື້ອ​ຂອງ​ລາວ​ນັ້ນ​ແຕະຕ້ອງ​ເຂົ້າຈີ່, ອາຫານ​ທີ່​ໄດ້​ຄົວ​ແລ້ວ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ຫລື​ອາຫານ​ທຸກຢ່າງ, ມັນ​ຈະ​ເຮັດ​ໃຫ້​ອາຫານ​ນັ້ນ​ເປັນ​ເຄື່ອງ​ຖວາຍບູຊາ​ໄດ້​ບໍ?” ເມື່ອ​ພວກ​ປະໂຣຫິດ​ໄດ້​ຟັງ​ຄຳ​ຖາມ​ນີ້​ແລ້ວ ພວກເຂົາ​ຈຶ່ງ​ຕອບ​ວ່າ, “ບໍ່ໄດ້.”


ແລ້ວ​ຮັກກາຍ​ກໍ​ໄດ້ຖາມ​ວ່າ, “ຖ້າ​ວ່າ​ຄົນ​ຜູ້ໜຶ່ງ​ເປັນ​ມົນທິນ ຍ້ອນ​ໄດ້​ແຕະຕ້ອງ​ຊາກສົບ​ຄົນຕາຍ. ຖ້າ​ລາວ​ໄດ້​ແຕະຕ້ອງ​ອາຫານ​ເຫຼົ່ານີ້​ຢ່າງໜຶ່ງ​ຢ່າງໃດ ມັນ​ຈະ​ເຮັດ​ໃຫ້​ອາຫານ​ເຫຼົ່ານີ້​ເປັນ​ມົນທິນ​ຄືກັນ​ບໍ?” ພວກ​ປະໂຣຫິດ​ຈຶ່ງ​ຕອບ​ວ່າ, “ເປັນ​ມົນທິນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka