Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 1:8 - ພຣະຄຳພີສັກສິ

8 ທຸກໆສິ່ງ​ນຳ​ໄປ​ສູ່​ຄວາມ​ເບື່ອໜ່າຍ ຊຶ່ງ​ເກີນກວ່າ​ທີ່​ຄົນ​ເຮົາ​ຈະ​ບັນລະຍາຍ​ອອກ​ມາ​ເປັນ​ຖ້ອຍຄຳ​ໄດ້. ຕາ​ຂອງເຮົາ​ເບິ່ງ​ບໍ່​ຮູ້ຈັກ​ອີ່ມ ຫູ​ຂອງເຮົາ​ຟັງ​ບໍ່​ຮູ້ຈັກ​ພໍ.

Uka jalj uñjjattʼäta Copia luraña




ປັນຍາຈານ 1:8
16 Jak'a apnaqawi uñst'ayäwi  

ຈິດໃຈ​ຂອງ​ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ແລະ​ອີ່ມໜຳ​ສຳລານ ຂ້ານ້ອຍ​ຈະ​ຮ້ອງເພງ​ຍິນດີ​ຍ້ອງຍໍ​ສັນລະເສີນ​ພຣະອົງ.


ນະຣົກ​ແລະ​ແດນ​ຄົນຕາຍ​ບໍ່​ຈັກ​ອີ່ມ​ສັນໃດ ຕັນຫາ​ຂອງ​ຄົນ​ກໍ​ບໍ່ມີ​ທີ່​ສິ້ນສຸດ​ເປັນ​ສັນນັ້ນ.


ແມ່ນໍ້າ​ທຸກ​ສາຍ​ໄຫລ​ໄປ​ສູ່​ທະເລ, ແຕ່​ທະເລ​ກໍ​ຍັງ​ບໍ່​ເຕັມ​ຈັກເທື່ອ. ນໍ້າ​ກັບຄືນ​ສູ່​ບ່ອນ​ທີ່​ແມ່ນໍ້າ​ຕັ້ງຕົ້ນ​ໄຫລ​ໄປ ແລະ​ຕັ້ງຕົ້ນ​ໄຫລ​ມາ​ອີກ​ໃໝ່.


ແລ້ວ​ຂ້າພະເຈົ້າ​ກໍ​ຕຶກຕອງ​ເບິ່ງ​ສິ່ງ​ທັງໝົດ ແລະ​ເຫື່ອແຮງ​ທີ່​ໄດ້​ທຸ້ມເທ​ເຮັດ​ສິ່ງ​ເຫຼົ່ານັ້ນ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເຫັນ​ໄດ້​ຢ່າງ​ຈະແຈ້ງ​ວ່າ ສິ່ງ​ນັ້ນ​ບໍ່ມີ​ຄວາມໝາຍ​ຫຍັງ​ເລີຍ. ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ ຄື​ທຸກສິ່ງ​ຢູ່ໃຕ້​ດວງຕາເວັນ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ພຣະເຈົ້າ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມສຸກ​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ແຕ່​ພຣະອົງ​ເຮັດ​ໃຫ້​ຄົນບາບ​ເຮັດ​ວຽກ​ໜັກ, ຫາຢູ່​ຫາກິນ ແລະ​ທ້ອນໂຮມ​ໄວ້ ເພື່ອ​ວ່າ​ພຣະອົງ​ຈະ​ເອົາ​ສິ່ງ​ທີ່​ລາວ​ຫາ​ມາ​ໄດ້​ນັ້ນ ໃຫ້​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຢູ່ໃຕ້​ດວງຕາເວັນ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ຜູ້ດຽວ. ລາວ​ບໍ່ມີ​ລູກ​ແລະ​ບໍ່ມີ​ອ້າຍ​ເອື້ອຍ​ນ້ອງ; ເຖິງ​ປານ​ນັ້ນ ລາວ​ກໍ​ເຮັດ​ວຽກ​ຢູ່​ບໍ່​ເຊົາ​ໂດຍ​ຍັງ​ບໍ່​ພໍໃຈ​ກັບ​ຊັບສິນ​ທີ່​ຕົນ​ມີ​ຢູ່​ນັ້ນ. ລາວ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຜູ້ໃດ ໂດຍ​ບໍ່​ຍອມ​ແມ່ນແຕ່​ເຮັດ​ໃຫ້​ຕົນເອງ​ສະໜຸກ​ຈັກດີ້? ອັນ​ນີ້​ກໍ​ອະນິຈັງ​ຄືກັນ ເພາະ​ເປັນ​ການ​ໃຊ້​ຊີວິດ​ຢູ່​ຢ່າງ​ຍາກ​ລຳບາກ.


ວຽກ​ທຸກ​ຊະນິດ​ທີ່​ຄົນໜຶ່ງ​ເຮັດ ແມ່ນ​ເພື່ອ​ໃຫ້​ມີ​ອາຫານ​ກິນ​ພຽງພໍ​ເທົ່ານັ້ນ, ແຕ່​ລາວ​ພໍ​ບໍ່​ເປັນ​ຈັກເທື່ອ.


ພວກເຈົ້າ​ຫວັງ​ເກັບກ່ຽວ​ໄດ້​ຫລາຍ ແຕ່​ພັດ​ໄດ້​ໜ້ອຍ. ເມື່ອ​ພວກເຈົ້າ​ນຳ​ຜົນລະປູກ​ມາ​ບ້ານ ເຮົາ​ຊໍ້າພັດ​ໃຫ້​ມັນ​ປິວ​ໜີໄປ. ເປັນຫຍັງ​ເຮົາ​ຈຶ່ງ​ໄດ້​ເຮັດ​ເຊັ່ນນັ້ນ? ພຣະເຈົ້າຢາເວ​ກ່າວ​ວ່າ: ເພາະວ່າ​ວິຫານ​ຂອງເຮົາ​ຍັງ​ຮົກຮ້າງ​ເພພັງ​ຢູ່ ໃນ​ຂະນະທີ່​ພວກເຈົ້າ​ແຕ່ລະຄົນ​ຫຍຸ້ງ​ຢູ່​ກັບ​ເຮັດວຽກ​ເຮັດງານ​ເພື່ອ​ບ້ານເຮືອນ​ຂອງ​ຕົນເອງ.


“ບັນດາ​ຜູ້​ທີ່​ເຮັດ​ການ​ໜັກໜ່ວງ​ແລະ​ແບກ​ພາລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ເຊົາເມື່ອຍ.


ຜູ້ໃດ​ອຶດຫິວ​ຄວາມ​ຊອບທຳ​ກໍ​ເປັນ​ສຸກ, ເພາະວ່າ​ພຣະເຈົ້າ​ຈະ​ຊົງ​ໃຫ້​ອີ່ມ​ບໍລິບູນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka