6 ລົມພັດໄປທາງທິດໃຕ້ ລົມພັດໄປທາງທິດເໜືອ ລົມພັດຜ່ານໄປ ແລະພັດຜ່ານມາ ແລ້ວກໍເລີ່ມພັດໄປຈາກທິດເກົ່າອີກ.
ເຈົ້າຮູ້ສຶກເຈັບປວດກໍເພາະຖືກຮ້ອນເຜົາຜານ ເມື່ອລົມທາງທິດໃຕ້ພັດມາກະຮໍ່າທົ່ວປະເທດ.
ແຕ່ທາງທິດໃຕ້ພຸ້ນລົມພະຍຸພວມພັດມາ ອາກາດໜາວເຢັນກໍມາແຕ່ທາງທິດເໜືອພຸ້ນ.
ພໍພຣະອົງໃຫ້ຄຳສັ່ງ ລົມອັນແຮງກ້າກໍເລີ່ມພັດມາ ຟອງຄື້ນທະເລກໍເຄື່ອນໄຫວໄປມາໂລດ.
ພຣະອົງເຮັດໃຫ້ພະຍຸອັນບ້າຄັ່ງຢຸດນິ້ງສະຫງັດລົງ ແລະຄື້ນໃນທະເລກໍມິດງຽບໝົດສິ້ນ.
ແມ່ນໍ້າທຸກສາຍໄຫລໄປສູ່ທະເລ, ແຕ່ທະເລກໍຍັງບໍ່ເຕັມຈັກເທື່ອ. ນໍ້າກັບຄືນສູ່ບ່ອນທີ່ແມ່ນໍ້າຕັ້ງຕົ້ນໄຫລໄປ ແລະຕັ້ງຕົ້ນໄຫລມາອີກໃໝ່.
ພຣະເຈົ້າໄດ້ສ້າງສັບພະທຸກສິ່ງ ແລະເຈົ້າບໍ່ຮູ້ວ່າຊີວິດເລີ່ມປະກອບຂຶ້ນຢູ່ໃນແມ່ຍິງທີ່ຕັ້ງທ້ອງຢ່າງໃດ ສິ່ງທີ່ພຣະອົງດຳເນີນການ ເຈົ້າກໍແຮ່ງເຂົ້າໃຈບໍ່ໄດ້.
ແຕ່ພຣະເຈົ້າຢາເວໄດ້ບັນດານໃຫ້ເກີດລົມພະຍຸໃຫຍ່ພັດຜ່ານທະເລມາ ແລະພັດແຮງທີ່ສຸດຈົນເຮືອຢູ່ໃນອັນຕະລາຍເກືອບຈະແຕກ.
“ດ້ວຍເຫດນັ້ນ ຜູ້ໃດທີ່ໄດ້ຍິນຖ້ອຍຄຳເຫຼົ່ານີ້ຂອງເຮົາແລ້ວແລະປະຕິບັດຕາມ ຄົນເຫຼົ່ານັ້ນກໍເປັນເໝືອນຄົນສະຫລາດທີ່ປຸກເຮືອນຂອງຕົນຢູ່ເທິງດານຫີນ.
ຝົນທັ່ງເທລົງມາ ນໍ້ານອງຖ້ວມລົ້ນຫ້ວຍຮ່ອງ ແລະລົມກໍພັດປະທະເຮືອນຢ່າງແຮງ ແລະເຮືອນນັ້ນກໍໄດ້ເຈື່ອນເພພັງລົງ ແລະການເພພັງຂອງມັນກໍເປັນການໃຫຍ່ຫລວງ.”
ລົມຢາກພັດໄປທິດໃດກໍພັດໄປທິດນັ້ນ, ເຈົ້າໄດ້ຍິນສຽງຂອງມັນ ແຕ່ເຈົ້າບໍ່ຮູ້ວ່າມັນພັດມາຈາກໃສ ແລະພັດໄປທາງໃດ ທຸກຄົນທີ່ເກີດມາຈາກພຣະວິນຍານ ກໍເປັນດັ່ງນັ້ນແຫລະ.”