5 ຕາເວັນຂຶ້ນແລະຕາເວັນລົງ ແລ້ວຕາເວັນກໍຟ້າວເຄື່ອນໄປສູ່ບ່ອນທີ່ຕາເວັນຕ້ອງຂຶ້ນມາອີກ.
ຕາບໃດທີ່ໂລກຍັງຄົງດຳລົງຢູ່ ລະດູຫວ່ານກັບລະດູເກັບກ່ຽວກໍຍັງມີຢູ່ຕໍ່ໄປ ຈະມີໜາວມີຮ້ອນຮ່ວມກັນຢູ່ສະເໝີໄປ ຍາມຮ້ອນແລະຍາມໜາວ ກາງເວັນແລະກາງຄືນດ້ວຍ.”
ຂ້າແດ່ພຣະເຈົ້າ ຈິດໃຈຂອງຂ້ານ້ອຍຫິວກະຫາຍຫາພຣະອົງ ດັ່ງກວາງນ້ອຍຫິວກະຫາຍລຳນໍ້າໃສ
ບ່ອນທີ່ລູກທະນູຈະແທງທະລຸຫົວໃຈ. ຊາຍຄົນນີ້ເປັນດັ່ງນົກກຳລັງເຂົ້າໄປໃນຕະຂ່າຍ ໂດຍບໍ່ຮູ້ວ່າຊີວິດຕົນນັ້ນຕົກຢູ່ໃນອັນຕະລາຍ.
“ພຣະເຈົ້າຢາເວກ່າວວ່າດັ່ງນີ້: ເຮົາໄດ້ເຮັດພັນທະສັນຍາຢ່າງໜຶ່ງໄວ້ກັບມື້ເວັນແລະກັບມື້ຄືນ ເພື່ອວ່າສິ່ງນັ້ນຈະມາຖືກຕ້ອງຕາມເວລາສະເໝີ; ແລະພັນທະສັນຍານັ້ນຈະບໍ່ຖືກລົບລ້າງຈັກເທື່ອ.
ຕໍ່ແສງແມບມາບຂອງລູກທະນູທີ່ຟົ້ງໄປຢ່າງໄວ ຕໍ່ແສງເຫລື້ອມໃສຂອງຫອກທີ່ຟົ້ງຜ່ານໄປນັ້ນ ດວງຕາເວັນກໍຍັງໄດ້ຢູ່ກັບບ່ອນຂອງມັນ ແລະດວງເດືອນກໍຍັງບໍ່ໄດ້ເຄື່ອນຍ້າຍ.