Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 1:3 - ພຣະຄຳພີສັກສິ

3 ທ່ານ​ເຮັດ​ວຽກ​ທຳງານ​ຢູ່ໃຕ້​ດວງຕາເວັນ ແລະ​ທ່ານ​ໄດ້​ຮັບ​ຫຍັງ​ແດ່​ຈາກ​ສິ່ງ​ເຫຼົ່ານັ້ນ?

Uka jalj uñjjattʼäta Copia luraña




ປັນຍາຈານ 1:3
23 Jak'a apnaqawi uñst'ayäwi  

ແລ້ວ​ຂ້າພະເຈົ້າ​ກໍ​ຕຶກຕອງ​ເບິ່ງ​ສິ່ງ​ທັງໝົດ ແລະ​ເຫື່ອແຮງ​ທີ່​ໄດ້​ທຸ້ມເທ​ເຮັດ​ສິ່ງ​ເຫຼົ່ານັ້ນ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເຫັນ​ໄດ້​ຢ່າງ​ຈະແຈ້ງ​ວ່າ ສິ່ງ​ນັ້ນ​ບໍ່ມີ​ຄວາມໝາຍ​ຫຍັງ​ເລີຍ. ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ ຄື​ທຸກສິ່ງ​ຢູ່ໃຕ້​ດວງຕາເວັນ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ວຽກ​ທີ່​ຂ້າພະເຈົ້າ​ໄດ້​ເຮັດ​ຢູ່ໃຕ້​ດວງຕາເວັນ​ກັບ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ມາ​ນັ້ນ ບໍ່ມີ​ຄວາມໝາຍ​ຫຍັງ​ເລີຍ​ຕໍ່​ຂ້າພະເຈົ້າ ເພາະ​ຂ້າພະເຈົ້າ​ຮູ້ຈັກ​ວ່າ ຂ້າພະເຈົ້າ​ຕ້ອງ​ປະ​ສິ່ງ​ເຫຼົ່ານີ້​ໄວ້​ໃຫ້​ຜູ້​ທີ່​ສືບແທນ​ຂ້າພະເຈົ້າ


ແລະ​ຜູ້​ທີ່​ຈະ​ສືບແທນ​ຂ້າພະເຈົ້າ​ນັ້ນ ອາດ​ຈະ​ເປັນ​ຄົນມີ​ປັນຍາ​ຫລື​ອາດ​ຈະ​ເປັນ​ຄົນໂງ່ຈ້າ​ກໍໄດ້ ຜູ້ໃດ​ແດ່​ຮູ້? ເຖິງ​ຢ່າງໃດ​ກໍຕາມ ລາວ​ຈະ​ຕ້ອງ​ເປັນ​ເຈົ້າຂອງ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ຫາ​ໄວ້​ນັ້ນ ຄື​ທຸກໆ​ສິ່ງ​ຢູ່ໃຕ້​ດວງຕາເວັນ​ທີ່​ຂ້າພະເຈົ້າ​ຫາ​ມາ​ໄດ້​ດ້ວຍ​ປັນຍາ​ຂອງ​ຂ້າພະເຈົ້າ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ມະນຸດ​ເຮັດ​ວຽກ​ໜັກ​ທັງ​ວິຕົກ​ກັງວົນ​ຕະຫລອດ​ຊີວິດ ແລະ​ມີ​ສິ່ງໃດ​ແດ່​ທີ່​ມະນຸດ​ພໍ​ຈະ​ນຳ​ມາ​ອວດອ້າງ​ໄດ້?


ຄົນ​ເຮົາ​ໄດ້​ຜົນປະໂຫຍດ​ຫຍັງ​ແດ່ ຈາກ​ວຽກງານ​ທັງໝົດ​ທີ່​ຕົນ​ເຮັດ?


ແຕ່​ດີກວ່າ​ທັງສອງ​ຢ່າງ​ນັ້ນ ແມ່ນ​ຜູ້​ທີ່​ຍັງ​ບໍ່​ທັນ​ໄດ້​ເກີດ​ມາ ຄື​ຜູ້​ທີ່​ບໍ່ເຄີຍ​ໄດ້​ເຫັນ​ຄວາມ​ຊົ່ວຮ້າຍ​ຢູ່ໃຕ້​ດວງຕາເວັນ.


ຂ້າພະເຈົ້າ​ຍັງ​ສັງເກດ​ເຫັນ​ໄດ້​ວ່າ ຢູ່ໃຕ້​ດວງຕາເວັນ​ນີ້​ມີ​ບາງສິ່ງ​ບາງຢ່າງ​ອີກ​ທີ່​ອະນິຈັງ.


ຊ່າງ​ບໍ່​ຖືກຕ້ອງ​ເລີຍ ພວກເຮົາ​ໄດ້​ເກີດ​ມາ​ຢ່າງໃດ ພວກເຮົາ​ກໍ​ຈາກ​ໄປ​ຢ່າງນັ້ນ. ພວກເຮົາ​ເຮັດ​ວຽກ​ໜັກ ໂດຍ​ພະຍາຍາມ​ຈັບ​ລົມ​ແລະ​ພວກເຮົາ​ໄດ້​ຫຍັງ​ແດ່?


ອັນນີ້ ແມ່ນ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ຄົ້ນພົບ​ຄື: ສິ່ງ​ດີທີ່ສຸດ​ທີ່​ຜູ້ໃດໆ​ກໍ​ເຮັດ​ໄດ້ ແມ່ນ​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້ ໃນ​ຊີວິດ​ອັນ​ສັ້ນໆ​ທີ່​ພຣະເຈົ້າ​ໂຜດ​ໃຫ້ ອັນນີ້ ແມ່ນ​ຊາຕາກຳ​ຂອງ​ມະນຸດ​ຢູ່ໃຕ້​ດວງຕາເວັນ.


ຊີວິດ​ມະນຸດ​ຜ່ານ​ພົ້ນ​ໄປ​ດັ່ງ​ເງົາ. ໃຜ​ຮູ້​ໄດ້​ແດ່​ວ່າ​ມີ​ຫຍັງ​ດີ​ສຳລັບ​ມະນຸດ​ຢູ່​ໃນ​ໂລກ​ອະນິຈັງ​ອັນ​ສັ້ນໆ​ນີ້? ໃຜ​ຮູ້​ໄດ້​ແດ່​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ ຫລັງຈາກ​ທີ່​ລາວ​ຕາຍໄປ​ແລ້ວ?


ທຸກຄົນ​ທີ່​ມີ​ຊີວິດ​ຢູ່​ຄວນ​ເປັນ​ຄົນມີ​ປັນຍາ ມັນ​ເປັນ​ການດີ​ເທົ່າກັບ​ການ​ໄດ້​ຮັບ​ມໍຣະດົກ​ຕົກທອດ


ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ເປັນ​ປະຈັກຕາ​ສິ່ງໜຶ່ງ​ອີກ ຄື​ຕົວຢ່າງ​ອັນດີ​ກ່ຽວກັບ​ປັນຍາ​ທີ່​ຖື​ກັນ​ຢູ່​ໃຕ້​ດວງ​ຕາເວັນ.


ຊາຕາກຳ​ອັນດຽວ​ມາ​ສູ່​ທຸກຄົນ​ສະເໝີ​ໜ້າ​ກັນ ແລະ​ອັນ​ນີ້​ແມ່ນ​ຜິດ​ຈາກ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ. ຕາບໃດ​ທີ່​ມະນຸດ​ມີ​ຊີວິດ​ຢູ່ ຕາບນັ້ນ​ຄວາມຄິດ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ແລະ​ຄວາມ​ບ້າບໍ ແລະ​ພວກເຂົາ​ກໍ​ຕາຍໄປ​ໃນ​ທັນໃດນັ້ນ.


ຄວາມຮັກ, ຄວາມຊັງ ແລະ​ຕັນຫາ​ຂອງ​ພວກເຂົາ ລ້ວນແຕ່​ໄດ້​ຕາຍໄປ​ກັບ​ພວກເຂົາ​ດ້ວຍ. ພວກເຂົາ​ຈະ​ບໍ່ມີ​ສ່ວນ​ກັບ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ​ອີກ​ເລີຍ.


ເປັນຫຍັງ​ຈຶ່ງ​ຈ່າຍ​ເງິນ​ຊື້​ສິ່ງຂອງ​ທີ່​ບໍ່​ແມ່ນ​ເຂົ້າຈີ່. ເປັນຫຍັງ​ຈຶ່ງ​ຈ່າຍ​ໄປ​ແຕ່​ພັດ​ຍັງ​ຢາກ​ຢູ່? ຈົ່ງ​ຕັ້ງໃຈ​ຟັງ​ເຮົາ ແລະ​ກິນ​ອາຫານ​ທີ່​ດີ ແລະ​ຈົ່ງ​ປິຕິ​ຍິນດີ​ໃນ​ອາຫານ​ອັນ​ດີ​ເປັນ​ປະໂຫຍດ​ທີ່ສຸດ.


ບັນດາ​ຊົນຊາດ​ທີ່​ພວກເຈົ້າ​ໄດ້​ເຂົ້າ​ຄອບຄອງ​ນັ້ນ ເຮັດ​ວຽກ​ອິດອ່ອນ​ໝົດ​ກຳລັງ​ໂດຍ​ບໍ່ມີ​ປະໂຫຍດ ແລະ​ສິ່ງ​ທັງໝົດ​ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ມາ​ນັ້ນ​ກໍ​ຖືກ​ໄຟ​ເຜົາຜານ​ກ້ຽງ. ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກະທຳການ​ນີ້.


ຮູບເຄົາຣົບ​ໃຫ້​ຜົນປະໂຫຍດ​ຫຍັງ​ແດ່? ມັນ​ເປັນ​ພຽງແຕ່​ຮູບ​ທີ່​ມະນຸດ​ໄດ້​ສ້າງ​ຂຶ້ນ​ເທົ່ານັ້ນ ແລະ​ມັນ​ກໍ​ບໍ່​ບອກ​ຫຍັງ​ໃຫ້​ພວກເຈົ້າ​ຮູ້​ໄດ້ ເວັ້ນແຕ່​ຄຳຕົວະ​ເທົ່ານັ້ນ. ມີ​ດີ​ຫຍັງ​ແດ່​ທີ່​ຜູ້​ສ້າງ​ຮູບເຄົາຣົບ​ນັ້ນ​ປົງໃຈ​ໃນ​ມັນ ຄື​ຮູບ​ພະ​ທີ່​ປາກ​ບໍ່ໄດ້


ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ຊັບສົມບັດ​ໝົດ​ທັງ​ໂລກ ແຕ່​ຕ້ອງ​ເສຍ​ຊີວິດ​ອັນ​ແທ້​ຂອງຕົນ ຄົນ​ນັ້ນ​ຈະ​ໄດ້​ປະໂຫຍດ​ອັນ​ໃດ? ຫລື​ຄົນ​ນັ້ນ​ຈະ​ເອົາ​ສິ່ງໃດ​ມາ​ແລກ​ເອົາ​ຊີວິດ​ອັນ​ແທ້ຈິງ​ຂອງຕົນ​ຄືນ​ໄດ້?


ຢ່າ​ພະຍາຍາມ​ຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ຫາ​ອາຫານ​ທີ່​ຕັ້ງໝັ້ນ​ຢູ່ ຄື​ອາຫານ​ສຳລັບ​ຊີວິດ​ນິຣັນດອນ ອາຫານ​ນີ້​ແມ່ນ​ບຸດ​ມະນຸດ​ທີ່​ຈະ​ໃຫ້​ແກ່​ພວກເຈົ້າ ເພາະ​ແມ່ນ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ໄວ້​ແລ້ວ.”


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍ​ຕັກເຕືອນ​ພວກເຈົ້າ ໃຫ້​ຢູ່​ໃຕ້​ການນຳພາ​ຂອງ​ຄົນ​ເຫຼົ່ານີ້ ແລະ​ຂອງ​ທຸກຄົນ​ທີ່​ຮ່ວມ​ງານ ແລະ​ບົວລະບັດ​ຮັບໃຊ້​ດ້ວຍ​ຄວາມ​ລຳບາກ​ຮ່ວມ​ກັບ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka