ປັນຍາຈານ 1:2 - ພຣະຄຳພີສັກສິ2 ປັນຍາຈານໄດ້ເວົ້າວ່າ, ອະນິຈັງ ອະນິຈັງ ຊີວິດນີ້ອະນິຈັງ ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ. Uka jalj uñjjattʼäta |
ແລະຜູ້ທີ່ຈະສືບແທນຂ້າພະເຈົ້ານັ້ນ ອາດຈະເປັນຄົນມີປັນຍາຫລືອາດຈະເປັນຄົນໂງ່ຈ້າກໍໄດ້ ຜູ້ໃດແດ່ຮູ້? ເຖິງຢ່າງໃດກໍຕາມ ລາວຈະຕ້ອງເປັນເຈົ້າຂອງສິ່ງທີ່ຂ້າພະເຈົ້າໄດ້ຫາໄວ້ນັ້ນ ຄືທຸກໆສິ່ງຢູ່ໃຕ້ດວງຕາເວັນທີ່ຂ້າພະເຈົ້າຫາມາໄດ້ດ້ວຍປັນຍາຂອງຂ້າພະເຈົ້າ. ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ.
ຢູ່ໃຕ້ດວງຕາເວັນມີຊາຍຄົນໜຶ່ງທີ່ຢູ່ຜູ້ດຽວ. ລາວບໍ່ມີລູກແລະບໍ່ມີອ້າຍເອື້ອຍນ້ອງ; ເຖິງປານນັ້ນ ລາວກໍເຮັດວຽກຢູ່ບໍ່ເຊົາໂດຍຍັງບໍ່ພໍໃຈກັບຊັບສິນທີ່ຕົນມີຢູ່ນັ້ນ. ລາວເຮັດວຽກຢ່າງໜັກເພື່ອຜູ້ໃດ ໂດຍບໍ່ຍອມແມ່ນແຕ່ເຮັດໃຫ້ຕົນເອງສະໜຸກຈັກດີ້? ອັນນີ້ກໍອະນິຈັງຄືກັນ ເພາະເປັນການໃຊ້ຊີວິດຢູ່ຢ່າງຍາກລຳບາກ.