Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 1:18 - ພຣະຄຳພີສັກສິ

18 ທ່ານ​ເປັນ​ຄົນ​ສະຫລາດ​ຫລາຍ​ເທົ່າໃດ ທ່ານ​ແຮ່ງ​ເປັນ​ຄົນ​ວິຕົກ​ກັງວົນ​ຫລາຍ​ເທົ່ານັ້ນ ທ່ານ​ຮູ້​ຫລາຍ​ເທົ່າໃດ ທ່ານ​ແຮ່ງ​ເຈັບປວດ​ຫລາຍ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña




ປັນຍາຈານ 1:18
7 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້​ກ່າວ​ອອກ​ເປັນຖ້ອຍ​ເປັນຄຳ​ ແກ່​ມວນ​ມະນຸດ​ທັງຫລາຍ​ດັ່ງ​ຕໍ່​ລົງ​ໄປ​ນີ້: ‘ເພື່ອ​ຈະ​ມີ​ປັນຍາ​ຕ້ອງ​ຢຳເກງ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຈະ​ເຂົ້າໃຈ​ຕ້ອງ​ຫັນໜີ​ຈາກ​ຄວາມ​ຊົ່ວຊ້າ.”’


ຂ້າພະເຈົ້າ​ນຶກ​ໃນໃຈ​ວ່າ, “ສິ່ງ​ທີ່​ເກີດຂຶ້ນ​ກັບ​ຄົນໂງ່ຈ້າ​ນັ້ນ ກໍ​ຈະ​ເກີດຂຶ້ນ​ກັບ​ຂ້າພະເຈົ້າ​ຄືກັນ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ຫຍັງ​ແດ່ ທີ່​ເປັນ​ຄົນມີ​ປັນຍາ​ຫຼາຍ​ທີ່ສຸດ?” ຂ້າພະເຈົ້າ​ຕອບ​ວ່າ, “ບໍ່ໄດ້​ຫຍັງ​ເລີຍ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.”


ເມື່ອໃດ​ທີ່​ທ່ານ​ຍັງ​ມີ​ຊີວິດ​ຢູ່ ເມື່ອນັ້ນ​ທຸກສິ່ງ​ທີ່​ທ່ານ​ໄດ້​ເຮັດ​ນັ້ນ​ກໍ​ບໍ່ໄດ້​ນຳ​ຫຍັງ​ມາ​ໃຫ້​ທ່ານ​ເລີຍ ນອກຈາກ​ຄວາມ​ວິຕົກ​ກັງວົນ​ແລະ​ຄວາມ​ລະທົມ​ຂົມຂື່ນ​ເທົ່ານັ້ນ. ແມ່ນແຕ່​ຕອນ​ກາງຄືນ ຄວາມຄິດ​ຂອງທ່ານ​ກໍ​ບໍ່ໄດ້​ພັກຜ່ອນ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ສະນັ້ນ ຢ່າ​ສູ່​ເປັນ​ຄົນ​ຊອບທຳ​ໂພດ​ຫລື​ເປັນ​ຄົນມີ​ປັນຍາ​ເກີນ​ໄປ ເປັນຫຍັງ​ຈຶ່ງ​ຢາກ​ທຳລາຍ​ຕົນເອງ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka