Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 1:17 - ພຣະຄຳພີສັກສິ

17 ຂ້າພະເຈົ້າ​ຕັ້ງໃຈ​ຮໍ່າຮຽນ​ໄຈ້ແຍກ ລະຫວ່າງ​ຄວາມຮູ້​ແລະ​ຄວາມ​ໂງ່ຈ້າ, ປັນຍາ​ແລະ​ຄວາມ​ບ້າຄັ່ງ, ແຕ່​ຂ້າພະເຈົ້າ​ໄດ້​ພົບ​ວ່າ ຂ້າພະເຈົ້າ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ​ຄືກັນ.

Uka jalj uñjjattʼäta Copia luraña




ປັນຍາຈານ 1:17
14 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ໄດ້​ພະຍາຍາມ​ຄິດເຖິງ​ບັນຫາ​ນີ້​ຈົນ​ສຸດ​ຄວາມ​ສາມາດ ແຕ່​ພັດ​ຍາກ​ເກີນໄປ​ທີ່​ຈະ​ເຂົ້າໃຈ​ໄດ້.


ປັນຍາຈານ​ກ່າວ​ວ່າ, ອະນິຈັງ ອະນິຈັງ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ສະນັ້ນ ສຳລັບ​ຂ້າພະເຈົ້າ​ແລ້ວ ຊີວິດ​ຈຶ່ງ​ກາຍເປັນ​ສິ່ງ​ທີ່​ບໍ່ມີ​ຄວາມໝາຍ​ຫຍັງ ເພາະ​ທຸກສິ່ງ​ທີ່​ຢູ່ໃຕ້​ດວງຕາເວັນ​ບໍ່ໄດ້​ນຳ​ຫຍັງ​ເລີຍ​ມາ​ໃຫ້​ຂ້າພະເຈົ້າ ນອກຈາກ​ຄວາມ​ເດືອດຮ້ອນ​ເທົ່ານັ້ນ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ. ຂ້າພະເຈົ້າ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ດ້ວຍ​ຄວາມຢາກ​ມີ​ປັນຍາ ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ດື່ມ​ເຫຼົ້າ​ອະງຸ່ນ ເພື່ອ​ເຮັດ​ໃຫ້​ຂ້າພະເຈົ້າ​ດີໃຈ​ແລະ​ສະໜຸກ. ຂ້າພະເຈົ້າ​ຄິດວ່າ​ສິ່ງ​ນີ້​ອາດ​ເປັນ​ວິທີ​ດີທີ່ສຸດ​ກໍໄດ້ ທີ່​ມະນຸດ​ນຳ​ເອົາ​ໄປ​ໃຊ້​ໄດ້​ໃນ​ຊີວິດ​ອັນ​ສັ້ນໆ​ຂອງຕົນ​ຢູ່​ໃນ​ໂລກນີ້.


ແລ້ວ​ຊາຕາກຳ​ຢ່າງ​ດຽວກັນ​ກໍ​ລໍຄອຍ​ທັງ​ຄົນ ແລະ​ສັດ​ຢູ່​ຄື: ຕ່າງ​ກໍ​ຕ້ອງ​ຕາຍໄປ​ທັງໝົດ ຕ່າງ​ກໍ​ຖືກ​ສ້າງ​ຂຶ້ນ​ມາ​ຄືກັນ ແລະ​ມະນຸດ​ຄົນໜຶ່ງ​ບໍ່ໄດ້​ດີ​ໄປ​ກວ່າ​ສັດ​ໂຕໜຶ່ງ ເພາະ​ທຸກສິ່ງ​ແມ່ນ​ອະນິຈັງ.


ຂ້າພະເຈົ້າ​ໄດ້​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ເປັນຫຍັງ​ມະນຸດ​ຈຶ່ງ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຈະ​ປະສົບ​ຜົນ​ສຳເລັດ ເພາະ​ລາວ​ຢາກ​ມີ​ລື່ນ​ເພື່ອນບ້ານ​ຂອງຕົນ, ແຕ່​ມັນ​ກໍ​ອະນິຈັງ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ແຕ່​ການ​ມີ​ຈິດໃຈ​ສະຫງົບສຸກ​ຢູ່​ພຽງ​ເລັກນ້ອຍ ກໍ​ຍັງ​ດີກວ່າ​ມື​ສອງ​ເບື້ອງ​ຫຍຸ້ງ​ຢູ່​ຕະຫລອດ​ເວລາ​ຄື: ພະຍາຍາມ​ຄວ້າຈັບ​ລົມ.


ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ແລະ​ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ. ການ​ພໍໃຈ​ກັບ​ສິ່ງ​ທີ່​ຕົນ​ມີ​ຢູ່ ກໍດີກວ່າ​ການ​ປ່ອຍຕົວ​ເລື້ອຍ​ໄປ​ຕາມ​ຕັນຫາ​ຂອງຕົນ.


ເມື່ອໃດ​ຂ້າພະເຈົ້າ​ພະຍາຍາມ​ທຳຕົນ​ເປັນ​ຄົນມີ​ປັນຍາ ແລະ​ຮຽນຮູ້​ສິ່ງ​ທີ່​ເປັນ​ຢູ່​ໃນ​ໂລກນີ້ ເມື່ອນັ້ນ​ຂ້າພະເຈົ້າ​ກໍ​ສຳນຶກ​ໃນໃຈ​ໄດ້​ວ່າ ມະນຸດ​ອາດ​ອົດຫລັບ​ອົດນອນ​ຕະຫລອດ​ມື້​ຕະຫລອດ​ຄືນ


ຊາຕາກຳ​ອັນດຽວ​ມາ​ສູ່​ທຸກຄົນ​ສະເໝີ​ໜ້າ​ກັນ ແລະ​ອັນ​ນີ້​ແມ່ນ​ຜິດ​ຈາກ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ. ຕາບໃດ​ທີ່​ມະນຸດ​ມີ​ຊີວິດ​ຢູ່ ຕາບນັ້ນ​ຄວາມຄິດ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ແລະ​ຄວາມ​ບ້າບໍ ແລະ​ພວກເຂົາ​ກໍ​ຕາຍໄປ​ໃນ​ທັນໃດນັ້ນ.


ແຕ່​ຈົ່ງ​ທົດລອງ​ເບິ່ງ​ທຸກສິ່ງ ສິ່ງໃດ​ດີ ຈົ່ງ​ຢຶດຖື​ໄວ້​ໃຫ້​ໝັ້ນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka