Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 1:16 - ພຣະຄຳພີສັກສິ

16 ຂ້າພະເຈົ້າ​ເຄີຍ​ເວົ້າ​ກັບ​ຕົນເອງ​ວ່າ, “ເຮົາ​ກາຍເປັນ​ຄົນ​ສຳຄັນ ທັງ​ມີ​ປັນຍາ​ກວ່າ​ຄົນ​ໃດໆ ທີ່​ເຄີຍ​ປົກຄອງ​ນະຄອນ​ເຢຣູຊາເລັມ​ມາ​ກ່ອນ​ເຮົາ. ເຮົາ​ຮູ້ຈັກ​ປັນຍາ​ແລະ​ຄວາມຮູ້​ແທ້​ນັ້ນ​ວ່າ​ເປັນ​ຢ່າງໃດ.”

Uka jalj uñjjattʼäta Copia luraña




ປັນຍາຈານ 1:16
20 Jak'a apnaqawi uñst'ayäwi  

ແຕ່​ຂ້ານ້ອຍ​ບໍ່​ເຊື່ອ​ຈົນ​ໄດ້​ມາ​ເຫັນ​ດ້ວຍ​ຕົນເອງ ສິ່ງ​ທີ່​ຂ້ານ້ອຍ​ໄດ້ຍິນ​ນັ້ນ​ບໍ່​ຮອດ​ເຄິ່ງ​ໜຶ່ງ​ຂອງ​ສະຕິປັນຍາ​ນີ້; ທ່ານ​ມີ​ສະຕິປັນຍາ ແລະ​ຊັບສົມບັດ​ຫລາຍກວ່າ​ທີ່​ຂ້ານ້ອຍ​ໄດ້ຍິນ​ມາ.


ກະສັດ​ໂຊໂລໂມນ​ສະຫລາດ​ກວ່າ ພວກ​ນັກປາດ​ຊາວ​ຕາເວັນອອກ ຫລື​ພວກ​ນັກປາດ​ໃນ​ປະເທດ​ເອຢິບ.


ຄົນ​ຂອງ​ຂ້າພະເຈົ້າ​ຈະ​ນຳ​ໄມ້​ເຫຼົ່ານັ້ນ​ຈາກ​ພູ​ເລບານອນ​ລົງ​ສູ່​ທະເລ ແລະ​ມັດ​ເປັນ​ແພ​ລ່ອງ​ຕາມ​ທະເລ​ໄປ​ບ່ອນ​ທີ່​ທ່ານ​ໄດ້​ເລືອກໄວ້. ໃນ​ທີ່ນັ້ນ ຄົນ​ຂອງ​ຂ້າພະເຈົ້າ​ຈະ​ແກ້​ມັດ​ໄມ້​ອອກ ແລະ​ໃຫ້​ຄົນ​ຂອງທ່ານ​ຮັບຜິດຊອບ​ຕໍ່ໄປ. ສ່ວນ​ພາລະ​ຂອງທ່ານ ຂໍ​ທ່ານ​ລຳລຽງ​ອາຫານ​ໃຫ້​ຄົນ​ຂອງ​ຂ້າພະເຈົ້າ.”


ເກຮາຊິ​ຄົນ​ຮັບໃຊ້​ຂອງ​ເອລີຊາ​ກໍ​ຄິດ​ໃນໃຈ​ວ່າ, “ນາຍ​ຂອງເຮົາ​ໄດ້​ປ່ອຍ​ໃຫ້​ນາອາມານ​ໜີໄປ​ລ້າໆ ໂດຍ​ບໍ່ໄດ້​ຫຍັງໝົດ ເພິ່ນ​ຄວນ​ຮັບ​ເອົາ​ສິ່ງຂອງ​ທີ່​ຄົນ​ຊີເຣຍ​ຜູ້​ນັ້ນ​ມອບ​ໃຫ້. ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ເຮົາ​ຈະ​ແລ່ນ​ຕາມ​ລາວ​ໄປ ແລະ​ເອົາ​ບາງ​ສິ່ງ​ຈາກ​ລາວ.”


ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ພຣະຜູ້​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ພຣະອົງ​ໄດ້​ໃຫ້​ກະສັດ​ດາວິດ​ມີ​ລູກຊາຍ​ທີ່​ສະຫລຽວ​ສະຫລາດ ເຕັມລົ້ນ​ດ້ວຍ​ຄວາມ​ເຂົ້າໃຈ​ແລະ​ຄວາມ​ສາມາດ ຊຶ່ງ​ບັດນີ້​ເປັນ​ຜູ້​ວາງແຜນ​ສ້າງ​ພຣະວິຫານ​ສຳລັບ​ພຣະເຈົ້າຢາເວ ແລະ​ທັງ​ສ້າງ​ວັງ​ສຳລັບ​ຕົນເອງ.


ເຈົ້າ​ຈະ​ຮ້າຍ​ກໍ​ຮ້າຍ​ໄດ້ ແຕ່​ຢ່າ​ເຮັດ​ບາບ ຈົ່ງ​ຄິດເຖິງ​ເລື່ອງ​ນີ້​ໃຫ້​ເລິກເຊິ່ງ ເມື່ອ​ເຈົ້າ​ນອນ​ຢູ່​ເທິງ​ຕຽງ​ຢ່າງ​ມິດງຽບ.


ຂ້ານ້ອຍ​ນອນ​ໃຊ້​ຄວາມ​ຄິດ​ຢ່າງໜັກ ທັງຄືນ ຂ້ານ້ອຍ​ຄິດ​ຕຶກຕອງ​ແລະ​ຖາມ​ຕົນເອງ​ດັ່ງນີ້:


ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ເຮັດ​ໃຫ້​ຕົນເອງ​ມີ​ຄວາມ​ພໍໃຈ ແລະ​ຊອກຫາ​ວ່າ​ຄວາມສຸກ​ນັ້ນ​ຄື​ຫຍັງ. ແຕ່​ຂ້າພະເຈົ້າ​ໄດ້​ພົບ​ວ່າ ເລື່ອງ​ນີ້​ກໍ​ອະນິຈັງ​ເໝືອນກັນ.


ຂ້າພະເຈົ້າ​ນຶກ​ໃນໃຈ​ວ່າ, “ສິ່ງ​ທີ່​ເກີດຂຶ້ນ​ກັບ​ຄົນໂງ່ຈ້າ​ນັ້ນ ກໍ​ຈະ​ເກີດຂຶ້ນ​ກັບ​ຂ້າພະເຈົ້າ​ຄືກັນ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ຫຍັງ​ແດ່ ທີ່​ເປັນ​ຄົນມີ​ປັນຍາ​ຫຼາຍ​ທີ່ສຸດ?” ຂ້າພະເຈົ້າ​ຕອບ​ວ່າ, “ບໍ່ໄດ້​ຫຍັງ​ເລີຍ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.”


ຈິງແທ້ ຂ້າພະເຈົ້າ​ຍິ່ງໃຫຍ່ ຍິ່ງໃຫຍ່​ກວ່າ​ຄົນ​ໃດໆ ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ກ່ອນ​ຂ້າພະເຈົ້າ ແລະ​ປັນຍາ​ກໍໄດ້​ດຳລົງ​ຢູ່​ກັບ​ຂ້າພະເຈົ້າ.


ຂ້າພະເຈົ້າ​ໄດ້​ເວົ້າ​ກັບ​ຕົນເອງ​ວ່າ, “ພຣະເຈົ້າ​ຈະ​ຕັດສິນ​ຄົນ​ຊອບທຳ ແລະ​ຄົນຊົ່ວຊ້າ​ເໝືອນກັນ ເພາະ​ທຸກສິ່ງ​ແລະ​ທຸກ​ການກະທຳ​ຈະ​ເກີດຂຶ້ນ ຕາມ​ກຳນົດ​ເວລາ​ຂອງ​ມັນເອງ.”


ເຄາະກຳ​ເປັນ​ຂອງ​ຜູ້​ທີ່​ເວົ້າຈາ​ອອກ​ມາ​ວ່າ, “ຂ້ອຍ​ຈະ​ສ້າງ​ຕຶກ​ໃຫຍ່​ຫລາຍ​ຊັ້ນ​ສຳລັບ​ຂ້ອຍ.” ສະນັ້ນ ຈຶ່ງ​ເຮັດ​ຫລາຍ​ປ່ອງຢ້ຽມ​ທີ່​ເຮືອນ​ຂອງຕົນ ໃຊ້​ໄມ້ແປກ​ແອ້ມ​ຢ່າງດີ​ແລະ​ທາ​ສີແດງ​ດ້ວຍ.


ເພິ່ນ​ໄດ້​ກ່າວ​ວ່າ, “ເບິ່ງດູ ນະຄອນ​ບາບີໂລນ​ນີ້​ເປັນ​ເມືອງ​ໃຫຍ່​ຫລາຍ ເຮົາ​ໄດ້​ສ້າງ​ໃຫ້​ເປັນ​ເມືອງ​ຫລວງ​ຂອງເຮົາ ເພື່ອ​ສະແດງ​ເຖິງ​ອຳນາດ ແລະ​ຄວາມ​ຍິ່ງໃຫຍ່ ກຽດຕິຍົດ ແລະ​ສະຫງ່າຣາສີ​ຂອງເຮົາ.”


ອາຫານ​ແຂງ​ເປັນ​ອາຫານ​ສຳລັບ​ຜູ້​ໃຫຍ່​ແລ້ວ ຄື​ສຳລັບ​ຜູ້​ທີ່​ໄດ້​ຮັບ​ການ​ຝຶກຫັດ​ອົບຮົມ ໃຫ້​ສາມາດ​ສັງເກດ​ວ່າ ສິ່ງໃດ​ດີ​ແລະ​ສິ່ງໃດ​ຊົ່ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka