Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 1:15 - ພຣະຄຳພີສັກສິ

15 ທ່ານ​ເຮັດ​ສິ່ງ​ທີ່​ຄົດ​ໃຫ້​ຊື່​ບໍ່ໄດ້​ສັນໃດ ທ່ານ​ກໍ​ນັບ​ສິ່ງ​ທີ່​ບໍ່ມີ​ຕົນ​ຕົວ​ບໍ່ໄດ້​ສັນນັ້ນ.

Uka jalj uñjjattʼäta Copia luraña




ປັນຍາຈານ 1:15
10 Jak'a apnaqawi uñst'ayäwi  

ຖ້າ​ພຣະເຈົ້າ​ຕັດສິນໃຈ​ບໍ່​ເຮັດ​ສິ່ງໜຶ່ງ​ສິ່ງໃດ ກໍ​ບໍ່ມີ​ຜູ້ໃດ​ຕິຕຽນ​ວ່າ​ກ່າວ​ພຣະອົງ​ໄດ້. ຖ້າ​ພຣະອົງ​ເຊື່ອງ​ໜ້າ ມະນຸດ​ກໍ​ຂາດ​ທີ່​ເພິ່ງພາ​ອາໄສ ແຕ່​ພຣະອົງ​ບັງຄັບ​ທຸກ​ຊາດ ແລະ​ທຸກ​ພາສາ​ໄດ້.


ຂ້າພະເຈົ້າ​ຮູ້ວ່າ ທຸກສິ່ງ​ທີ່​ພຣະເຈົ້າ​ກະທຳ​ນັ້ນ​ດຳລົງ​ຢູ່​ຕະຫລອດໄປ. ທ່ານ​ຕື່ມ​ສິ່ງໃດສິ່ງໜຶ່ງ​ໃສ່​ບໍ່ໄດ້ ຫລື​ເອົາ​ສິ່ງໃດສິ່ງໜຶ່ງ​ອອກ​ໄປ​ຈາກ​ນັ້ນ​ບໍ່ໄດ້. ມີ​ສິ່ງໜຶ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ ແມ່ນ​ເຮັດ​ໃຫ້​ມະນຸດ​ຢຳເກງ​ພຣະອົງ.


ແຕ່​ຂ້າພະເຈົ້າ​ໄດ້​ອຸທິດ​ຊີວິດ​ໃສ່​ການ​ສຶກສາ​ແລະ​ການ​ຫາຄວາມຮູ້; ຂ້າພະເຈົ້າ​ຕັ້ງໃຈ​ຄົ້ນຄ້ວາ​ຊອກຫາ​ປັນຍາ ແລະ​ຕອບ​ບັນຫາ​ຕ່າງໆ​ທັງ​ຊອກ​ຮຽນຮູ້​ວ່າ ຄວາມ​ໂງ່ຈ້າ​ນັ້ນ​ມັນ​ຊົ່ວຊ້າ​ແລະ​ບ້າ​ບໍ່ມີ​ສະຕິ​ສໍ່າໃດ.


ຈົ່ງ​ຖົມ​ຮ່ອມພູ​ທຸກບ່ອນ​ໃຫ້​ຮາບພຽງ​ກັນ ຈົ່ງ​ຂຸດ​ພູ​ທຸກໜ່ວຍ​ລົງ​ໃຫ້​ຮາບພຽງ​ກັນ​ໄວ້. ເນີນພູ​ທັງຫລາຍ​ຈະ​ກາຍເປັນ​ທົ່ງ​ຮາບພຽງ ທີ່​ແຂງ​ແລະ​ຫຍາບ​ຈະ​ຖືກ​ປ່ຽນ​ໃຫ້​ເປັນ​ດິນ​ອ່ອນ.


ຄົນ​ຜິວ​ດຳ​ປ່ຽນ​ຜິວໜັງ​ຂອງຕົນ​ໄດ້​ບໍ? ຫລື​ເສືອດາວ​ຈະ​ລືບ​ຈຸດ​ຕາມ​ໜັງ​ຂອງ​ມັນ​ໄດ້​ບໍ? ຖ້າ​ໄດ້ ຖ້າດັ່ງນັ້ນ ເຈົ້າ​ຜູ້​ເຄີຍ​ເຮັດ​ແຕ່​ການ​ຊົ່ວ​ກໍ​ຮຽນຮູ້​ເຮັດ​ການ​ດີ​ໄດ້.


ບໍ່ມີ​ຜູ້ໃດ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ໄດ້​ເລີຍ ຖ້າ​ອົງພຣະ​ຜູ້​ເປັນເຈົ້າ​ເອງ​ບໍ່​ປະສົງ​ໃຫ້​ເຮັດ.


ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ກະວົນ​ກະວາຍ ແລ້ວ​ຕໍ່​ອາຍຸ​ໃຫ້​ມີ​ຊີວິດ​ຍືນຍາວ​ໄດ້​ອີກ​ຈັກ​ໜ້ອຍໜຶ່ງ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka