Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 1:13 - ພຣະຄຳພີສັກສິ

13 ຂ້າພະເຈົ້າ​ໄດ້​ຕັ້ງໃຈ​ພິຈາລະນາ​ແລະ​ສຶກສາ​ເບິ່ງ ສິ່ງ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ໃນ​ໂລກນີ້. ພຣະເຈົ້າ​ໄດ້​ກຳນົດ​ຊາຕາກຳ​ອັນ​ແສນ​ລຳບາກ​ເໜືອ​ມະນຸດ.

Uka jalj uñjjattʼäta Copia luraña




ປັນຍາຈານ 1:13
22 Jak'a apnaqawi uñst'ayäwi  

ເຈົ້າ​ຈະ​ເຮັດ​ວຽກ​ໜັກ​ຈົນ​ເຫື່ອ​ໄຫລ​ໄຄ​ຍ້ອຍ​ອອກ​ມາ; ເພື່ອ​ຈະ​ເຮັດ​ໃຫ້​ດິນ​ເກີດຜົນ​ພຽງພໍ​ລ້ຽງ​ຊີວິດ​ເຈົ້າ. ຈົນກວ່າ​ເຈົ້າ​ຄືນ​ໄປ​ສູ່​ດິນ​ທີ່​ເຈົ້າ​ຖືກ​ສ້າງ​ຂຶ້ນ​ມາ; ເຈົ້າ​ຖືກ​ສ້າງ​ມາ​ແຕ່​ດິນ ເຈົ້າ​ຈະ​ຄືນ​ໄປ​ເປັນ​ດິນ​ອີກ.”


ມະນຸດ​ສຳຫລວດ​ກວດເບິ່ງ​ຄວາມມືດ​ອັນ​ຕຶບໜາ ຄົ້ນຫາ​ໃນ​ຄວາມເລິກ​ຂອງ​ຫີນ​ຢູ່​ພື້ນ​ແຜ່ນດິນ​ໂລກ.


ພາລະກິດ​ທີ່​ພຣະເຈົ້າຢາເວ​ກະທຳ​ນັ້ນ​ກໍ​ຍິ່ງໃຫຍ່​ຫລາຍ ທຸກຄົນ​ທີ່​ຊົມຊື່ນ​ຍິນດີ​ກໍ​ຢາກ​ເຂົ້າໃຈ​ໃນ​ການ​ກະທຳ​ນີ້.


ຄົນ​ທີ່​ບໍ່​ຖືກ​ກັບ​ໝູ່ເພື່ອນ​ກໍ​ສົນໃຈ​ນຳ​ແຕ່​ຕົນເອງ ລາວ​ບໍ່​ເຫັນ​ດີ​ກັບ​ສິ່ງ​ທີ່​ທຸກໆ​ຄົນ​ຮູ້​ວ່າ​ຖືກຕ້ອງ.


ຄົນ​ສະຫລາດ​ຢາກ​ຮໍ່າຮຽນ​ສຶກສາ ໂດຍ​ຕັ້ງໃຈ​ຫາ​ຄວາມຮູ້​ໃສ່​ຕົວ​ໄວ້.


ລູກ​ເອີຍ ຂໍ​ໃຈ​ຂອງ​ເຈົ້າ​ໃຫ້​ເຮົາ​ເທາະ ແລະ​ຈົ່ງ​ໃຫ້​ຕາ​ຂອງ​ເຈົ້າ​ສັງເກດ​ເບິ່ງ​ແບບຢ່າງ​ທັງຫຼາຍ​ຂອງ​ເຮົາ.


ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຄື​ການເຊື່ອງ​ສິ່ງ​ຕ່າງໆ, ແຕ່​ກຽດສັກສີ​ຂອງ​ກະສັດ​ຄື​ເພິ່ນ​ຄົ້ນ​ສິ່ງ​ຕ່າງໆ​ໃຫ້​ປາກົດ.


ປັນຍາ​ແມ່ນ​ສິ່ງ​ສຳຄັນ​ອັນ​ສຸດ​ຍອດ. ສະນັ້ນ ຈົ່ງ​ຫາ​ເອົາ​ປັນຍາ​ໃຫ້​ໄດ້ ຈົ່ງ​ຍອມ​ເສຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່​ເພື່ອ​ຈະ​ກາຍເປັນ​ຄົນມີ​ປັນຍາ.


ຂ້າພະເຈົ້າ​ຕັ້ງໃຈ​ຮໍ່າຮຽນ​ໄຈ້ແຍກ ລະຫວ່າງ​ຄວາມຮູ້​ແລະ​ຄວາມ​ໂງ່ຈ້າ, ປັນຍາ​ແລະ​ຄວາມ​ບ້າຄັ່ງ, ແຕ່​ຂ້າພະເຈົ້າ​ໄດ້​ພົບ​ວ່າ ຂ້າພະເຈົ້າ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ​ຄືກັນ.


ພຣະເຈົ້າ​ໄດ້​ສ້າງ​ສັບພະທຸກສິ່ງ ແລະ​ເຈົ້າ​ບໍ່​ຮູ້​ວ່າ​ຊີວິດ​ເລີ່ມ​ປະກອບ​ຂຶ້ນ​ຢູ່​ໃນ​ແມ່ຍິງ​ທີ່​ຕັ້ງທ້ອງ​ຢ່າງໃດ ສິ່ງ​ທີ່​ພຣະອົງ​ດຳເນີນການ ເຈົ້າ​ກໍ​ແຮ່ງ​ເຂົ້າໃຈ​ບໍ່ໄດ້.


ລູກ​ເອີຍ ຍັງ​ມີ​ສິ່ງໜຶ່ງ​ອີກ​ທີ່​ເຮົາ​ຕ້ອງ​ເຝົ້າ​ລະວັງ​ໄວ້. ການຂຽນ​ລົງ​ໃນ​ໜັງສື​ນັ້ນ​ບໍ່​ເປັນ​ການ​ສິ້ນສຸດ​ຈັກເທື່ອ ແລະ​ການຮຽນ​ຫລາຍໂພດ​ຈະ​ພາ​ໃຫ້​ເຈົ້າ​ອ່ອນເພຍ.


ເມື່ອໃດ​ທີ່​ທ່ານ​ຍັງ​ມີ​ຊີວິດ​ຢູ່ ເມື່ອນັ້ນ​ທຸກສິ່ງ​ທີ່​ທ່ານ​ໄດ້​ເຮັດ​ນັ້ນ​ກໍ​ບໍ່ໄດ້​ນຳ​ຫຍັງ​ມາ​ໃຫ້​ທ່ານ​ເລີຍ ນອກຈາກ​ຄວາມ​ວິຕົກ​ກັງວົນ​ແລະ​ຄວາມ​ລະທົມ​ຂົມຂື່ນ​ເທົ່ານັ້ນ. ແມ່ນແຕ່​ຕອນ​ກາງຄືນ ຄວາມຄິດ​ຂອງທ່ານ​ກໍ​ບໍ່ໄດ້​ພັກຜ່ອນ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ພຣະເຈົ້າ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມສຸກ​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ແຕ່​ພຣະອົງ​ເຮັດ​ໃຫ້​ຄົນບາບ​ເຮັດ​ວຽກ​ໜັກ, ຫາຢູ່​ຫາກິນ ແລະ​ທ້ອນໂຮມ​ໄວ້ ເພື່ອ​ວ່າ​ພຣະອົງ​ຈະ​ເອົາ​ສິ່ງ​ທີ່​ລາວ​ຫາ​ມາ​ໄດ້​ນັ້ນ ໃຫ້​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຂ້າພະເຈົ້າ​ຮູ້ຈັກ​ພາລະ​ອັນ​ໜັກໜ່ວງ​ທີ່​ພຣະເຈົ້າ​ວາງ​ໄວ້​ເທິງ​ມະນຸດ.


ພຣະອົງ​ໄດ້​ຕັ້ງ​ເວລາ​ອັນ​ເໝາະສົມ​ໄວ້​ສຳລັບ​ທຸກສິ່ງ. ພຣະອົງ​ຢາກ​ໃຫ້​ມະນຸດ​ຮູ້ຈັກ​ອະດີດ ແລະ​ອະນາຄົດ, ແຕ່​ມະນຸດ​ເຂົ້າໃຈ​ບໍ່ໄດ້​ຢ່າງ​ເຕັມປ່ຽມ​ຕໍ່​ສິ່ງ​ທີ່​ພຣະອົງ​ໄດ້​ຊົງ​ກະທຳ ຕັ້ງແຕ່​ອະດີດຕະການ​ເຖິງ​ອະວະສານ.


ຂ້າພະເຈົ້າ​ໄດ້​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ເປັນຫຍັງ​ມະນຸດ​ຈຶ່ງ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຈະ​ປະສົບ​ຜົນ​ສຳເລັດ ເພາະ​ລາວ​ຢາກ​ມີ​ລື່ນ​ເພື່ອນບ້ານ​ຂອງຕົນ, ແຕ່​ມັນ​ກໍ​ອະນິຈັງ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຢູ່ໃຕ້​ດວງຕາເວັນ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ຜູ້ດຽວ. ລາວ​ບໍ່ມີ​ລູກ​ແລະ​ບໍ່ມີ​ອ້າຍ​ເອື້ອຍ​ນ້ອງ; ເຖິງ​ປານ​ນັ້ນ ລາວ​ກໍ​ເຮັດ​ວຽກ​ຢູ່​ບໍ່​ເຊົາ​ໂດຍ​ຍັງ​ບໍ່​ພໍໃຈ​ກັບ​ຊັບສິນ​ທີ່​ຕົນ​ມີ​ຢູ່​ນັ້ນ. ລາວ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຜູ້ໃດ ໂດຍ​ບໍ່​ຍອມ​ແມ່ນແຕ່​ເຮັດ​ໃຫ້​ຕົນເອງ​ສະໜຸກ​ຈັກດີ້? ອັນ​ນີ້​ກໍ​ອະນິຈັງ​ຄືກັນ ເພາະ​ເປັນ​ການ​ໃຊ້​ຊີວິດ​ຢູ່​ຢ່າງ​ຍາກ​ລຳບາກ.


ແຕ່​ຂ້າພະເຈົ້າ​ໄດ້​ອຸທິດ​ຊີວິດ​ໃສ່​ການ​ສຶກສາ​ແລະ​ການ​ຫາຄວາມຮູ້; ຂ້າພະເຈົ້າ​ຕັ້ງໃຈ​ຄົ້ນຄ້ວາ​ຊອກຫາ​ປັນຍາ ແລະ​ຕອບ​ບັນຫາ​ຕ່າງໆ​ທັງ​ຊອກ​ຮຽນຮູ້​ວ່າ ຄວາມ​ໂງ່ຈ້າ​ນັ້ນ​ມັນ​ຊົ່ວຊ້າ​ແລະ​ບ້າ​ບໍ່ມີ​ສະຕິ​ສໍ່າໃດ.


ຂ້າພະເຈົ້າ​ໄດ້​ພິຈາລະນາ​ເບິ່ງ​ຢ່າງ​ຄັກແນ່ ເຖິງ​ທຸກສິ່ງ​ທີ່​ໄດ້​ເກີດຂຶ້ນ​ຢູ່ໃຕ້​ດວງຕາເວັນ ຄື​ບ່ອນ​ທີ່​ມະນຸດ​ໃຊ້​ອຳນາດ​ຢູ່​ເໜືອ​ເພື່ອນມະນຸດ​ດ້ວຍກັນ ແລະ​ເຮັດ​ໃຫ້​ຊີວິດ​ຂອງ​ເຂົາ​ລຳບາກ​ຍາກແຄ້ນ.


ຈົ່ງ​ຝຶກຝົນ​ສິ່ງ​ເຫຼົ່ານັ້ນ ແລະ​ອຸທິດ​ເຈົ້າ​ເອງ​ຢ່າງ​ໝົດ​ສິ້ນ​ໃສ່​ການ​ນີ້ ເພື່ອ​ວ່າ​ທຸກຄົນ​ຈະ​ໄດ້​ເຫັນ​ເຈົ້າ​ຈະເລີນ​ຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka