Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 1:10 - ພຣະຄຳພີສັກສິ

10 ຄົນ​ອາດ​ເວົ້າ​ກັນ​ວ່າ, “ເບິ່ງແມ! ນີ້​ແມ່ນ​ສິ່ງ​ໃໝ່.” ບໍ່ແມ່ນ​ດອກ ຕາມ​ທີ່​ຈິງ​ແລ້ວ ທຸກສິ່ງ​ລ້ວນແຕ່​ເຄີຍ​ໄດ້​ເກີດຂຶ້ນ​ຕັ້ງ​ນານ​ມາ​ແລ້ວ​ທັງສິ້ນ ກ່ອນ​ທີ່​ເຮົາ​ໄດ້​ເກີດ​ມາ.

Uka jalj uñjjattʼäta Copia luraña




ປັນຍາຈານ 1:10
10 Jak'a apnaqawi uñst'ayäwi  

ບໍ່ມີ​ຜູ້ໃດ​ຈື່​ໄດ້​ວ່າ ມີ​ຫຍັງ​ແດ່​ໄດ້​ເກີດຂຶ້ນ​ໃນ​ອະດີດ ແລະ​ບໍ່ມີ​ຜູ້ໃດ​ໃນ​ອະນາຄົດ​ຈະ​ຈື່ຈຳ​ໄດ້​ວ່າ ມີ​ຫຍັງ​ແດ່​ເກີດຂຶ້ນ​ລະຫວ່າງ​ຊ່ວງນີ້​ແລະ​ຊ່ວງ​ຕໍ່ໄປ.


ສິ່ງ​ທີ່​ເກີດຂຶ້ນ​ແລ້ວ ກໍ​ຈະ​ເກີດຂຶ້ນ​ອີກ ສິ່ງ​ທີ່​ເຮັດ​ແລ້ວ ກໍ​ຈະ​ຕ້ອງ​ເຮັດ​ອີກ ບໍ່ມີ​ຫຍັງ​ໃໝ່​ຢູ່ໃຕ້​ດວງຕາເວັນ.


ໃນທີ່ສຸດ ກະສັດ​ຄົນ​ໜຶ່ງ​ກໍ​ເຮັດ​ໄດ້​ພຽງແຕ່​ສິ່ງ​ທີ່​ບັນດາ​ກະສັດ​ຄົນ​ກ່ອນໆ​ໄດ້​ເຮັດ​ມາ​ເທົ່ານັ້ນ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຕັ້ງຕົ້ນ​ຄິດເຖິງ​ຄວາມໝາຍ​ຂອງ​ຄຳ​ວ່າ​ມີ​ປັນຍາ ລວມ​ທັງ​ຄຳ​ວ່າ​ເສຍ​ສະຕິ ແລະ​ຄຳ​ວ່າ​ໂງ່ຈ້າ​ນັ້ນ.


ເຫດການ​ທັງຫລາຍ​ທີ່​ເກີດຂຶ້ນ​ດຽວນີ້ ແມ່ນ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ​ແຕ່​ນານ ແລະ​ພວກເຮົາ​ທຸກຄົນ​ກໍ​ຮູ້​ວ່າ​ມະນຸດ ໂຕ້ຖຽງ​ກັບ​ຜູ້ໃດ​ຜູ້ໜຶ່ງ​ທີ່​ແຂງແຮງ​ກວ່າ​ຕົນ​ກໍ​ບໍ່ໄດ້.


ຈົ່ງ​ເປັນ​ສຸກ​ແລະ​ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ເພາະ​ພວກເຈົ້າ​ມີ​ບຳເໜັດ​ອັນ​ຍິ່ງໃຫຍ່​ໃນ​ສະຫວັນ​ແລ້ວ ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ຂົ່ມເຫັງ​ຢ່າງ​ດຽວກັນ​ນີ້​ແຫຼະ.”


ພວກເຈົ້າ​ຊ່າງ​ດື້ດ້ານ​ແທ້​ນໍ ໃຈ​ຂອງ​ພວກເຈົ້າ​ຊ່າງ​ຄື​ກັບ​ໃຈ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ ຫູ​ຂອງ​ພວກເຈົ້າ​ຊ່າງ​ໜັກ​ຕໍ່​ພຣະຄຳ​ແທ້ໆ ບັນພະບຸລຸດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ໃດ ພວກເຈົ້າ​ກໍ​ເປັນ​ຢ່າງ​ນັ້ນ ຄື​ເຈົ້າ​ທັງຫລາຍ​ຂັດຂວາງ​ພຣະວິນຍານ​ບໍຣິສຸດເຈົ້າ​ຢູ່​ສະເໝີ.


ຢາເນ​ກັບ​ຢຳເບ ຂັດຂວາງ​ຕໍ່ສູ້​ກັບ​ໂມເຊ​ສັນໃດ ຄົນ​ເຫຼົ່ານີ້ ກໍ​ຂັດຂວາງ​ຕໍ່ສູ້​ກັບ​ຄວາມຈິງ​ສັນນັ້ນ​ເໝືອນກັນ ເຂົາ​ເປັນ​ຄົນ​ມີ​ໃຈ​ຊົ່ວຮ້າຍ ແລະ​ໃນ​ດ້ານ​ຄວາມເຊື່ອ​ນັ້ນ ເຂົາ​ໃຊ້​ບໍ່ໄດ້​ເລີຍ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka