3 ຢ່າໄດ້ແຕ່ງງານກັບພວກເຂົາ ແລະຢ່າຍອມໃຫ້ລູກຫລານຂອງພວກເຈົ້າ ແຕ່ງງານກັບພວກເຂົາ
ຂ້ອຍຢາກໃຫ້ເຈົ້າສາບານໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນແລະແຜ່ນດິນໂລກວ່າ, ເຈົ້າຈະບໍ່ຫາເມຍທີ່ການາອານນີ້ໃຫ້ລູກຊາຍຂອງຂ້ອຍ.
ເພິ່ນເອົາຍິງເຫຼົ່ານີ້ມາເປັນເມຍ ແມ່ນວ່າພຣະເຈົ້າຢາເວໄດ້ສັ່ງຊາວອິດສະຣາເອນບໍ່ໃຫ້ແຕ່ງງານກັບຍິງເຫຼົ່ານີ້ ເພາະພວກເຂົາຈະເຮັດໃຫ້ຊາວອິດສະຣາເອນສັດຊື່ຕໍ່ບັນດາພະອື່ນ.
ການທີ່ເຮັດບາບດັ່ງກະສັດເຢໂຣໂບອາມລູກຊາຍຂອງເນບັດນັ້ນຍັງບໍ່ພຽງພໍ; ເພິ່ນໄດ້ເຮັດບາບໄປຫລາຍກວ່ານັ້ນອີກ ໂດຍເອົານາງເຢເຊເບນມາເປັນເມຍ ນາງເປັນລູກສາວຂອງເອັດບາອານກະສັດແຫ່ງຊີໂດນ ແລະເພິ່ນຂາບໄຫວ້ພະບາອານ.
ບັດນີ້ ພວກຂ້ານ້ອຍຕ້ອງເຮັດພັນທະສັນຍາອັນຈິງຈັງຕໍ່ພຣະເຈົ້າຂອງພວກຂ້ານ້ອຍວ່າ ພວກຂ້ານ້ອຍຈະສົ່ງຜູ້ຍິງເຫຼົ່ານີ້ກັບພວກລູກໜີໄປ. ພວກຂ້ານ້ອຍຈະຂໍເຮັດຕາມທ່ານແລະຄົນອື່ນໆ ທີ່ເຄົາຣົບນັບຖືຄຳສັ່ງຂອງພຣະເຈົ້າ. ພວກຂ້ານ້ອຍຈະເຮັດຕາມທີ່ກົດບັນຍັດກ່າວໄວ້.
ພວກເພິ່ນໄດ້ບອກວ່າ, ພວກຂ້ານ້ອຍບໍ່ຕ້ອງແຕ່ງງານກັບຄົນເຫຼົ່ານີ້ເລີຍ ແລະຢ່າຊ່ວຍພວກເຂົາໃຫ້ຈະເລີນ ຫລືປະສົບຄວາມສຳເລັດແຕ່ຢ່າງໃດ ຖ້າພວກຂ້ານ້ອຍຢາກມີຄວາມຊົມຊື່ນໃນດິນແດນ ແລະຢາກໃຫ້ດິນແດນນີ້ຕົກທອດໄປເຖິງພວກລູກຫລານຕະຫລອດໄປ.
ພວກຂ້ານ້ອຍຈະບໍ່ແຕ່ງງານກັບຊາວຕ່າງຊາດທີ່ອາໄສຢູ່ໃນດິນແດນຂອງພວກຂ້ານ້ອຍນີ້.
ແຕ່ພໍ່ແມ່ໄດ້ຖາມລາວວ່າ, “ເປັນຫຍັງລູກຈຶ່ງຢາກໄປເອົາເມຍຊາວຟີລິດສະຕິນ ຄົນບໍ່ນັບຖືພຣະເຈົ້າ? ລູກຊອກຫາຜູ້ສາວໃນຕະກຸນຂອງເຮົາເອງ ໃນທ່າມກາງປະຊາຊົນຂອງພວກເຮົານີ້ບໍ່ໄດ້ຊັ້ນບໍ?” ແຕ່ແຊມຊັນຕອບພໍ່ວ່າ, “ລູກພໍໃຈນຳນາງແຕ່ຄົນດຽວ ໄປສູ່ຂໍນາງໃຫ້ລູກແດ່.”