Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະບັນຍັດສອງ 4:3 - ພຣະຄຳພີສັກສິ

3 ພວກເຈົ້າ​ໄດ້​ເຫັນ​ດ້ວຍ​ຕົນເອງ ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ທີ່​ພູ​ເປອໍ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ທຳລາຍ​ທຸກຄົນ​ທີ່​ຂາບໄຫວ້​ພະບາອານ​ໃນ​ທີ່ນັ້ນ

Uka jalj uñjjattʼäta Copia luraña




ພຣະບັນຍັດສອງ 4:3
9 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ກັບ​ໄດ້​ເຕືອນ​ພວກ​ຊາວໜຸ່ມ​ໃນ​ທ່າມກາງ​ພວກເຂົາ​ວ່າ: ຢ່າ​ຢຶດຖື​ບັນດາ​ກົດບັນຍັດ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ​ຂຶ້ນ; ຢ່າ​ເຮັດ​ຕາມ​ປະເພນີ​ຂອງ​ເຂົາ ຫລື​ຢ່າ​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ ເພາະ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເມື່ອ​ເຮົາ​ພົບເຫັນ​ຊາດ​ອິດສະຣາເອນ​ເທື່ອ​ທຳອິດ ກໍ​ເໝືອນ​ໄດ້​ພົບ​ໝາກອະງຸ່ນ​ທີ່​ກຳລັງ​ເກີດຂຶ້ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ເມື່ອ​ເຮົາ​ໄດ້​ເຫັນ​ບັນພະບຸລຸດ​ຂອງ​ພວກເຈົ້າ​ເທື່ອ​ທຳອິດ ກໍ​ເໝືອນ​ໄດ້​ເຫັນ​ໝາກ​ເດື່ອເທດ​ສຸກ​ໃນ​ຕົ້ນ​ລະດູການ. ແຕ່​ເມື່ອ​ພວກເຂົາ​ໄດ້ມາ​ເຖິງ​ພູ​ເປອໍ​ແລ້ວ ພວກເຂົາ​ກໍໄດ້​ເລີ່ມ​ຂາບໄຫວ້​ພະບາອານ ແລະ​ບໍ່ດົນ​ພວກເຂົາ​ກໍ​ເປັນ​ໜ້າກຽດຊັງ ດັ່ງ​ບັນດາ​ຮູບພະ​ທີ່​ພວກເຂົາ​ຮັກ​ນັ້ນ.


ຕາມ​ບັນຊີ​ທີ່​ໂມເຊ​ແລະ​ປະໂຣຫິດ​ອາໂຣນ​ໄດ້​ຈົດ​ທະບຽນ​ປະຊາຊົນ​ອິດສະຣາເອນ​ເທື່ອ​ທຳອິດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ນັ້ນ ບໍ່ມີ​ຜູ້ຊາຍ​ລຸ້ນ​ກ່ອນ​ແມ່ນແຕ່​ຄົນດຽວ​ທີ່​ມີ​ຊີວິດ​ຢູ່.


ບໍ່​ຈື່​ບໍ​ວ່າ​ແມ່ນ​ຍິງ​ມີດີອານ​ທີ່​ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງ​ບາລາອາມ ແລະ​ທີ່​ເປອໍ ໄດ້​ນຳພາ​ປະຊາຊົນ​ບໍ່​ໃຫ້​ສັດຊື່​ຕໍ່​ພຣະເຈົ້າຢາເວ. ເຫດ​ການ​ນັ້ນ​ເປັນ​ເຫດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຕ້ອງ​ລົ້ມ​ຕາຍ​ດ້ວຍ​ໂຣກ​ລະບາດ.


ແມ່ນແລ້ວ ພວກເຈົ້າ​ແມ່ນ​ພວກ​ທີ່​ໄດ້​ເຫັນ​ທຸກໆສິ່ງ​ອັນ​ຍິ່ງໃຫຍ່​ເຫຼົ່ານັ້ນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ກະທຳ.”


ແຕ່​ພວກ​ທີ່​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຍັງ​ມີ​ຊີວິດ​ຢູ່​ເທົ່າ​ເຖິງ​ທຸກ​ວັນນີ້.


ພວກເຈົ້າ​ຈົດຈຳ​ບາບ​ທີ່​ພວກເຮົາ​ໄດ້​ເຮັດ​ໃນ​ເມືອງ​ເປອໍ​ນັ້ນ​ບໍ? ເມື່ອ​ພຣະເຈົ້າຢາເວ​ໄດ້​ລົງໂທດ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ເກີດ​ໂຣກລະບາດ​ນັ້ນ? ພວກເຮົາ​ຍັງ​ໄດ້​ຮັບ​ຄວາມ​ທຸກ​ທໍລະມານ​ຍ້ອນ​ເລື່ອງ​ນີ້​ຢູ່ ບາບ​ທີ່​ມີ​ຢູ່​ນີ້​ຍັງ​ບໍ່​ພຽງພໍ​ເທື່ອ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka