Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະບັນຍັດສອງ 3:3 - ພຣະຄຳພີສັກສິ

3 ດັ່ງນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ມອບ​ເຈົ້າໂອກ ແລະ​ປະຊາຊົນ​ຂອງ​ເພິ່ນ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພວກເຮົາ ແລະ​ພວກເຮົາ​ໄດ້​ຂ້າ​ພວກເຂົາ​ຖິ້ມ​ຈົນ​ໝົດ.

Uka jalj uñjjattʼäta Copia luraña




ພຣະບັນຍັດສອງ 3:3
9 Jak'a apnaqawi uñst'ayäwi  

ແລະ​ເຈົ້າໂອກ​ຜູ້​ທີ່​ເປັນ​ກະສັດ​ຂອງ​ຊາວ​ບາຊານ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ສະນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ສັງຫານ​ເຈົ້າໂອກ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ປະຊາຊົນ​ທັງໝົດ​ຂອງ​ລາວ​ໂດຍ​ບໍ່ມີ​ໃຜ​ລອດຊີວິດ​ເລີຍ ແລ້ວ​ຢຶດເອົາ​ດິນແດນ​ມາ​ປົກຄອງ.


ພວກເຈົ້າ​ບໍ່ມີ​ເຂົ້າຈີ່​ກິນ ບໍ່ມີ​ເຫຼົ້າ​ອະງຸ່ນ ແລະ​ເຫຼົ້າ​ຊະນິດ​ອື່ນໆ​ດື່ມ, ແຕ່​ພຣະອົງ​ໄດ້​ຕອບ​ສະໜອງ​ຄວາມ​ຈຳເປັນ​ຂອງ​ພວກເຈົ້າ ເພື່ອ​ສັ່ງສອນ​ພວກເຈົ້າ​ໃຫ້​ຮູ້​ວ່າ​ພຣະອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຈົ້າ.


ແຕ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຢ່າ​ຢ້ານ​ລາວ​ເລີຍ. ເຮົາ​ກຳລັງ​ມອບ​ເຈົ້າໂອກ​ພ້ອມ​ກອງທັບ ແລະ​ເຂດແດນ​ທັງໝົດ​ຂອງ​ລາວ​ໃຫ້​ເຈົ້າ. ຈົ່ງ​ເຮັດ​ກັບ​ລາວ​ຢ່າງ​ດຽວ​ກັບ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ເຈົ້າສີໂຫນ ກະສັດ​ຊາວ​ອາໂມ​ຜູ້​ທີ່​ປົກຄອງ​ນະຄອນ​ເຮັດຊະໂບນ.’


ໃນ​ເວລາ​ດຽວກັນ​ນັ້ນ ພວກເຮົາ​ກໍ​ຢຶດເອົາ​ທຸກ​ຕົວເມືອງ​ຂອງ​ເພິ່ນ ໂດຍ​ບໍ່ໄດ້​ປະ​ເມືອງ​ໃດ​ໄວ້. ທັງໝົດ​ທີ່​ຢຶດ​ໄດ້​ມີ 60 ເມືອງ ລວມ​ທັງ​ເຂດ​ອັກໂກບ​ທັງໝົດ ຊຶ່ງ​ເປັນ​ເມືອງ​ທີ່​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ​ໄດ້​ປົກຄອງ.


ພວກເຂົາ​ໄດ້​ຢຶດຄອງ​ດິນແດນ​ຂອງ​ເພິ່ນ ແລະ​ດິນແດນ​ຂອງ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ແລະ​ກະສັດ​ຄົນ​ໜຶ່ງ​ອີກ​ຂອງ​ຊາວ​ອາໂມ ຜູ້​ທີ່​ໄດ້​ປົກຄອງ​ຢູ່​ທາງ​ຟາກ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.


ດິນແດນ​ນັ້ນ​ຍັງ​ລວມເອົາ​ທັງ​ອານາຈັກ​ຂອງ​ເຈົ້າໂອກ ກະສັດ​ຄົນ​ສຸດທ້າຍ​ຂອງ​ເຜົ່າ​ເຣຟາອິມ ຜູ້​ໄດ້​ປົກຄອງ​ຢູ່​ທີ່​ເມືອງ​ອັດຊະຕາໂຣດ​ແລະ​ເອັດເຣອີ. ໂມເຊ​ໄດ້​ຊະນະ​ພວກ​ເຫຼົ່ານີ້ ແລະ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ເມືອງ​ເຫຼົ່ານັ້ນ.


ເຂດແດນ​ຂອງ​ພວກເຂົາ​ຍາວ​ອອກ​ໄປ​ຈົນເຖິງ​ມະຫານາອິມ ຮ່ວມ​ກັບ​ພູພຽງ​ບາຊານ​ທັງໝົດ​ມີ​ດັ່ງນີ້: ອານາຈັກ​ທັງໝົດ​ຂອງ​ເຈົ້າໂອກ​ກະສັດ​ແຫ່ງ​ບາຊານ ລວມທັງ​ຫົກສິບ​ໝູ່ບ້ານ​ຂອງ​ຢາອີ​ໃນ​ບາຊານ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka