3 ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ເຮັດຫີບດ້ວຍໄມ້ກະຖິນເທດ ແລະຕັດເອົາແຜ່ນຫີນສອງແຜ່ນຄືກັບເທື່ອທຳອິດ ນຳຂຶ້ນໄປທີ່ເທິງພູ.
ຈົ່ງເຮັດຫີບໜ່ວຍໜຶ່ງດ້ວຍໄມ້ກະຖິນເທດຍາວ 110 ເຊັນ, ກວ້າງ 66 ເຊັນ ແລະສູງ 66 ເຊັນ.
ໜັງແກະເຖິກຍ້ອມສີແດງ; ໜັງສັດທີ່ລະອຽດດີ; ໄມ້ກະຖິນເທດ;
ດັ່ງນັ້ນ ໂມເຊຈຶ່ງຕັດຫີນເປັນສອງແຜ່ນຄືເທື່ອທຳອິດ ແລະມື້ຕໍ່ມາແຕ່ເດິກໆ ເພິ່ນກໍຖືແຜ່ນຫີນນັ້ນຂຶ້ນໄປເທິງພູເຂົາຊີນາຍ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
ລາວເຮັດຄານຫາມດ້ວຍໄມ້ກະຖິນເທດໂດຍໃຊ້ທອງສຳຣິດໂອບ
“ຕໍ່ມາ ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າວ່າ, ‘ຈົ່ງຕັດເອົາຫີນສອງແຜ່ນແບບເກົ່າ ແລະເຮັດຫີບໄມ້ໜ່ວຍໜຶ່ງສຳລັບໃສ່ແຜ່ນຫີນ. ແລ້ວຈົ່ງຂຶ້ນມາຫາເຮົາທີ່ເທິງພູ
ໃນຫ້ອງນັ້ນ ມີແທ່ນຄຳສຳລັບເຜົາເຄື່ອງຫອມ ມີຫີບຫຸ້ມຫໍ່ດ້ວຍຄຳທຸກດ້ານສຳລັບໃສ່ພັນທະສັນຍາ ຢູ່ໃນຫີບນັ້ນມີຂັນຄຳໃສ່ມານາໄວ້ ມີໄມ້ຄ້ອນເທົ້າຂອງອາໂຣນທີ່ປົ່ງຍອດ ແລະມີແຜ່ນຫີນຈາລຶກພັນທະສັນຍາແລ້ວ.